ຄົນມີກ້າມຊີ້ນໜ້ອຍຈະເຮັດໃຫ້ຕຸ້ຍງ່າຍໄດ້
ກ້າມຊີ້ນຂອງຄົນເຮົາຖືເປັນສ່ວນປະກອບໜຶ່ງຂອງຮ່າງກາຍ ເຊິ່ງຮ່າງກາຍຂອງເຮົາສາມາດສ້າງຂຶ້ນມາໄດ້ເອງຈາກການ ອອກກຳລັງກາຍ ເຊິ່ງການມີກ້າມຊີ້ນຫລາຍໆຈະເຮັດໃຫ້ເຮົາແຂງແຮງ, ກິນອາຫານໄດ້ຫລາຍ ແລະ ຕຸ້ຍຍາກ ເຮັດໃຫ້ຮູບຮ່າງງາມສົມສ່ວນ, ບໍ່ຫ່ຽວຍານ ແລະ ບໍ່ໂຊມ. ແຕ່ໃນທາງກົງກັນຂ້າມ ຖ້າຮ່າງກາຍຂອງເຮົາມີກ້າມຊີ້ນໜ້ອຍອັນ ເນື່ອງມາຈາກເຮົາບໍ່ໄດ້ບໍລິຫານ ຫລື ອອກກຳລັງກາຍຄືເກົ່າ ຮ່າງກາຍກໍຈະຢຸດສ້າງກ້າມຊີ້ນ ແລະ ຫລຸດສະພາບຄວາມແຂງແຮງລົງ ເຮັດໃຫ້ເກີດການສູນເສຍກ້າມຊີ້ນ ແລະ ມີກ້າມຊີ້ນໜ້ອຍລົງ ເຊິ່ງສາເຫດນີ້ຈະເຮັດໃຫ້ເຮົາຕຸ້ຍໄດ້ງ່າຍຫລາຍຂຶ້ນ ເນື່ອງຈາກກ້າມຊີ້ນຂອງເຮົາມີປະລິມານໜ້ອຍລົງຮ່າງກາຍເຮົາກໍຈະເຜົາຜານພະລັງງານໜ້ອຍລົງໄປນຳ ໃນຂະນະທີ່ເຮົາຍັງຄົງກິນອາຫານເທົ່າເກົ່າ ຫລື ຫລາຍກ່ວາເກົ່າ ຈຶ່ງເຮັດໃຫ້ເຮົາຕຸ້ຍໄດ້ງ່າຍຫລາຍ.
ໂດຍສ່ວນຫລາຍແລ້ວ ກ້າມຊີ້ນຂອງຄົນເຮົາຈະເລີ່ມໜ້ອຍລົງ ກໍເມື່ອເຮົາມີອາຍຸຫລາຍຂຶ້ນ ແລະ ອອກກຳລັງກາຍໜ້ອຍລົງ ດັ່ງນັ້ນ ເຮົາສາມາດສ້າງກ້າມຊີ້ນໃຫ້ມີຫລາຍຂຶ້ນໄດ້ເອງໂດຍການອອກກຳລັງກາຍທີ່ເນັ້ນການກະຕຸ້ນການສ້າງມວນກ້າມຊີ້ນ ເຊັ່ນ : ການຍົກດຳເບວ, ການວິດພື້ນ, ການຍົກນຳ້ໜັກເບົາໆ ຫລື ການອອກກຳລັງກາຍແບບຕ້ານແຮງດຶງດູດຂອງໂລກ ເຊັ່ນ : ການຍົກແຂນ, ຍົກຂາ, ລຸກນັ່ງ, ຊິດອັບ ເຊິ່ງຈະເຮັດໃຫ້ອະໄວຍະວະຂອງຮ່າງກາຍເກີດແຮງຕ້ານ ແລະ ຈະຊ່ວຍກະຕຸ້ນການສ້າງກ້າມຊີ້ນໄດ້ເປັນຢ່າງດີ.