ກອງປະຊຸມໂຕະມົນປະຈຳປີ 2017 ຈະຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກນີ້ ທີ່ແຂວງຈຳປາສັກ

- IMG 0657 - ກອງປະຊຸມໂຕະມົນປະຈຳປີ 2017 ຈະຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກນີ້ ທີ່ແຂວງຈຳປາສັກ
- kitchen vibe - ກອງປະຊຸມໂຕະມົນປະຈຳປີ 2017 ຈະຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກນີ້ ທີ່ແຂວງຈຳປາສັກ

ວັນທີ 13 ພະຈິກນີ້, ທີ່ນະ ຄອນຫລວງວຽງຈັນກະຊວງ ແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາ ຊາດ ເພື່ອການພັດທະນາ ປະຈຳ ລາວ ໄດ້ຖະແຫລງຂ່າວ ຕໍ່ສື່ມວນ ຊົນວ່າ: ກອງປະຊຸມໂຕະມົນປະ ຈຳປີ 2017 ຈະໄດ້ຈັດຂຶ້ນລະ ຫວ່າງວັນທີ 22-23 ພະຈິກນີ້, ທີ່ແຂວງຈຳປາສັກ, ເຊິ່ງຈະໄດ້ ປຶກສາຫາລືກ່ຽວກັບເປົ້າໝາຍ ສຳລັບການພັດທະນາປະຈຳປີ ແລະ ກຳນົດນະໂຍບາຍສະໜັບ ສະໜູນສຳລັບຂະແໜງການ ໂດຍເນັ້ນໃສ່ 4 ຫົວຂໍ້ທີ່ຕິດພັນ ກັບການບັນລຸແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020) ຄື: ການຫລຸດພົ້ນອອກຈາກສະຖາ ນະພາບດ້ອຍພັດທະນາ ແລະ ການ ເຊື່ອມສານເປົ້າໝາຍການ ພັດທະນາແບບຍືນຍົງ; ການລົງ ທຶນທີ່ມີຄຸນນະພາບຂອງເອກະ ຊົນສຳລັບການພັດທະນາ; ການ ລົງທຶນໃສ່ການພັດທະນາສີມື ແຮງງານ, ເຊິ່ງເປັນປັດໃຈສຳ ຄັນໃນການພັດທະນາມະນຸດ; ການ ເພີ່ມທະວີການຮ່ວມມື ແບບ ໃຕ້-ໃຕ້ ແລະ ການຮ່ວມມືແບບ ສາມຫລ່ຽມ.

 

- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມໂຕະມົນປະຈຳປີ 2017 ຈະຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກນີ້ ທີ່ແຂວງຈຳປາສັກ

+ ປະທານປະເທດ ບຸນຍັງ ວໍລະຈິດ ສຳເລັດການເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ຜູ້ນຳເສດຖະກິດ (ອາເປັກ-ອາຊຽນ)

+ ງານວາງສະແດງສິນຄ້າອາຊຽນແຟຣຈັດຂຶ້ນທີ່ແຂວງສະຫວັນນະເຂດ

ກອງປະຊຸມໂຕະມົນ ປະຈຳ ປີ ແມ່ນໜຶ່ງໃນກົນໄກຂອງຂະ ບວນການໂຕະມົນ ເພື່ອຮັບປະ ກັນ ຄວາມສຳເລັດ ຂອງການ ພັດທະນາ, ພ້ອມທັງເປັນເວທີ ປຶກສາ ຫາລື ແລະ ຕົກລົງເຫັນ ດີຮ່ວມມືເພື່ອຈັດຕັ້ງປະຕິບັດບັນ ດາບູລິມະສິດເພື່ອການພັດທະ ນາໃຫ້ສຳເລັດຜົນຢ່າງເປັນຮູບ ປະທຳ.

ຂະບວນການໂຕະມົນຈະ ມີລັດຖະບານເປັນປະທານ ແລະ ອົງການສະຫະປະຊາຊາດເພື່ອ ການພັດທະນາ ເປັນປະທານ ຮ່ວມ ມີ 10 ໜ່ວຍງານຂະແໜງ ການ (SWGs) ເປັນອົງປະ ກອບເພື່ອປະສານງານໃນການ ຈັດຕັ້ງປະຕິບັດແຜນດຳເນີນງານ ຂອງການພັດທະນາໃຫ້ມີປະສິດ ທິຜົນ.

 

- IMG 0657 300x200 - ກອງປະຊຸມໂຕະມົນປະຈຳປີ 2017 ຈະຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກນີ້ ທີ່ແຂວງຈຳປາສັກ

- 4 - ກອງປະຊຸມໂຕະມົນປະຈຳປີ 2017 ຈະຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກນີ້ ທີ່ແຂວງຈຳປາສັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!