ອະນາໄມໂລກເຕືອນ HIV/AIDS ລະບາດຫລາຍຂຶ້ນຢູ່ເອີຣົບ

- 1511861382014 960x0 - ອະນາໄມໂລກເຕືອນ HIV/AIDS ລະບາດຫລາຍຂຶ້ນຢູ່ເອີຣົບ
- kitchen vibe - ອະນາໄມໂລກເຕືອນ HIV/AIDS ລະບາດຫລາຍຂຶ້ນຢູ່ເອີຣົບ

​ເຈົ້າໜ້າ​ທີ່​ສາທາລະນະ​ສຸກລາຍ​ງານ​ວ່າ: ຈຳນວນ​ຜູ້​ຕິດ​ເຊື້ອ​ໄວຣັສ​ເອຊ​ໄອ​ວີ/​ເອດ​ສ໌ (HIV/AIDS) ລາຍ​ໃໝ່​ຢູ່​ເອີຣົບ​ເພີ່ມ​ຫລາຍ​ຂຶ້ນຈົນ​ເຖິງ​ລະດັບ​ສູງ​ສຸດ​ໃນ​ປີ 2016 ນັບ​ແຕ່​ບັນທຶກ​ສະຖິຕິ​ມາ ​ເອີ້ນ​ວ່າ​ເປັນ​ອັດຕາ​ການ​ແຜ່​ລະບາດ​ທີ່​ໜ້າ​ຕົກ​ໃຈ.

ອົງການ​ອະນາ​ໄມ​ໂລກ​ພາກພື້ນ​ເອີຣົບຖະ​ແຫລ​ງ​ໃນ​ລາຍ​ງານ​ຮ່ວມ​ກັບ​ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ​ຢູ່​ເອີຣົບວ່າ: ປີ 2016 ມີ​ຜູ້​ຕິດ​ເຊື້ອ​ໄວຣັສ HIV ສາ​ເຫດ​ຂອງ​ພະຍາດ​ເອດ​ສ໌ປະມານ 160.000 ຄົນ​ໃນ 53 ປະ​ເທດ ​ໂດຍ 80% ຢູ່​ເອີຣົບຕາ​ເວັນ​ອອກ. ຖະ​ແຫລ​ງການ​ຂອງ​ອົງການ​ອະນາ​ໄມ​ໂລກ​ເອີຣົບລະບຸ​ວ່າ: ນີ້​ຖື​ເປັນ​ຕົວ​ເລກ​ຜູ້​ຕິດ​ເຊື້ອສູງ​ສຸດ​ນັບ​ແຕ່​ບັນທຶກ​ສະຖິຕິ​ມາ ​ແລະ ຖ້າ​ທ່າ​ອ່ຽງຍັງ​ເພີ່ມ​ຂຶ້ນ​ແບບ​ນີ້ ຈະ​ເຮັດ​ໃຫ້​ໂລກ​ບໍ່​ສາມາດ​ປະຕິບັດ​ຕາມ​ເປົ້າໝາຍ​ຢຸດ​ການລະບາດ​ຂອງ​ເຊື້ອ HIV ​ໄດ້​ພາຍ​ໃນ​ປີ 2030. ຜູ້​ຊ່ຽວຊານ​ກ່າວ​ວ່າ: ຜູ້​ຕິດ​ເຊື້ອຈຳນວນ​ຫລາຍ​ໄດ້​ຮັບ​ເຊື້ອ HIV ມາ​ຫລາຍ​ປີ​ແລ້ວ​ກ່ອນ​ຈະ​ໄດ້​ຮັບ​ການ​ບົ່ງມະຕິ​ພະຍາດ ຈຶ່ງ​ເຮັດ​ໃຫ້​ເຊື້ອ​ໄວຣັສ​ແຜ່​ໄປ​ສູ່​ຜູ້​ອື່ນ ​ແລະ ຄວບ​ຄຸມ​ຍາກ. ການ​ໄດ້​ຮັບ​ບົ່ງມະຕິ​ພະຍາດ​ແຕ່​ເລີ່​ມຕົ້ນມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ​ເນື່ອງ​ຈາກ​ຜູ້​ຕິດ​ເຊື້ອຈະ​ໄດ້​ຮັບ​ຢາ​ຕ້ານ​ເອດ​ສ໌​ໄວ​ຂຶ້ນ ຈຶ່ງ​ມີ​ໂອກາດ​ຈະ​ມີ​ຊີວິດ​ຢູ່​ໄດ້​ດົນ​ກວ່າ ​ແລະ ສຸຂະພາບ​ດີກ​ວ່າ. ອົງການ​ອະນາ​ໄມ​ໂລກ​ພາກພື້ນ​ເອີຣົບປະກອບ​ມີ 53 ປະ​ເທດ ທີ່​ມີ​ປະຊາກອນ​ລວມກັນ​ເກືອບ 900 ລ້ານ​ຄົນ.

- Visit Laos Visit SALANA BOUTIQUE HOTEL - ອະນາໄມໂລກເຕືອນ HIV/AIDS ລະບາດຫລາຍຂຶ້ນຢູ່ເອີຣົບ
- 5 - ອະນາໄມໂລກເຕືອນ HIV/AIDS ລະບາດຫລາຍຂຶ້ນຢູ່ເອີຣົບ
- 4 - ອະນາໄມໂລກເຕືອນ HIV/AIDS ລະບາດຫລາຍຂຶ້ນຢູ່ເອີຣົບ
- 3 - ອະນາໄມໂລກເຕືອນ HIV/AIDS ລະບາດຫລາຍຂຶ້ນຢູ່ເອີຣົບ