ປະຫວັດຂອງ ເຮນຣີ ເດວິນ ທໍໂຣ ນັກຂຽນ ແລະ ນັກວິທະຍາສາດທໍາມະຊາດ 

- WhatsApp Image 2017 07 12 at 9 - ປະຫວັດຂອງ ເຮນຣີ ເດວິນ ທໍໂຣ ນັກຂຽນ ແລະ ນັກວິທະຍາສາດທໍາມະຊາດ 

ເຮນຣີ ເດວິນ ທໍໂຣ ເປັນແບບຢ່າງຂອງຜູ້ຂັດຂືນນະໂຍບາຍລັດຖະບານຄົນສໍາຄັນ ທ່ານປະຕິເສດທີ່ຈະຈ່າຍພາສີໃຫ້ລັດ ເນື່ອງຈາກວ່າລັດນໍາພາສີຂອງປະຊາຊົນໄປກໍ່ສົງຄາມ ແລະ ສົ່ງເສີມຂ້າທາດ ເຖິງວ່າຈະຖືກຈັບກຸ່ມຕົວ ແລະ  ພີ່ນ້ອງຊ່ວຍຈ່າຍພາສີທີ່ຕິດຄ້າງໃຫ້ໂດຍທີ່ເຂົາບໍ່ສະໝັກໃຈ ແຕ່ ທໍໂຣ ບໍ່ຢຸດພຽງເທົ່ານັ້ນ ທ່ານເດີນໜ້າຂຽນບົດຄວາມ ແລະ ບັນຍາຍຫຼັກຂັດຂືນນະໂຍບາຍລັດຖະບານໃນສະຖານທີ່ຕ່າງໆ ຈົນເຮັດໃຫ້ທ່ານເປັນບິດາແຫ່ງນັກຂັດຂືນນະໂຍບາຍລັດຖະບານຄົນໜຶ່ງ.

- lattana 1 - ປະຫວັດຂອງ ເຮນຣີ ເດວິນ ທໍໂຣ ນັກຂຽນ ແລະ ນັກວິທະຍາສາດທໍາມະຊາດ 

ໃນ​ໄລຍະທ້າຍຊີວິດ ທໍໂຣ ຍິ່ງສົນໃຈທໍາມະຊາດຫຼາຍຂຶ້ນ ຈຶ່ງອອກເດີນທາງສໍາຫຼວດ ແລະ ສຶກສາທໍາມະຊາດໃນສະຖານທີ່ຕ່າງໆ ໃນຂະນະດຽວກັນທ່ານຍັງບໍ່ຖິ້ມການສຶກສາຫາຄວາມຮູ້ ແລະ ສະແດງບົດບາດໃນແວດວົງວັນນະກໍາ ແລະ ປັດຊະຍາ ເຖິງວ່າຄົນໃນຍຸກນັ້ນຈະຕີ​ລາຄາ​ວຽກດ້ານວັນນະກໍາ ແລະ ປັດຊະຍາຂອງທ່ານບໍ່ສູງ.

ສ່ວນໃນການເມືອງ ທໍໂຣ ກໍຍັງສະແດງທ່າທີທີ່ຄຶກຄັກ ເຖິງວ່າປ່ອຍວາງຕົວຕົນໃຫ້ກັບແນວຄິດທໍາມະຊາດນິຍົມໄປຫຼາຍແລ້ວກໍຕາມ ໂດຍໃນ​ໄລຍະ​ທ້າຍຊີວິດມີສ່ວນຮ່ວມໃນການປຸກກະແສຕໍ່ຕ້ານການຂ້າທາດ ​ເຊິ່ງຈະສົ່ງອິດທິພົນຕໍ່ແນວຄິດຂອງຄົນໃນ​ໄລຍະເວລາທີ່ສົງຄາມກາງເມືອງຂອງອາ​ເມ​ລິ​ກາກໍາລັງຮ້າຍແຮງເຖິງທີ່ສຸດ.

ຫາກບໍ່ນັບການຕື່ນຮູ້ທາງດ້ານການເມືອງທີ່ເກີດຂຶ້ນຫຼາຍຄັ້ງຫຼາຍຫົນແລ້ວ ປະສົບການໃນການດໍາລົງຊີວິດຢູ່ປ່າວອລເດນ ຄືເປັນຈຸດປ່ຽນຄັ້ງສໍາຄັນໃນຊີວິດຂອງ ທໍໂຣ ປະສົບການທັງໝົດຖືກຖ່າຍທອດລົງໃນບັນທຶກຊື່ດຽວກັບປ່ານ້ອຍທີ່ເຂົາໄປອາ​ໄສ ທີ່ຊື່ ວອລເດນ ເຖິງວ່າໜັງສືຫົວນີ້ຈະບັນທຶກເລື່ອງລາວໄວ້ຫຼວງຫຼາຍດ້ວຍລີລາຊີວິດທີ່ຫຼາກຫຼາຍ ບໍ່ວ່າຈະເປັນການເອົາຊີວິດລອດໃນປ່າ ຫຼື ການຕັ້ງຄໍາຖາມເຖິງຄວາມຈໍາເປັນໃນຊີວິດ ຮັບມືກັບຄວາມຫງຽບເຫງົາ ແຕ່ສໍາຄັນຄືຄວາມຕັ້ງໃຈຂອງ ທໍໂຣ ທີ່ຈະສະແຫວງຫາຊີວິດທີ່ເສລີໂດຍບໍ່ຕັດຂາດຕົວເອງຈາກວົງຈອນຂອງຊີວິດ ​ເຊິ່ງວົງຈອນຊີວິດນີ້ໝາຍເຖິງການຂ້າຊີວິດໜຶ່ງ ເພື່ອແມ່ນການຂ້າເພາະມະນຸດນັ້ນເໜືອກວ່າ ແຕ່ເປັນການແລກປ່ຽນຊີວິດຕາມແນວຄິດນີ້ເຖິງວ່າຈະຕ່າງກັບຈິດນິຍົມອຸຕະວິໄສທີ່ທ່ານເຊື່ອຖື ແຕ່ສະທ້ອນໃຫ້ເຫັນວ່າ ເມື່ອນັກປັດຊະຍາຍ່າງເຂົ້າມາສູ່ວິຖີແຫ່ງການປະຕິບັດ ຫຼາຍສິ່ງຫຼາຍຢ່າງທີ່ຈິນຕະນາການໄວ້ ຕ້ອງຖືກປັບແຕ່ງໃຫ້ສົມເຫດສົມຜົນໃນທີ່ສຸດ ແລະ ວອລເດນ ຄືສະໜາມແຫ່ງການທົດລອງປັດຊະຍາທີ່ລໍ້າຄ່າແຫ່ງໜຶ່ງ.

ເຮນຣີ ເດວິນ ທໍໂຣ ທ່ານເປັນທັງນັກຜະລິດສໍ, ນັກການສຶກສາ, ນັກໂທດຜູ້ຂັດຂືນການຈ່າຍພາສີເພື່ອສົງຄາມ, ນັກຕໍ່ສູ້ເພື່ອສັງຄົມຜູ້ຂັດຂືນນະໂຍບາຍລັດຖະບານ, ນັກຕໍ່ສູ້ເພື່ອການເລີກທາດ, ນັກສໍາຫຼວດ, ນັກປະຫວັດສາດ, ນັກວິຈານ, ນັກທໍາມະຊາດນິຍົມ, ນັກຂຽນ, ນັກກະວີ, ນັກປັດຊະຍາຈິດນິຍົມອຸດຕະວິໄສ ແລະ ນັກສະແຫວງຫາຜູ້ຝັງຕົວເອງໃນປ່າວອລເດນ ເພື່ອຫາຄໍາຕອບທີ່ລຽບງ່າຍ ແຕ່ຍິ່ງໃຫຍ່ໃຫ້ກັບຊີວິດ.

ເຮນຣີ ເດວິນ ທໍໂຣ ເກີດເມື່ອວັນທີ 12 ກໍລະກົດ 1856 ໃນເມືອງຄອນຄອຣ໌ດ ແມສຊາຊູເຊຕ, ເປັນລູກຊາຍຂອງຄົນທີ່ຜະລິດສໍ ຈອນ ທໍໂຣ, ທ່ານໄດ້ຮັບການສຶກສາຢູ່ເຍົາວະຊົນອາເມລິກາໃນສະຕະວັດທີ 19, ໄດ້ທັງວາທະວິທະຍາ, ປັດຊະຍາ, ວັນນະກໍາບູຮານ ແລະ ສານຮ່ວມສະໄໝ ຄວາມຮູ້ເຫຼົ່ານີ້ຄືຮາກຖານສໍາຄັນໃຫ້ທ່ານມີຄວາມເປັນນັກຕໍ່ສູ້ເພື່ອສັງຄົມຜູ້ຍິ່ງໃຫຍ່ຄົນໜຶ່ງ.

ກ່ອນທີ່ຈະເດີນບົນເສັ້ນທາງນັກສະແຫວງຫາ ແລະ ນັກຕໍ່ສູ້ ທໍໂຣ ເຄີຍເປີດໂຮງຮຽນ​ໄລຍະໜຶ່ງ ໂຮງຮຽນແຫ່ງນີ້ເປັນບ່ອນລິເລີ່ມການສອນແນວຄິດທີ່ກ້າວໜ້າຫຼາຍຢ່າງ ແຕ່ຕ້ອງປິດໃນທີ່ສຸດ. ໃນເວລາຕໍ່ມາ ທໍໂຣ ໄດ້ມີໂອກາດຮູ້ຈັກກັບນັກຄິດນັກຂຽນອາ​ເມ​ລິ​ກາຮ່ວມສະໄໝຫຼາຍຄົນໃນແຖບນິວອິງແລນດ໌ ບຸກຄົນທີ່ເປັນແຮງຊຸກດັນທ່ານຫຼາຍທີ່ສຸດຄື ຣາລຟ໌ ວັລໂດ ອີເມີຣ໌ສັນ ​ເຊິ່ງບອກໃຫ້ ທໍໂຣ ສະແດງຝີມືດ້ານວັນນະກໍາ ໃນ​ໄລຍະນີ້ເອງ ທໍໂຣ ໄດ້ຮັບອິດທິພົນດ້ານປັດຊະຍາຈາກ ຣາລຟ໌ ວັລໂດ ອີເມີຣ໌ສັນ ຂ້ອນຂ້າງຫຼາຍ ໂດຍສະເພາະປັດຊະຍາຈິດນິຍົມ ແລະ ທໍາມະຊາດນິຍົມ.

ໃນເວລາຕໍ່ມາ ທໍໂຣ ຮູ້ສຶກໂຫຍຫາຄວາມເປັນສ່ວນຕົວທ່າມກາງທໍາມະຊາດ ທ່ານເລີ່ມມີຄວາມຄິດທີ່ຈະໄປໃຊ້ຊີວິດຕາມລໍາພັງໃນປ່າໃຫຍ່ ແລະ ເລີ່ມທົດລອງໃຊ້ຊີວິດຢ່າງລຽບງ່າຍເປັນເວລາ 2 ປີທີ່ປ່າວອລເດນ ສະຖານທີ່ແຫ່ງນີ້ເອງ ຈະເປັນແຮງບັນດານໃຈໃຫ້ທ່ານບັນທຶກວິຖີຊີວິດທ່າມກາງທໍາມະຊາດອັນລຽບງ່າຍ ​ເຊິ່ງຄືບັນທຶກວອລເດນອັນມີຊື່ສຽງນັ້ນເອງ.

ທໍໂຣ ບໍ່ໄດ້ມີຊີວິດຢູ່ຈົນເຖິງວັນທີ່ສົງຄາມການເມືອງເລີ່ມຕົ້ນ ແລະ ສິ້ນສຸດລົງ ແລະ ບໍ່ມີໂອກາດເຫັນການຂ້າທາດຈົບສິ້ນໂດຍສົມບູນ, ທ່ານເລີ່ມບໍ່ສະບາຍຈາກອາການປອດບວມມາຫຼາຍປີ ຈົນບໍ່ສາມາດລຸກຈາກຕຽງນອນໄດ້ ແຕ່ຍັງທຸ່ມເທເຫື່ອແຮງແກ້ໄຂຜົນງານທີ່ເຄີຍຂຽນໄວ້ລວມເຖິງວອລເດນ ຈົນກະທັງເສຍຊີວິດໃນວັນທີ 6 ພຶດສະພາ 1862 ດ້ວຍອາຍຸໄດ້ພຽງ 44 ປີ.