ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ

-                1 - ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ
- kitchen vibe - ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ

 

ໃນທີ່ສຸດເວັບໄຊ YouTube-MP3 ເວັບທີ່ໃຫ້ບໍລິການ “YouTube-ripping” (ເບິ່ງໄຟລ໌ຈາກ YouTube) ປ່ຽນວີດີໂອ​ໃນ YouTube ໃຫ້ກາຍເປັນໄຟລ໌ເພງ MP3 ໄດ້ຖືກປິດບໍລິການແລ້ວ ຫຼັງຈາກທີ່ມີຄ້າຍເພງຫຼາຍຄ້າຍໄດ້ຍື່ນຮ້ອງຟ້ອງໄປຫາສານນັບແຕ່ປີ 2016 ໂດຍຫຼັງຈາກບັນລຸຂໍ້ຕົກລົງທາງ Recording Industry Association of America (RIAA) ສະມາຄົມອຸດສາຫະກໍາດົນຕີແຫ່ງອາ​ເມ​ລິກາ.

- Visit Laos Visit SALANA BOUTIQUE HOTEL - ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ

ການເບິ່ງວີດີໂອຈາກ YouTube ເປັນບັນຫາທີ່ຂ້ອນຂ້າງໃຫຍ່ສໍາລັບວົງການທຸລະກິດ ​ເຖິງ​ວ່າ YouTube ຈະບໍ່ອະນຸຍາດໃຫ້ດາວໂຫຼດ ຫຼື ແປງວີດີໂອ​ໃນ YouTube ແຕ່ກໍເປັນການຍາກທີ່ຈະປ້ອງກັນ. ມີເວັບຫຼວງຫຼາຍທີ່ໃຫ້ບໍລິການແປງ YouTube ເປັນ MP3 ຖືເປັນໜຶ່ງໃນເວັບຍອດນິຍົມອັນດັບຕົ້ນໆ ທີ່ມີຄົນເຂົ້າຊົມຫຼາຍລ້ານຄັ້ງຕໍ່ວັນ.

-                2 - ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ

            ແນ່ນອນວ່າການແປງວີດີໂອ​ໃນ YouTube ເປັນໄຟລ໌ເພງເພື່ອເກັບໄວ້ຟັງ ເປັນການເຮັດໃຫ້ຄ້າຍເພງສູນເສຍລາຍໄດ້ຈາກການໂຄສະນາ ລວມທັງເງິນສ່ວນແບ່ງທີ່ສິລະປິນຈະໄດ້ຮັບ. ຄ້າຍເພງໃຫຍ່ Capitol Records, Warner Bros. Records ແລະ Sony Music ​ເຊິ່ງເປັນຕົວແທນຂອງ RIAA ຈຶ່ງໄດ້ຍື່ນຟ້ອງໄປຫາສານ ​ເຖິງວ່າຈະຍັງບໍ່ມີການປະກາດຜົນຢ່າງເປັນທາງການອອກມາ ແຕ່ເບິ່ງຄືວ່າຄ້າຍເພງຈະຊະນະການຮ້ອງຟ້ອງ. ອ້າງອີງຈາກເວັບໄຊ TorrenFreak ໄດ້ລະບຸວ່າ: ທັງສອງຝ່າຍໄດ້ບັນລຸຂໍ້ຕົກລົງເປັນຮຽບຮ້ອຍແລ້ວ.

ສ່ວນໜຶ່ງໃນຂໍ້ຕົກລົງ ຄືການປິດເວັບໄຊ ແລະ ໂອນສິດການເປັນເຈົ້າຂອງເວັບໄປຫາໜຶ່ງໃນຄ້າຍເພງ. ນອກຈາກນີ້ Philip Matesanz ເຈົ້າຂອງເວັບໄຊ YouTube-MP3 ຍັງຖືກສັ່ງຫ້າມຮຽນຮູ້, ອອກແບບ, ນໍາສະເໜີ, ໃຫ້ບໍລິການ ຫຼື ມີສ່ວນຮ່ວມໃນເຕັກໂນໂລຊີໃດໆກໍຕາມທີ່ກ່ຽວຂ້ອງອີກ.

- 3 - ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ
- 5 - ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ
- 4 - ເວັບແປງ YouTube ເປັນ MP3 ຖືກສານສັ່ງປິດໃຫ້ບໍລິການແລ້ວ