ນະຄອນຫລວງ​ວຽງ​ຈັນ​ເມືອງ​ເອກ​ທີ່​ປະ​ທັບ​ໃຈ

- 12747252 925676480850146 3295952048359955312 o - ນະຄອນຫລວງ​ວຽງ​ຈັນ​ເມືອງ​ເອກ​ທີ່​ປະ​ທັບ​ໃຈ
- kitchen vibe - ນະຄອນຫລວງ​ວຽງ​ຈັນ​ເມືອງ​ເອກ​ທີ່​ປະ​ທັບ​ໃຈ

ໂດຍ: ສ. ນົກ​ຮຽນ​ບິນ

ນະຄອນຫລວງ​ວຽງ​ຈັນ​ເຖິງ​ຈະ​ບໍ່​ຕິດ​ອັນ​ດັບ​ເປັນ​ເມືອງ​ໜ້າ​ທ່ອງ​ທ່ຽວ​ຄື​ແຂວງ​ຫລວງ​ພະ​ບາງ​ກໍ​ຕາມ, ​ແຕ່​ກໍ​ມີ​ຫລາຍ​ສະຖານ​ທີ່​ທ່ອງ​ທ່ຽວ​ທາງ​ດ້ານ​ວັດ​ຖຸບູຮານ, ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ດ້ານ​ວັດທະນະທຳ ​ແລະ ທາງ​ທຳ​ມະ​ຊາດ​ອັນ​ເປັນ​ທີ່​ປະ​ທັບ​ໃຈ​ຂອງ​ຜູ້​ຄົນ​ທົ່ວ​ທຸກ​ມຸມ​ໂລກ ຄື​ປີ 2016 ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ເຖິງ 1,57 ລ້ານ​ກວ່າ​ຄົນ, ມີ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ 177,3 ລ້ານ​ໂດ​ລາ​ສະຫະລັດ, ສະ​ເພາະ 9 ​ເດືອນ​ປີ 2017 ກໍ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ຫລາຍ​ກວ່າ 9 ​ແສນ​ຄົນ​ແລ້ວ ​ແລະ ຄາດ​ວ່າ​ຈະ​ບັນລຸ​ເປົ້າໝາຍ​ວາງ​ໄວ້​ຢ່າງ​ແນ່ນອນ.

- Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງ​ວຽງ​ຈັນ​ເມືອງ​ເອກ​ທີ່​ປະ​ທັບ​ໃຈ

ນະຄອນຫລວງ​ວຽງ​ຈັນ​ຕັ້ງຢູ່​ໃຈກາງ​ຂອງ​ປະ​ເທດ, ​ເປັນ​ສູນ​ກາງ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ, ມີ​ເສັ້ນທາງ​ເຂົ້າສູ່​ຫລາຍ​ສາຍ, ມີ​ສະໜາມ​ບິນ​ໄດ້​ມາດຕະຖານ​ຮອງ​ຮັບ​ການ​ເດີນທາງ​ຂຶ້ນ-ລົງ​ຂອງ​ຍົນ​ນາໆ​ຊາດ ຈຶ່ງ​ມີ​ຄວາມ​ໄດ້​ປຽບ​ກວ່າ​ແຂວງ​ອື່ນໆ. ດັ່ງ​ທ່ານ ຄຳ​ປະດິດ ​ເຂັມ​ມານິດ ຫົວໜ້າ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ນະຄອນຫລວງ​ມີ​ອົງ​ປະກອບ​ຫລາຍ​ດ້ານ​ທີ່​​ເປັນ​ທ່າ​ແຮງ​ຂອງ​ການທ່ອງທ່ຽວ ​ແລະ ສາມາດ​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ​ຊົມ​ໃນ​ແຕ່ລະ​ປີ​ເພີ່ມ​ຂຶ້ນ ​ແລະ ສະ​ເພາະ​ປີ​ທ່ອງ​ທ່ຽວ​ລາວ 2018 ນີ້ ນະຄອນຫລວງ​ກໍ​ໄດ້​ມີ​ການ​ກະກຽມ​ກິດຈະກຳ​ຫລາຍ​ດ້ານ​ເພື່ອ​ຮອງ​ຮັບ​ປີ​ທ່ອງ​ທ່ຽວ​ດັ່ງກ່າວ ​ເຊິ່ງ​ເບື້ອງຕົ້ນກໍ​ໄດ້​ສຸມ​ໃສ່​ປຸກລະດົມ​ຊາວ​ນະຄອນຫລວງ​ວຽງ​ຈັນ​ຮ່ວມ​ເປັນ​ເຈົ້າພາບ​ທີ່​ດີ​ນຳ​ກັນ ​ເຮັດ​ແນວ​ໃດ​ໃຫ້​ກາຍ​ເປັນ​ເມືອງ​ແຫ່ງ​ຮອຍ​ຍິ້ມ ​ແລະ ປະຕິບັດ​ໄດ້ ສ.ສະອາດ, ສ.ສະຫງົບ, ສ່ວນ​ກິດຈະກຳ​ຕ່າງໆ​ແມ່ນ​ຈະ​ເນັ້ນ​ໃສ່ 3 ບຸນ​ໃຫຍ່​ ຄື​ບຸນປີ​ໃໝ່​ລາວ, ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະ​ເພນີ​ທີ່​ທ່າ​ວັດ​ຈັນ ​ແລະ ບຸນ​ນະມັດສະການ​ພະທາດ​ຫລວງ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີອັນ​ດີງາມ​ຂອງ​ຊາດ​ເຮົາ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວນັ້ນ​ໃຫ້​ແຂກ​ບ້ານ​ແຂກ​ເມືອງ​ໄດ້​ເບິ່ງ​ໄດ້​ຊົມ​ຢ່າງ​ໜ້າ​ປະ​ທັບ​ໃຈ. ພ້ອມ​ນັ້ນ ກໍ​ຈະ​ໄດ້​ຈັດ​ງານ​ສົ່ງ​ເສີມ​ການທ່ອງທ່ຽວ 6 ​ແຂວງ​ພາກ​ກາງ ​ໂດຍ​ຈະ​ນຳ​ເອົາ​ຜະລິດ​ຕະພັນ​ອັນ​ໂດດ​ເດັ່ນ​ຂອງ 6 ​ແຂວງ​ພາກ​ກາງ​ມາສະ​ແດງ ​ແລະ ຮ່ວມ​ຈັດ​ກິດຈະກຳ​ຕ່າງໆ ​ແລະ ​ໃນ​ໄລຍະ​ດຽວ​ກັນ, ນະຄອນຫລວງ​ວຽງ​ຈັນ​ກໍ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ 5 ນະຄອນ​ຂອງ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ ກໍ​ຈະ​ເປັນ​ທ່າ​ແຮງ​ສຳຄັນ​ໜຶ່ງ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ​ຊົມ​ໃຫ້​ຫລາຍ​ຂຶ້ນ, ສ່ວນ​ສະຖານ​ທີ່​ທ່ອງ​ທ່ຽວ​ແມ່ນ​ເນັ້ນ​ໃສ່​ບູຮານ​ສະຖານ, ຫໍພະ​ແກ້ວ, ວັດ​ສີສະ​ເກດ, ວັດ​ພະທາດ​ຫລວງ ​ແລະ ຫໍ​ຫລັກ​ເມືອງ ພາຍຫລັງ​ມີ​ການ​ຕົບ​ແຕ່ງ​ປະຕິສັງຂອນ​ໃຫ້​ມີ​ຄວາມ​ສວຍ​ສົດ​ງົດ​ງາມ ​ແລະ ​ເອກອ້າງ​ທະ​ນົງ​ໃຈ ດັ່ງ​ຫໍພະ​ແກ້ວ, ພະທາດ​ຫລວງ ​ແລະ ອື່ນໆ. ພ້ອມ​ດຽວ​ກັນນັ້ນ ກໍ​ເນັ້ນ​ໃສ່​ແຫ​ລ່ງທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ນ້ຳຕົກຕາ​ດຊອນ, ​ເຮືອນ​ແພນ້ຳງື່ມ, ສວນ​ພຶກສາຊາດ, ສວນ​ພູ​ຕາ​ເວັນ ​ແລະ ​ເລັ່ງປັບປຸງ​ປົວ​ແປງ​ຮ້ານ​ອາຫານ, ​ເຮືອນ​ພັກ, ​ໂຮງ​ແຮມ​​ໃຫ້​ໄດ້​ມາດຕະຖານ.

ຕາມ​ການ​ເປີດ​ເຜີຍ​ຂອງ​ທ່ານ ​ແກ້ວ​ວິ​ໄຈ ວົງ​ແກ້ວ​ພິລາ ວິຊາ​ການ​ຄຸ້ມ​ຄອງ​ຂະ​ແໜງ​ທ່ອງ​ທ່ຽວ ​ໃຫ້​ຮູ້​ຕື່ມ​ວ່າ: ສະພາບ​ການທ່ອງທ່ຽວ​ຂອງ​ນະຄອນຫລວງ​ວຽງ​ຈັນ​ໃນ​ປັດຈຸບັນ​ແມ່ນ​ມີ​ບັນຍາກາດ​ດີ​ຂຶ້ນ ​ເຊິ່ງສະ​ແດງ​ອອກ​ໃຫ້​ເຫັນ​ສະ​ເພາະ 9 ​ເດືອນ​ຕົ້ນປີ​ນີ້​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ​ຫລາຍ​ກວ່າ 9 ​ແສນ​ຄົນ ​ແລະ ຄາດ​ວ່າ​ໃນ 3 ​ເດືອນ​ສຸດ​ທ້າຍ​ຂອງ​ປີ ​ເປັນ​ໄລຍະ​ທີ່​ນັກ​ທ່ອງ​ທ່ຽວ​ຈະ​ເຂົ້າມາ​ຫລາຍ ​ແລະ ອາດ​ເປັນ​ຜົນ​ບວກ​ເຮັດ​ໃຫ້​ຕົວ​ເລກ​ການທ່ອງທ່ຽວ​ບັນລຸ​ເປົ້າ​ແນ່ນອນ.

- 4 - ນະຄອນຫລວງ​ວຽງ​ຈັນ​ເມືອງ​ເອກ​ທີ່​ປະ​ທັບ​ໃຈ
- 5 - ນະຄອນຫລວງ​ວຽງ​ຈັນ​ເມືອງ​ເອກ​ທີ່​ປະ​ທັບ​ໃຈ
- 3 - ນະຄອນຫລວງ​ວຽງ​ຈັນ​ເມືອງ​ເອກ​ທີ່​ປະ​ທັບ​ໃຈ