ເຈົ້າໜ້າທີ່ລາວ-ຫວຽດນາມຮ່ວມມືມ້າງຂະບວນຄ້າຢາເສບຕິດລາຍໃຫຍ່

- laos vietnam - ເຈົ້າໜ້າທີ່ລາວ-ຫວຽດນາມຮ່ວມມືມ້າງຂະບວນຄ້າຢາເສບຕິດລາຍໃຫຍ່
- kitchen vibe - ເຈົ້າໜ້າທີ່ລາວ-ຫວຽດນາມຮ່ວມມືມ້າງຂະບວນຄ້າຢາເສບຕິດລາຍໃຫຍ່

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໃໝ່ ແລະ ເມືອງຂວາ ແຂວງຜົ້ງສາລີໄດ້ສົມທົບກັບທະຫານປ້ອງກັນຊາຍແດນແຂວງດຽນບຽນ ສສ.ຫວຽດນາມ ເຂົ້າມ້າງຂະບວນການຄ້າຢາເສບຕິດລາຍໃຫຍ່ຢູ່ໂຮງແຮມເຊີນນາລີເມືອງຂວາ ແລະ ສາມາດຈັບຕົວຜູ້ກະທໍາຜິດໄດ້ 2 ຄົນຄື: ທ້າວ ເກັ່ງເຊັ່ງ ອາຍຸ 17 ປີຢູ່ບ້ານປາງປໍເມືອງຫລ້າແຂວງອຸດົມໄຊ ແລະ ທ້າວ ອິນ ອາຍຸ 54 ປີຢູ່ບ້ານຫາດເຊີຍເມືອງຂວາແຂວງຜົ້ງສາລີ, ພ້ອມຂອງກາງຢາບ້າ 66 ພັນເມັດ. ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາຮັບສາລະພາບວ່າ  ຢາເສບຕິດດັ່ງກ່າວເປັນຂອງພວກຕົນແທ້, ເຊິ່ງໄດ້ເອົາມາຈາກຂະບວນການ ດຽວກັນ, ເພື່ອໄວ້ຈໍາໜ່າຍໃຫ້ລູກຄ້າ ແລະ ປັດຈຸບັນຄະດີຢາເສບຕິດລາຍນີ້,​ ເຈົ້າໜ້າທີ່ພວມຂະຫຍາຍຜົນຫາຜູ້ຮ່ວມຂະບວນເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ລາວ-ຫວຽດນາມຮ່ວມມືມ້າງຂະບວນຄ້າຢາເສບຕິດລາຍໃຫຍ່
- 3 - ເຈົ້າໜ້າທີ່ລາວ-ຫວຽດນາມຮ່ວມມືມ້າງຂະບວນຄ້າຢາເສບຕິດລາຍໃຫຍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!