ເຕັກນິກຊ່ວຍເພີ່ມນ້ຳໜັກສຳລັບຄົນຈ່ອຍ

- 022711 2017 - ເຕັກນິກຊ່ວຍເພີ່ມນ້ຳໜັກສຳລັບຄົນຈ່ອຍ
- kitchen vibe - ເຕັກນິກຊ່ວຍເພີ່ມນ້ຳໜັກສຳລັບຄົນຈ່ອຍ

ສຳນັກງານກວດສຸຂະພາບແຫ່ງຊາດ ນະຄອນຫລວງອອດສະໂລ ປະເທດນ໊ອກແວ ໄດ້ສຶກສາໃນປະຊາຊົນເມືອງເບີເກນ ໃນ ເລື່ອງຄວາມສຳພັນກັນລະຫ່ວາງດັດຊະນີມວນກາຍກັບສຸຂະພາບ ພົບວ່າ : ແມ່ຍິງທີ່ມີນຳ້ໜັກໜ້ອຍເກີນໄປມີຄວາມສ່ຽງສູງຕໍ່ການຫລຸລູກ ເພາະຮັງໄຂ່ເຮັດວຽກຜິດປົກກະຕິ ແລະ ຄົນທີ່ອົດອາຫານເພື່ອຄວບຄຸມນຳ້ໜັກມັກໄດ້ຮັບສານອາຫານຈຳເປັນບໍ່ພຽງພໍ ຈົນເຮັດໃຫ້ຮ່າງກາຍຂາດຄວາມດຸ່ນດ່ຽງ, ການເຮັດວຽກຂອງຮໍໂມນ  ແລະ ລະບົບຕ່າງໆເຮັດວຽກຜິດປົກກະຕິ ເຊັ່ນ : ອາດຂາດຮໍໂມນເອສໂຕຣເຈນ ເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິ ແລະ ເປັນພະຍາດກະດູກຜຸຜ່ອຍໄດ້ງ່າຍ ເພາະໜ້າທີ່ໜຶ່ງຂອງຮໍໂມນເອສໂຕຣເຈນກໍແມ່ນນຳພາທາດການຊຽມໄປຫາກະດູກ.

ແລະ ວຽກງານວິໄຈຍັງພົບຕື່ມວ່າ : ຄົນທີ່ມີນຳ້ໜັກໂຕໜ້ອຍເກີນໄປຈະເຮັດໃຫ້ສະໝອງຕ້ອງເຮັດວຽກໜັກ ເພາະສະໝອງເຮັດວຽກໂດຍອາໄສນຳ້ຕານກລູໂກສເປັນພະລັງງານ ຖ້າອົດອາຫານເພື່ອຫລຸດນຳ້ໜັກຈົນເຮັດໃຫ້ຮ່າງກາຍໄດ້ຮັບກລູໂກສບໍ່ພຽງພໍ ສະໝອງຈຶ່ງສ້າງສານໂດປາມີນ ເພື່ອເພີ່ມການສົ່ງຄຳສັ່ງໄປຍັງກ້າມຊີ້ນ ສະໝອງຈຶ່ງຕ້ອງເຮັດວຽກໜັກຂຶ້ນ. ຖ້າທ່ານບໍ່ຢາກໃຫ້ສະໝອງເຮັດວຽກໜັກໂດຍບໍ່ຈຳເປັນ ແລະ ບໍ່ຢາກໃຫ້ຄວາມເຈັບປ່ວຍມາຢາມຍ້ອນຄວາມຈ່ອຍ ປະຕິບັດດັ່ງນີ້ :

- Visit Laos Visit SALANA BOUTIQUE HOTEL - ເຕັກນິກຊ່ວຍເພີ່ມນ້ຳໜັກສຳລັບຄົນຈ່ອຍ

– ເນັ້ນກິນອາຫານທີ່ເພີ່ມພະລັງງານ ເຊັ່ນ : ແປ້ງ, ນຳ້ຕານ, ຜັກ ແລະ ໝາກໄມ້ໃຫ້ຫລາຍກ່ວາເກົ່າ, ແຕ່ຄວນໃຫ້ໝູນວຽນຊະນິດກັນໄປ ແລະ ການເພີ່ມນຳ້ໜັກທີ່ດີຄວນເພີ່ມບໍ່ເກີນອາທິດລະ 0,5 – 1 ກິໂລກຣາມຢ່າງສະໝໍ່າສະເໝີ.

– ກິນອາຫານໃຫ້ໄດ້ອັດຕາສ່ວນ  ທັງຄາໂບໄຮເດຣດ, ໂປຣຕິນ, ໄຂມັນ ແທນທີ່ຈະເພີ່ມແຕ່ອາຫານຫວານໆມັນໆດັ່ງທີ່ນິຍົມກັນ ເພາະເພີ່ມນຳ້ໜັກວິທີນັ້ນຈະໄດ້ເປັນໄຂມັນສະສົມຕາມກົກຂາ, ໜ້າທ້ອງ ເຊິ່ງບໍ່ມີໃຜຢາກໄດ້ແນ່ນອນ.

– ເລືອກອາຫານຊະນິດທີ່ໃຫ້ພະລັງງານສູງ, ແຕ່ຈານບໍ່ໃຫຍ່ ເຊັ່ນ : ລະຫ່ວາງຍຳສະຫລັດກັບໄຂ່ດາວ ແລະ ສະເຕັກປາ ເຊິ່ງສະເຕັກປາອາດຈະໃຫ້ພະລັງງານຫລາຍກ່ວາເຖິງວ່າຈະກິນໃນປະລິມານໜ້ອຍກ່ວາ.

– ເພີ່ມຄາບອາຫານໃຫ້ເປັນ 4 – 6 ຄາບຕໍ່ມື້  ໂດຍເພີ່ມຄາບອາຫານຫ່ວາງເຂົ້າໄປ ເຊັ່ນ : ກາລະເປົາໄສ້ຖົ່ວດຳ 1 ກ້ອນ, ນຳ້ໝາກກ້ຽງສົດ 1 ຈອກ ເປັນຕົ້ນ.

– ເພີ່ມວິຕາມິນ ແລະ ເກືອແຮ່ ໂດຍສະເພາະວິຕາມິນເບລວມ ຈະຊ່ວຍເພີ່ມຄວາມຢາກອາຫານ, ຊ່ວຍເຜົາຜານອາຫານໃນຮ່າງກາຍໃຫ້ເປັນພະລັງງານ.

- 5 - ເຕັກນິກຊ່ວຍເພີ່ມນ້ຳໜັກສຳລັບຄົນຈ່ອຍ
- 3 - ເຕັກນິກຊ່ວຍເພີ່ມນ້ຳໜັກສຳລັບຄົນຈ່ອຍ
- 4 - ເຕັກນິກຊ່ວຍເພີ່ມນ້ຳໜັກສຳລັບຄົນຈ່ອຍ
  • 1097 Posts
  • 0 Comments
iLike/LPN/20