ຄູ-ອາຈານປຽບເໝືອນແມ່ພິມຂອງຊາດ

- advert banner 728 90 728x90 - ຄູ-ອາຈານປຽບເໝືອນແມ່ພິມຂອງຊາດ

- 121011 MW TTBlog 7523 990x660 - ຄູ-ອາຈານປຽບເໝືອນແມ່ພິມຂອງຊາດ

- lattana 1 - ຄູ-ອາຈານປຽບເໝືອນແມ່ພິມຂອງຊາດ

ໂດຍ: ກ້ອງສ່ອງ ອິດສະຫລະ

ຍັງ​ອີກ​ບໍ່ພໍ​ເທົ່າ​ໃດ​ວັນ​ກໍ​ຈະ​ຮອດ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ. ​ໃນ​ບົດ​ນີ້​ຜູ້​ຂຽນ​ຈະ​ບໍ່​ເອີ່ຍ​ເຖິງ​ທີ່​ໄປ​ທີ່​ມາ ຫລື ​ປະຫວັດ​ຂອງ​ວັນ​ຄູ​ແຫ່ງ​ຊາດ ​ເພາະ​ໜ້າ​ເຈ້ຍ​ມັນ​ຈໍາກັດ, ​ແຕ່​ຈະ​ຂໍ​ເນັ້ນ​ໄປ​ໃນ​ເລື່ອງ​ພາລະ​ບົດບາດໜ້າ​ທີ່ ​ແລະ ​ຄວາມ​ສໍາຄັນ​ຂອງ​ວັນ​ດັ່ງກ່າວ.

ດັ່ງ​ພວກ​ເຮົາ​ຮັບ​ຮູ້​ນໍາ​ກັນ​ແລ້ວ​ວ່າ, ວັນ​ຄູ​ແຫ່ງ​ຊາດ​ເປັນ​ວັນ​ສໍາຄັນ​ ​ແລະ ​ມີ​ຄວາມ​ໝາຍທາງດ້ານປະຫວັດສາດ​ຂອງ​ຊາດ​ເຮົາ ​ໂດຍ​ສະ​ເພາະ​ໃນ​ຖັນ​ແຖວ​ຄູ-ອາຈານ, ຜູ້​ບໍລິຫານ​ການ​ສຶກສາ​ໃນ​ທົ່ວ​ປະ​ເທດ ຍ້ອນເຫັນ​ພາລະບົດບາດ​ ແລະ ​ໜ້າ​ທີ່ອັນ​ສໍາຄັນ​,​ ພັກ ​ແລະ ​ລັດຖະບານ​ຈຶ່ງ​ໄດ້​ຕົກລົງ​ກໍານົດ​ເອົາ​ວັນທີ 7 ຕຸລາ​ເປັນ​ວັນ​ຄູ​ແຫ່ງ​ຊາດ, ​ໃນ​ຍຸກປະຫວັດສາດ​ຂອງ​ຊາດ​ລາວ​ເຮົາ ຄື​ນັບ​ແຕ່​ມີ​ການສຶກສາ​ກໍ​ເລີ່ມ​ມີ​ຄູ-ອາຈານ​ທີ່​​ເຮັດ​ໜ້າ​ທີ່ສິດສອນ​​ເພື່ອກໍ່ສ້າງເດັກນ້ອຍ​ເຍົາວະ​ຊົນ ​ແລະ ​ຄົນ​ຮຸ້ນ​ໜຸ່ມ​​ໃຫ້​ກາຍ​ເປັນ​ຜູ້ສືບ​ທອດ​ພາລະກິດ​ປົກປັກຮັກສາ ແລະ ສ້າງສາ​​ພັດທະນາ​ປະ​ເທດ​ຊາດ. ​ສະ​ໄໝກ່ອນ ການ​ສຶກສາ​ກໍ​ຄື​ການ​ສິດສອນຂອງ​ຄູ-ອາຈານ ​ແລະ ​ຮໍ່າຮຽນ​ຂອງ​ເດັກນ້ອຍ​ເຍົາວະ​ຊົນລາວ​ແມ່ນ​ຮຽນຢູ່​ຕາມ​ວັດວາອາ​ຮາມ​ໂດຍ​ແມ່ນ​ຄູບາ ຫລື ​ແມ່ນ​ອ້າຍ​ທິດ, ອ້າຍ​ຈານ​ເປັນ​ຜູ້​ສິດສອນ, ພໍ​ບ້ານ​ເມືອງ​ເຮົາ​ຄ່ອຍໆ​ມີ​ຄວາມ​ຈະ​ເລີ​ນກໍ​ເລີ່ມ​ມີ​ໂຮງຮຽນ​ຢູ່​ຕາມ​ບ້ານ ​ແລະ ​ຕົວ​ເມືອງ​ຕ່າງໆ. ​ໃນ​ຍຸກ​ທີ່​ປະ​ເທດ​ເຮົາ​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງຕ່າງ​ຊາດ ​ການ​ສຶກສາ​ໃນ​ປະ​ເທດ​ເຮົາ​ບໍ່​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ກວ້າງ​ຂວາງ, ລະບົບ​ການ​ສຶກສາ ​ແລະ ​ເນື້ອ​ໃນ​ການ​ສິດສອນ​ກໍ​​ເພື່ອ​ຮັບ​ໃຊ້​ໃນ​ວົງ​ການ​ກໍາ​ອໍານາດ​ຂອງ​ເຈົ້າຂຸນ​ມຸນ​ນາຍ​ຜູ້​ມີ​ອະພິສິດ. ພໍ​ຕົກ​ມາ​ຮອດ​ໄລຍະ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ໄດ້​ຮັບການ​ປົດ​ປ່ອຍ, ປະ​ເທດ​ຊາດ​ມີ​ເອກະລາດ​, ປະຊາທິປະ​ໄຕ ພັກ ​ແລະ ​ລັດຖະບານ​ເຮົາຈຶ່ງ​ໄດ້​ໃຫ້​ຄວາມ​ສໍາຄັນ ​ແລະ ​ມີ​ໂຄງການ​ຂະຫຍາຍ​ການ​ສຶກສາ​ເປັນແຕ່ລະ​ໄລຍະ​ ​ເຊິ່ງ​ມາ​ຮອດ​ປັດຈຸບັນ​ເຫັນ​ວ່າການ​ສຶກສາ​ໃນ​ທຸກ​ລະດັບ​ແມ່ນ​ມີ​ການ​ກ້າວ​ຂຶ້ນ ​​ແລະ ​ຂະຫຍາຍ ຕົວຢ່າງ​ບໍ່​ຢຸດຢັ້ງ, ຈໍານວນ​ໂຮງຮຽນ ​​ແລະ ​​ນັກຮຽນຂັ້ນ​ປະຖົມ, ​ມັດທະຍົມ​, ​ວິທະຍາ​ໄລ​ແລະ ​ມະຫາວິທະຍາ​ໄລ​ພາກ​ລັດ ​ແລະ ​ເອກະ​ຊົນ​ໄດ້​ເພີ່ມຂຶ້ນ​ໃນ​ແຕ່ລະ​ປີ. ກ່ຽວ​ກັບ​ເນື້ອ​ໃນ​ການ​ສິດສອນ​ຂອງ​ຄູ-ອາຈານ, ການ​ຮໍ່າຮຽນ​ຂອງ​ເດັກ​ນ້ອຍເຍົາວະ​ຊົນ ​ແລະ ​ຊາວ​ໜຸ່ມ ກໍ​ນັບ​ມື້​ກ້າວ​ສູ່​ຄຸນ​ນະພາ​ບ​ໃໝ່ ສາມາດ​ແກ່ງ​ແຍ້​ງ​ແຂ່ງຂັນ​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ​ທີ່ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ໄດ້​ດີ​ສົມຄວນ.

ຕາມ​ເຮົາ​ວ່າ, ສິ່ງ​ທີ່​ໄດ້​ຍົກ​ມາ​ຂ້າງ​ເທິງ​ນີ້, ​ແມ່ນ​ຜົນງານ​ອັນ​ຍິ່ງ​ໃຫຍ່​ຂອງ​ຄູ-ອາຈານ ​ນັບ​ທັງ​ຜູ້​ບໍລິຫານ​ການ​ສຶກສາ​​ແຕ່​ຂັ້ນສູນ​ກາງ​​ຮອດ​ທ້ອງ​ຖິ່ນ. ຜົນ​ສໍາ​ເລັດ​ທີ່​ເຫັນ​ຢ່າງ​ປະຈັກ​ຕາ​ນີ້​ກໍ​ແມ່ນ​ພວກ​ເຮົາ​ສາມາດ​ສ້າງ​ໄດ້​ບຸກຄະລາ​ກອນ​ ໂດ​ຍ​ເລີ່ມ​ຈາກ​ບໍ່​ທັນ​ຮູ້​ຈົນ​ກາຍ​ມາ​ເປັນ​ຜູ້ທີ່​ມີ​ຄວາມ​ຮູ້​ສະຫລາດຫລັກ​ແຫລມມາ​ໃຫ້​ປະ​ເທດ​ຊາດ​ໃນ​ແຕ່ລະ​ໄລຍະ​ເປັນ​ຢ່າງ​ດີ. ຈາກ​ສິ່ງ​ນີ້​ມັນ​ກາຍ​​ເປັນ​ໄມ້ຫລາ​ວັດ​ແທກ​ຄຸນງາມຄວາມດີ ​ແລະ ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ​ ແລະ ​ຕໍ່​ປະຊາຊົນ​ຂອງເຫລົ່າ​ຄູ-ອາຈານ​ໃນ​ໄລຍະ​ຜ່ານ​ມາ ​ກໍ​ຄື​ໃນ​ຍຸກ​ປັດຈຸບັນ. ສະນັ້ນ ພວກ​ເຮົາ​ຈຶ່ງ​ຖື​ວ່າ​ຄູ-ອາຈານ​ປຽບ​ເໝືອນ​ແມ່ພິມ​ຂອງ​ຊາດ.

​ເຖິງ​ຢ່າງ​ໃດ​ກໍ​ດີ, ຕາມ​ຜູ້​ຂຽນ​ວ່າ​​ໃນ​ອານາ​ຄົດພວກ​ເຮົາ​ຍັງ​ມີ​ພາລະ​ກິດຫລາຍ​ດ້ານ​ທີ່​ຄູ-ອາຈານ​ເຮົາ​​ຕ້ອງ​ໄດ້​ແກ້​ໄຂ​ໃນ​ຍຸກ​ປ່ຽນ​ແປງ​ໃໝ່​ໃຫ້ເດີນ​ຕາມ​ຂະ​ບວນວິວັດທະນາ​ການ​ຂອງ​ໂລກ, ໃນ​ມະຕິ 10 ຂອງ​ພັກ​ໄດ້​ເວົ້າ​ວ່າ: ຕ້ອງ​ຫັນ​ເປັນ​ອັນ​ທັນ​ສະ​ໄໝ ແລະ​ ເພື່ອ​ເຮັດ​ໃຫ້​ທຸກ​ສິ່ງ​ຢ່າງ​ເດີນ​ໄປ​ເຖິງ​ເປົ້າ ​ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ຄິດ​ ແລະ​ ພ້ອມ​ກັນ​​ແກ້​ ຄືອັນ​ທີ​ໜຶ່ງ​ຕ້ອງ​ພ້ອມກັນ​ສູ້​ຊົນ​ປະຕິບັດ​ເນື້ອ​ໃນ​ ແລະ ​ລັກສະນະ​ຂອງ​ການ​ສຶກສາ​ໃຫ້​ເດັດຂາດ​ຈິງ​ຈັງ​ຕາມ​ນະ​ໂຍບາຍ​ຂອງ​ພັກ ​ແລະ ​ລັດຖະບານ​ວາງ​ອອກ. ອັນ​ສອງ​ມາ​ຕ້ອງປົດ​ປ່ອຍ​ສິ່ງຫຍໍ້​ທໍ້​ທີ່​ມັນຍັງ​ເກາະ​ຫ້ອຍ​ໃນ​ຂົງ​ເຂດ​ການ​ສຶກສາ ກໍ​ຄື​ພາລະກິດ​ຂອງ​ຄູ-ອາຈານ​ເຮົາ​ໃຫ້​ໄດ້​ຢ່າງ​ສິ້ນເຊີງ​ ເປັນ​ຕົ້ນການ​ຈ້າງ​ເຂົ້າ​ຮຽນ, ການ​ກິນ​ສິນ​ບົນ​ໃນ​ຖັນ​ແຖວ​ຄູ-ອາຈານ​ ອັນ​ພາ​ໃຫ້​ເກີດ​ການ​ສໍ້​ລາດ​ບັງຫລວງ​ຢູ່​ພາຍ​ໃນ, ການ​ເບິ່ງ​ແຍງ​ ແລະ ​ເອົາ​ໃຈ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງ​ຄູ-ອາຈານ​ໃນ​ເຂດ​ຊົນນະບົດຫ່າງໄກ​ສອກຫລີກ ແລະ ອັນ​ສໍາຄັນ​​ທີ່​ຢາກ​ໃຫ້​ແກ້​ນັ້ນ​ແມ່ນ​ບັນຫາ​ຄູ​ອາສາ​ສະໝັກ​ທີ່​ເຮັດ​ວຽກ​ມາ​ເປັນ​ສາມສີ່​ປີ​ແຕ່ຍັງບໍ່​ໄດ້​ເຂົ້າ​ເປັນ​ລັດຖະກອນ.​ ໃນ​ສະພາບ​ປັດຈຸບັນ​ຍັງ​ມີ​ຄູ​ອາສາຫລາຍພັນຄົນ​​​ໄດ້ປະຕິບັດ​ໜ້າ​ທີ່​ຢູ່ໃນ​ທົ່ວ​ປະ​ເທດ. ພວກ​ເຂົາ​ເຫລົ່າ​ນັ້ນ​ບໍ່​ເຄີຍ​ເຫັນ​ໜ້າ​ເງິນ​ເດືອນ ຕະຫລອດການ​ເຮັດ​ໜ້າ​ທີ່​ການຮຽນ​-ການສອນ​ເຂົາ​ສ້າງ​ຄົນ​ໄດ້​ເປັນ​ຮ້ອຍ​ເປັນ​ພັນ, ການ​ຮັບ​ເອົາຄູອາສາ​ກໍ​ຍັງ​ມີ​ອັນ​ຈໍາກັດ, ຊໍ້າ​ບໍ່​ໜໍາ​ພັດ​ມີ​ຄົນ​ເຈົ້າ​ຄົນ​ຂ້ອຍ, ຜູ້​ທີ່​ໄດ້​ເຂົ້າ​ໄວ​ກວ່າ​ໝູ່​ກໍ​ແມ່ນ​ລູກ​ເຈົ້າຫລານ​ນາຍ, ຄູ​-ອາຈານ​ຢູ່​ເຂດຊົນນະບົດ​ຫ່າງໄກສອກຫຼີກ​ບໍ່​ເຄີຍ​ເຫັນ​ໜ້າ​ທ່ານ​ເຈົ້າ​ເມືອງ​ເຈົ້າ​ແຂວງ ​ແຕ່​ພາລະກິດ​ຂອງ​ເຂົາ​ຄື​ສ້າງ​ຄົນ​ໃຫ້​ເປັນ​ຄົນ​ເພື່ອ​ຊາດ​ບ້ານ​ເມືອງ. ສ່ວນວ່າ​ອັນ​ສຸດ​ທ້າຍ​ທີ່​ຢາກ​ໃຫ້​ແກ້​ຄື​ເລື່ອງ​ວົງ​ການ​ກິລາ​​ໃນ​ບ້ານ​ເຮົາ​, ປັດຈຸບັນໄປ​ແຂ່ງ​ຢູ່​ຕ່າງ​ແດນ​ມີ​ແຕ່​ເສຍ​ກັບ​ເສຍ, ວົງ​ການ​ກິລາ​ຢູ່​ພາຍ​ໃນ​ຕິດ​ພັນ​ກັບເຫລົ້າ​ເບຍ, ການ​ຄັດ​ເລືອກ​ເອົາ​ນັກ​ກິລາ​ໄປ​ແຂ່ງ​ຢູ່​ຕ່າງ​ແດນ​ສ່ວນ​ໜຶ່ງ​ບໍ່​ໄປ​ຕາມ​ເປົ້າ, ຈໍານວນ​ໜຶ່ງເປັນ​ລູກ​ຫລານ​ຂອງ​ຜູ້​ມີ​ເງິນ ​ເບິ່ງ​ຢ່າງ​ໜຶ່ງ​ຄືມັນມີ​ອັນ​ຕໍ່​ລອງ​ກັນ, ຖ້າ​ບໍ່​ໃຫ້​ລູກຫລານ​ເຮົາ​ໄປ​ເຮົາ​ກໍ​ຈະ​ບໍ່​ອຸປະຖໍາ ວ່າ​ຊັ້ນ ! ສຸດ​ທ້າຍ​ມັນກໍເລີຍ​ເປັນ​ໄມ້​ຄ້ຳ​ກ້ວຍ​​ ກ້ວຍ​ຄ້ຳ​ໄມ້, ແຕ່​ຈຸດ​ທີ່​ເສຍ​ກໍ​ຄື​ພາບ​ພົດ​ບົດບາດ​ຂອງ​ຊາດ ​ແລະ ​ຂອງ​ປະຊາຊົນ.