ທ່ານປ່ອຍໃຫ້ຈໍລ້ຽງລູກຫລືບໍ່ ?

- 013010 2017 - ທ່ານປ່ອຍໃຫ້ຈໍລ້ຽງລູກຫລືບໍ່ ?
- kitchen vibe - ທ່ານປ່ອຍໃຫ້ຈໍລ້ຽງລູກຫລືບໍ່ ?

ເດັກນ້ອຍເກີດໃໝ່ເຖິງອາຍຸ 2 ປີ ເປັນໄວທີ່ສະໝອງມີການເຕີບໃຫຍ່ ເຮັດໃຫ້ມີພັດທະນາການທຸກດ້ານຢ່າງວ່ອງໄວ ທັງ ດ້ານກ້າມຊີ້ນ, ພາສາ, ສະຕິປັນຍາ ແລະ ດ້ານອາລົມ, ສັງຄົມ ເດັກນ້ອຍໃນໄວນີ້ຈະຕ້ອງຮຽນຮູ້ໂດຍການສຳຫລວດສິ່ງແວດລ້ອມອ້ອມໂຕພາຍໃຕ້ການສອນ, ການບອກ, ການໄຈ້ແຍກສິ່ງຖືກຜິດ, ການຄຸ້ມຄອງອັນຕະລາຍໂດຍຜູ້ລ້ຽງດູຢ່າງໃກ້ຊິດ.

ເດັກນ້ອຍໃນໄວນີ້ຍັງບໍ່ສາມາດແປງພາບ ແລະ ສຽງທີ່ພົບເຫັນ ແລະ ໄດ້ຍິນຈາກສື່ໜ້າຈໍໍອີເລັກໂຕຣນິກທຸກປະເພດມາເປັນ ຄວາມຮູ້ທີ່ຈະໃຊ້ກັບໂລກແຫ່ງຄວາມເປັນຈິງໄດ້ດ້ວຍຕົນເອງ.

- Visit Laos Visit SALANA BOUTIQUE HOTEL - ທ່ານປ່ອຍໃຫ້ຈໍລ້ຽງລູກຫລືບໍ່ ?

ຈາກການສຶກສາຂອງບັນດາແພດຜູ້ຊ່ຽວຊານທົ່ວໂລກ ພົບວ່າ : ສື່ອີເລັກໂຕຣນິກກະທົບຕໍ່ສຸຂະພາບຂອງເດັກນ້ອຍຫລາຍດ້ານດ້ວຍກັນ ເຊັ່ນ :

– ພຶດຕິກຳຮຸນແຮງ : ເດັກນ້ອຍທີ່ມີຄວາມຮຸນແຮງ, ດື້ດ້ານ, ມີທ່າອ່ຽງນຳໄປສູ່ພຶດຕິກຳບໍ່ດີ.

– ພຶດຕິກຳດື້ ແລະ ສະມາທິສັ້ນ : ເດັກນ້ອຍທີ່ໄດ້ຮັບສື່ຜ່ານຈໍເປັນໄລຍະເວລາດົນຕັ້ງແຕ່ອາຍຸນ້ອຍມີຄວາມສຳພັນກັບພຶດຕິກຳດື້ ແລະ ສະມາທິສັ້ນ ແລະ ຫຍາບຄາຍຫລາຍຂຶ້ນ ໂດຍສະເພາະຢ່າງຍິ່ງ ຫາກເປັນສ່ືທີ່ມີຄວາມຮຸນແຮງ ແລະ ຫຍາບຄາຍ.

– ພຶດຕິກຳດື້ – ຕໍ່ຕ້ານ : ເດັກນ້ອຍທີ່ໄດ້ຮັບສື່ອີເລັກໂຕຣນິກຕັ້ງແຕ່ອາຍຸ 6 – 18 ເດືອນ ມີຄວາມສ່ຽງທີ່ຈະມີພຶດຕິກຳດື້, ຕໍ່ຕ້ານ ແລະ ພຶດຕິກຳຄ້າຍປັນຍາອ່ອນ ເຊັ່ນ : ພຶດຕິກຳແຍກໂຕຫລາຍຂຶ້ນ ໂດຍສະເພາະຢ່າງຍິ່ງຫາກໄດ້ຮັບສື່ທີ່ຜະລິດຂຶ້ນສຳລັບຜູ້ໃຫຍ່.

– ພຶດຕິກຳດ້ານພາສາ : ສື່ຊ່ວຍພັດທະນາດ້ານພາສາໄດ້ ຖ້າອອກແບບມາຢ່າງດີ ແລະ ພໍ່ແມ່ຢູ່ຊ່ວຍແນະນຳ.

– ສ່ວນການເບິ່ງລາຍການບັນເທີງທົ່ວໄປ : ຫາກພໍ່ແມ່ ຜູ້ປົກຄອງ ຫລື ເອື້້ອຍລ້ຽງ ເປີດໜ້າຈໍປະໄວ້ເປັນໄລຍະເວລາດົນຕໍ່ມື້ ຈະມີຜົນເຮັດໃຫ້ພັດທະນາການທາງພາສາຂອງເດັກລ່າຊ້າ.

– ຄວາມສາມາດສະໝອງລະດັບສູງ : ເລື່ອງນີ້ມີຄວາມສຳຄັນຢ່າງຍິ່ງຕໍ່ຄວາມສຳເລັດໃນການຮຽນ, ການເຮັດວຽກ ລວມທັງການມີຊີວິດຄອບຄົວ ນັ້ນແມ່ນເດັກນ້ອຍທີ່ໃຊ້ສື່ຫລາຍກ່ວາ ດົນກ່ວາ ຈະສົ່ງຜົນດ້ານລົບຕໍ່ຄວາມສາມາດສະໝອງລະດັບສູງ ເຊັ່ນ : ການແກ້ໄຂບັນຫາສັບຊ້ອນ, ຄວາມຄິດສ້າງສັນ, ການວາງແຜນ, ການບໍລິຫານຈັດການ.

ການໃຊ້ສື່ຜ່ານຈໍໃນການລ້ຽງເດັກນ້ອຍພຽງຢ່າງດຽວ ໂດຍບໍ່ມີປະຕິສຳພັນກັບພໍ່ແມ່ ຫລື ຜູ້ລ້ຽງເລີຍ ໃນກຸ່ມເດັກນ້ອຍທ່ີມີອາຍຸລຸ່ມ 2 ປີ ບໍ່ຊ່ວຍສົ່ງເສີມພັດທະນາການໃດໆໃຫ້ເດັກ, ແຕ່ເຮັດໃຫ້ເດັກອ່ອນແອລົງ. ດັ່ງນັ້ນ, ພໍ່ແມ່ ຜູ້ປົກຄອງຄວນໃຊ້ສື່ກັບເດັກນ້ອຍຢ່າງເໝາະສົມ.

- 4 - ທ່ານປ່ອຍໃຫ້ຈໍລ້ຽງລູກຫລືບໍ່ ?
- 5 - ທ່ານປ່ອຍໃຫ້ຈໍລ້ຽງລູກຫລືບໍ່ ?
- 3 - ທ່ານປ່ອຍໃຫ້ຈໍລ້ຽງລູກຫລືບໍ່ ?
  • 1097 Posts
  • 0 Comments
iLike/LPN/20