ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ

- 4125 - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ
- kitchen vibe - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ

ວັນທີ 5 ກັນຍາ ນີ້, ຢູ່ສູນ ການຄ້າ ສີໄຄ ພລາຊາ, ນະຄອນ ຫລວງວຽງຈັນ ໄດ້ເປີດງານ ວາງສະແດງສິນຄ້າກະສິກອນ ລາວ ຂຶ້ນ, ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນຫົງ ທຳມະວົງ ປະທານບໍລິສັດ BCI ຈຳກັດ, ຜູ້ສຳປະທານ ສູນການຄ້າ ສີໄຄ ພລາຊາ, ພ້ອມດ້ວຍມວນຊົນ ເຂົ້າ ຮ່ວມຢ່າງຫລວງຫລາຍ.

 

- Visit Laos Visit SALANA BOUTIQUE HOTEL - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ

 

- 5822 300x201 - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ

 

 

+ ໄຂງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 2

+ ລາວກຽມປະກວດນາງງາມMissUniverse ເປັນປີທຳອິດເພື່ອເຂົ້າຮ່ວມແຂ່ງຂັນລະດັບສາກົນ

 

ງານວາງສະແດງ ສິນຄ້າ ດັ່ງກ່າວ ໄດ້ຈັດຂຶ້ນເພື່ອເປົ້າ ໝາຍ ຊຸກຍູ້ ການຜະລິດກະສິກຳມີການ ພັດທະນາ ແລະ ຂະຫຍາຍຕົວ. ທ່ານ ບຸນຫົງ ທຳມະວົງ ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້, ມີຫົວ ໜ່ວຍຊາວກະສິກອນເຂົາຮ່ວມກວ່າ 90 ຮ້ານ ທັງພາຍໃນ ແລະ ຕ່າງປະເທດ, ແລະ ໃນງານ ຍັງມີການສາທິດການຈັດສວນຜັກ, ປູກພຶດ ແລະ ອື່ນໆ ໂດຍຈະ ດຳເນີນແຕ່ວັນທີ 1-9 ກັນຍາ ນີ້, ພ້ອມຈະມີການປະກວດ ນາງ ສາວ ກະສິກອນລາວ ແລະ ກິດ ຈະກຳອື່ນໆ ເພື່ອເປັນການ ແລກ ປ່ຽນບົດຮຽນ ແລະ ປະສົບການ ຕ່າງໆຂອງຊາວກະສິກອນ ດ້ວຍກັນນຳອີກ.
ທ່ານ ປະທານບໍລິສັດ BCI ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ສູນການຄ້າ ສີໄຄ ພລາຊາ ແມ່ນສູນການຄ້າໜຶ່ງທີ່ໃຫຍ່ ຢູ່ ນະຄອນ ຫລວງວຽງຈັນ, ເປັນ ສູນການຄ້າແຫ່ງທຳອິດຂອງ ສປປ ລາວ. ທີ່ຈະດຶງດູດລູກຄ້າ ໃນການຜັນປ່ຽນຮູບແບບການ ຄ້າຂາຍໃຫ້ເຂົ້າສູ່ຍຸກສະໄໝທີ່ ສະດວກສະບາຍ ແລະ ບໍລິການ ທີ່ດີໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍ ລິການ. ເຊິ່ງມີເນື້ອທີ່ຫລາຍກວ່າ 1 ພັນຕາແມັດ, ປະກອບມີ 5 ຊັ້ນ ແລະ ນອກນັ້ນ ຍັງມີສະຖານທີ່ ສຳລັບ ການສຶກສາ ແລະ ຮຽນ ຮູ້ສິ່ງໃໝ່ໆແກ່ເດັກນ້ອຍ, ໃນອະ ນາຄົດຍັງຈະສ້າງສູນດັ່ງກ່າວ ໃຫ້ຄົບວົງຈອນ ເພື່ອອຳນວຍ ຄວາມສະດວກແກ່ຜູ້ມາໃຊ້ບໍລິ ການດີຂຶ້ນ.

 

 

- tygh 300x165 - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ

- 4 - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ
- 5 - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ
- 3 - ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ