ບາງເລື່ອງທີ່ທ່ານຄວນຮູ້ກ່ຽວກັບການກິນເຫັດ

- 021608 2017 - ບາງເລື່ອງທີ່ທ່ານຄວນຮູ້ກ່ຽວກັບການກິນເຫັດ
- kitchen vibe - ບາງເລື່ອງທີ່ທ່ານຄວນຮູ້ກ່ຽວກັບການກິນເຫັດ

ປະຈຸບັນການປູກເຫັດມີຄວາມສະດວກສະບາຍຫລາຍຂຶ້ນ ມີການເຮັດເປັນຫົວເຊື້ອເປັນກ້ອນເຫັດປູກໄດ້ທັນທີ ເຊິ່ງກໍຈະມີວິທີ ບອກວ່າຕ້ອງເຮັດແນວໃດ, ຢູ່ໃນອຸນຫະພູມເທົ່າໃດ ເຊິ່ງຫລາຍຄົນກໍອາດສົງໄສວ່າຄຸນຄ່າທາງໂພຊະນາການຂອງເຫັດມີຫລາຍໜ້ອຍປານໃດ ເຊິ່ງຄວາມຈິງແລ້ວ ເຫັດຫລາຍຊະນິດທີ່ກິນໄດ້ມີຄຸນຄ່າທາງໂພຊະນາການບໍ່ແຕກຕ່າງຈາກຜັກທົ່ວໄປ ເຫັດບາງຊະນິດທີ່ມີປະລິມານໂປຣຕິນຫລາຍກ່ວາຜັກ ເຊິ່ງທີ່ຜ່ານມາໄດ້ມີການປຽບທຽບຄຸນຄ່າທາງໂພຊະນາການຕ່າງໆ ໂດຍປຽບທຽບໜຶ່ງໜ່ວຍບໍລິໂພກ 100 ກຣາມ ພົບວ່າ : ເຫັດເຟືອງໃຫ້ພະລັງງານ 32 ກິໂລກາລໍຣີ, ເຫັດເຜາະ 45 ກິໂລກາລໍຣີ  ແລະ ເຫັດນາງຟ້າ 33 ກິໂລກາລໍຣີ. ຂະນະທີ່ປຽບທຽບກັບຜັກກາດຂາວ ພົບວ່າມີພະລັງງານ 18 ກິໂລກາລໍຣີ, ຜັກຕຳນິນ 28 ກິໂລກາລໍຣີ, ຖົ່ວງອກ 30 ກິໂລກາລໍຣີ ແລະ ໝາກຖົ່ວຍາວ ມີພະລັງານ  38 ກິໂລກາລໍຣີ.

ສ່ວນໂປຣຕິນເມື່ອປຽບທຽບຢູ່ໜ່ວຍບໍລິໂພກ 100 ກຣາມ ພົບວ່າເຫັດເຟືອງ 3,2 ກຣາມ, ເຫັດເຜາະ 6,3 ກຣາມ, ເຫັດນາງລົມ ຫລື ເຫັດນາງຟ້າ 3,4 – 3,5 ກຣາມ ແລະ ເຫັດຫອມມີໂປຣຕິນ 2,2 ກຣາມ. ຂະນະທີ່ຜັກກາດຂາວມີໂປຣຕິນ 1,7 ກຣາມ, ຜັກຕຳນິນ 4,1 ກຣາມ, ຖົ່ວງອກ 4,2 ກຣາມ ແລະ ຖົ່ວຍາວ 3 ກຣາມ. ສ່ວນປະລິມານໄຂມັນທີ່ມີໃນເຫັດ ແລະ ຜັກນັ້ນມີຢູ່ໜ້ອຍ ຫລາຍ.

- Visit Laos Visit SALANA BOUTIQUE HOTEL - ບາງເລື່ອງທີ່ທ່ານຄວນຮູ້ກ່ຽວກັບການກິນເຫັດ

ການເອົາເຫັດມາປຸງແຕ່ງເປັນອາຫານຮ່ວມກັບຊີ້ນສັດ ເຊັ່ນ : ຊີ້ນໝູ, ຊີ້ນໄກ່, ກຸ້ງ ເປັນຕົ້ນ ຈະເຮັດໃຫ້ໄດ້ຮັບກົດອະມິໂນທີ່ຈຳ ເປັນຕໍ່ຮ່າງກາຍຢ່າງຄົບຖ້ວນ. ສ່ວນບາງຄົນບອກວ່າມີບັນຫາໃນການກິນເຫັດແລ້ວມີອາການຍື່ງທ້ອງແໜ້ນທ້ອງຫລາຍນັ້ນ ຄວາມຈິງແລ້ວກໍຄືກັບຜັກທົ່ວໄປທີ່ເມື່ອກິນຫລາຍໆກໍເຮັດໃຫ້ຍື່ງທ້ອງໄດ້ຄືກັນ.

ແນວໃດກໍຕາມ, ການບໍລິໂພກເຫັດ ສິ່ງສຳຄັນກ່ອນປຸງແຕ່ງຄວນລ້າງໃຫ້ສະອາດດີ ແລະ ເອົາເຫັດມາປຸງແຕ່ງໃຫ້ສຸກດີກ່ອນຈຶ່ງກິນ ແລະ ຄວນເປັນເຫັດສົດໆຈະດີສຸດ ເພາະຖ້າເກັບມ້ຽນເຫັດໄວ້ດົນ ບໍ່ວ່າຈະເອົາໄວ້ໃນຕູ້ເຢັນກໍຈະເຫັນການປ່ຽນແປງເກີດຂຶ້ນ ຍ້ອນມີຮອຍຊຳ້, ລົດຊາດກໍຈະປ່ຽນໄປ, ໂຄງສ້າງທາງເຄມີມີການປ່ຽນແປງ ຈຶ່ງເກີດສານ Biogenicamine ທີ່ມີຜົນຕໍ່່ຮ່າງກາຍໄດ້ ເຊັ່ນ : ອາດເຮັດໃຫ້ຮູ້ສຶກບໍ່ສະບາຍທ້ອງໄດ້, ເຮັດໃຫ້ເກີດອາຫານເປັນພິດ ຫລື ອາດເຮັດໃຫ້ມີອາການບໍ່ສະບາຍໂຕ, ເຈັບຫົວ. ຖ້າເຫັດທີ່ຊື້ມາເຫລືອ ມີວິທີການປ້ອງກັນການປ່ຽນແປງທາງເຄມີທີ່ຈະເກີດຂຶ້ນ ໂດຍການຕົ້ມ ຫລື ໜຶ້ງໃຫ້ສຸກແລ້ວຈຶ່ງເອົາເຂົ້າມ້ຽນໃນຕູ້ເຢັນ.

 

- 4 - ບາງເລື່ອງທີ່ທ່ານຄວນຮູ້ກ່ຽວກັບການກິນເຫັດ
- 5 - ບາງເລື່ອງທີ່ທ່ານຄວນຮູ້ກ່ຽວກັບການກິນເຫັດ
- 3 - ບາງເລື່ອງທີ່ທ່ານຄວນຮູ້ກ່ຽວກັບການກິນເຫັດ