ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດການແຂ່ງຂັນຟຸດຊໍ
ອີງຕາມເພສເຟສບຸກຂອງ ສະຫະພັນບານເຕະແຫ່ງຊາດ ລາວ ວ່າ:
– ອີງຕາມ: ການຕົກລົງ ເຫັນດີຂອງຄະນະປະທານສະ ຫະພັນບານເຕະແຫ່ງຊາດລາວ.
– ອີງຕາມ: ແຜນການ ເຄື່ອນໄຫວພັດທະນາບານເຕະ ຟຸດຊໍຂອງສະຫະພັນບານເຕະ ແຫ່ງຊາດປີ 2017.
ສະຫະພັນບານເຕະແຫ່ງ ຊາດລາວ ມີຄວາມຍິນດີແຈ້ງ ເຖິງບັນດາສະໂມສອນບານເຕະຟຸດຊໍທີ່ສົນໃຈຢາກຈະເຂົ້າຮ່ວມແຂ່ງຂັນບານເຕະຟຸດຊໍລີກ(5ຄົນ) Lao Futsal League 2017 ເຊິ່ງຈະເລິ່ມແຂ່ງຂັນ ວັນ ທີ 09 ກັນຍາ ປີ 2017 ເປັນຕົ້້ນ ໄປຢູ່ທີ່ເດີ່ນຮົ່ມຂອງ ສະຫະພັນ ບານເຕະແຫ່ງຊາດລາວ(ຫ້ວຍຫົງ). ເພື່ອເປັນການພັດທະນາ ບານເຕະຟຸດຊໍໃຫ້ມີຄວາມກ້າວໜ້າ ແລະ ເພື່ອສັນຫານັກກິລາ ຜູ້ທີ່ມີພອນສະຫວັນ ແລະ ຄວາມ ສາມາດບັນຈຸເຂົ້າຝຶກແອບນັກກິລາທີມຊາດເພື່ອກະກຽມເຂົ້າ ຮ່ວມແຂ່ງຂັນຟຸດຊໍຊິງແຊ໊ມອາ ຊຽນ ທີ່ປະເທດຫວຽດນາມ ໃນ ທ້າຍປີນີ້.
ເງື່ອນໄຂຂອງທີມທີ່ຈະເຂົ້າຮ່ວມແຂ່ງຂັນ ມີດັ່ງນີ້:
– ການແຂ່ງຂັນລາຍການ ນີ້ບໍ່ໃຫ້ນັກກິລາທີ່ເຂົ້າຮ່ວມແຂ່ງຂັນ ລາວພຣີເມຍລີກ ປະຈຳປີ 2017 ເຂົ້າຮວ່ມແຂ່ງຂັນຢ່າງ ເດັດຂາດ. ແຕ່ລະດັບສາຍ ກໍ ແລະ ອື່ນໆ ສາມາດເຂົ້າຮ່ວມ ແຂ່ງຂັນໄດ້.
– ຄ່າສະໝັກ 500,000 ກີບ/ທີມ (ຫ້າແສນກີບ)
– ສະໂມສອນທີ່ເຂົ້າຮ່ວມ ແລະ ປະຕິບັດຕາມກົດລະບຽບ ຈະໄດ້ຮັບເງິນອຸດໜູນທີມ 1,000,000 ກີບ.
– ທີມທີ່ໄດ້ເຂົ້າຮ່ວມຈະໄດ້ ຮັບ ຫມາກບານຟຸດຊໍ ທີມລະ 5 ໜ່ວຍ.
– ເປີດຮັບສະໝັກຕັ້ງແຕ່ມື້ ນີ້ຈົນເຖິງວັນທີ 31/08/2017 ເວລາ 16,00 ໂມງ.
– ລາຍລະອຽດ: ມາຕິດຕໍ່ ເອົາແບບຟອມໃບສະຫມັກ ແລະ ລົງທະບຽນນັກກິລາທີ່ ສະຫະ ພັນບານເຕະແຫ່ງຊາດລາວ ວັນຈັນ ເຖິງ ວັນສຸກ ໃນໂມງ ລັດຖະການ ທີ່ໜ່ວຍງານຟຸດຊໍ ໂທ: 020 78575554, 554 11932, E-mail: futsal-bsoccer@laoff.org.la, duke.khampasong@gmail.com, ແລະ ສາມາດດາວ ໂຫລດແບບຟອມໄດ້ທີ່ເວບໄຊ: www.laoff.org.la
http://www.laoff.org.la/index.php?r=site/newsdetail&id=88.