ວ່າດ້ວຍການສອນພາສາຕ່າງປະເທດ: ເວົ້າ​ໄດ້ ຈຶ່ງ​ໃຫ້​ຢູ່

- advert banner 728 90 728x90 - ວ່າດ້ວຍການສອນພາສາຕ່າງປະເທດ: ເວົ້າ​ໄດ້ ຈຶ່ງ​ໃຫ້​ຢູ່

ການ​ຊອກ​ເຮັ​ດ​ວຽກ​ທຸກມື້ນີ້ ແມ່ນ​ເຂັ້ມ​ຂຸ້ນຂຶ້ນເລື້ອຍໆ, ຜູ້ຂຽນ​ໄດ້​ຮຽ​ນຮູ້ບົດຮຽນ​ຈາກ​ປະ​ເທດ​ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ການອະ​ນຸ​ຍາດ​ໃຫ້​ຄົນ​ຕ່າງ​ປະ​ເທດເຂົ້າມາເຮັດວຽກໃນປະເທດ  ໂດຍ​ສະ​ເພາະ ຜູ້​ທີ່​ຈະ​ມາ​ສະ​ໝັກ​ເປັນ​ຄູ​ສອນ​ພາ​ສາ​ອັງ​ກິດ​  ລັດ​ຖະ​ບານ​​ຈະ​​ບັງ​ຄັບໃຫ້ເຂົາເຈົ້າ ຕ້ອງມີ ທັກສະພາສາ ອິນໂດເນເຊຍ ເປັນຢ່າງດີເສຍກ່ອນ.

- lattana 1 - ວ່າດ້ວຍການສອນພາສາຕ່າງປະເທດ: ເວົ້າ​ໄດ້ ຈຶ່ງ​ໃຫ້​ຢູ່

ນີ້ເປັນເງື່ອນໄຂໃໝ່ ທີ່ສ້າງອຸປະສັກໃນການຊອກຫາວຽກ ໂດຍສະເພາະການສອນພາສາອັງກິດ ໃນປະ ເທດອິນໂດເນເຊຍ “ນີ້ແມ່ນເງື່ອນໄຂທີ່ເຄັ່ງຄັດທີ່ສຸດ ໃນການສະໝັກເປັນ ອາຈາານສອນ ພາສາອັງກິດ, ພວກເຮົາມີຜູ້ສະໝັກເຂົ້າມາເຮັດວຽກກວ່າ 100 ຄົນ ແຕ່ໄດ້ ມາດຖານພຽງປະມານ 5 ຄົນເທົ່ານັນ” ນີ້ ແມ່ນຄຳເຫັນຂອງທ່ານ ນີນາ ເວັກເລີ (Nina Wexler) ຜູ້ເປັນເຈົ້າຂອງໂຮງຮຽນ 2 ແຫ່ງໃນອິນໂດເນເຊຍ.

ລັດຖະບານອິນໂດເນເຊຍມີຄວາມເຄັ່ງຄັດໃນການບັງຄັບໃຊ້ກົດໝາຍດັ່ງກ່າວ ໂດຍເນັ້ນໜັກ ໃຫ້ຕ່າງປະເທດທຸກຄົນຕ້ອງເສັງຜ່ານ ພາສາອິນໂດເນເຊຍສາກ່ອນຈຶ່ງສາມາດເຮັດວຽກໄດ້, ການດຳເນີນການ ດັ່ງ ກ່າວມີເຫດຜົນຢູ່ວ່າ “ປະເທດອື່ນຮຽກຮ້ອງໃຫ້ແຮງງານເຄື່ອນຍ້າຍຂອງ ອິນເນເຊຍທີ່ມີທັກສະຕໍ່ານັ້ນຮຽນຮູ້ ພາສາທ້ອງຖິ່ນເຂົາເຈົ້າສາກ່ອນຈຶ່ງສາມາດເດີນທາງໄປ ເຮັດວຽກໄດ້ ແຕ່ຄົນຕ່າງປະເທດສາມາດ ເຮັດວຽກຢູ່ ອິນໂດເນເຊຍ ພຽງສາມາດເວົ້າ ໄດ້ວ່າ ສະບາຍດີ ແລະ ຂອບໃຈ ແຕ່ເຮັດວຽກ ເປັນເວລາຫຼາຍປີ ແລະຍາດແຍ່ງ ເອົາວຽກດີໆ ຈາກຄົນອິນໂດເນເຊຍໄປ, ສິ່ງດັ່ງກ່າວເປັນທີ່ຍອມຮັບ ບໍ່ໄດ້ອີກແລ້ວ”.

ເປັນເລື່ອງທຳມະດາທີ່ມີຫຼາຍປະເທດເຂົາເຈົ້າໄດ້ວາງເງື່ອນໄຂທີ່ເຂັ້ມງວດ ຕໍ່ກັບຊາວຕ່າງ ປະເທດ ທີ່ເຂົ້າມາເຮັດວຽກໃນປະເທດ ໂດຍມີຈຸດປະສົງໃນການຮັກສາວຽກໄວ້ໃຫ້ປະຊາຊົນ  ຂອງຕົນ. ໃນບັນດາ ນະໂຍບາຍຕ່າງໆທີ່ອ້າງວ່າເພື່ອຜົນປະໂຫຍດຂອງປະຊາຊົນນັ້ນ ອາດມີຄ່າໜ້ອຍລົງ ເມື່ອໃດທີ່ ປະຊາຊົນ ພາຍໃນປະເທດຍັງມີວຽກເຮັດທີ່ບໍ່ສົມຄ່າ, ຊໍ້າບໍ່ໜຳ ຍັງມີຄົນຕ່າງປະເທດທີ່ບໍ່ແມ່ນເຈົ້າຂອງ ແຜ່ນດິນ ມາຍາດແຍ່ງໄປ. ບໍ່ມີຫຍັງທີ່ຈະລ້ຽງຊີບໄດ້ດີ ກວ່າການມີວຽກທີ່ດີ ໂດຍໄຮ້ຄວາມກັງວົນຈາກການ ຍາດແຍ່ງ.

ຜູ້ຂຽນເຫັນມາກັບຕາວ່າ ຄົນຕ່າງປະເທດຫຼາຍຄົນທີ່ມາເຮັດວຽກເປັນຄູສອນພາສາ ໂດຍສະເພາະ ພາສາອັງກິດຢູ່ບັນດາວິທະຍາໄລຕ່າງໆຂອງລາວ ບໍ່ຮູ້ພາສາ ລາວເຮົາແມ່ນແຕ່ໜ້ອຍ ເຮັດໃຫ້ການສື່ສານ ລະຫວ່າງນັກຮຽນ ແລະຄູສອນມີຄວາມຫຍຸ້ງຍາກ ປານນັ້ນວິທະຍາໄລຫຼາຍແຫ່ງກໍຍັງສາມາດດຶງດູດ ເອົານັກສຶກສາເຂົ້າມາຮຽນດ້ວຍເຫັດຜົນພຽງແຕ່ວ່າ “ສອນໂດຍຄົນຕ່າງປະເທດ, ສອນໂດຍເຈົ້າຂອງພາສາ” ແຕ່ກໍບໍ່ປະຕິເສດໄດ້ວ່າ ຄົນຕ່າງປະເທດຈຳນວນນຶ່ງກໍມີຄຸນວຸດທິເໝາະສົມແທ້ ແຕ່ອີກຈຳນວນໜຶ່ງກໍບໍ່ເປັນເລື່ອງທີ່ພວກເຮົາຄວນຈຳກັດໄວ້ກໍດີ!​

ເວົ້າເຖິງວຽກອື່ນກໍຄືກັນ ເຊັ່ນຊາວຄ້າຂາຍບາງຄົນ (ຄົນຕ່າງປະເທດ) ບໍ່ມີແມ່ນແຕ່ໜັງສືພັກເຊົາ ຫຼື ວີຊາ (visa) ໝົດກຳນົດ, ແຕ່ປານນັ້ນ ເຂົາເຈົ້າກໍຍັງສາມາດຄ້າຂາຍໄດ້ຢ່າງດີ ເຊິ່ງມາໃນປັດຈຸບັນ ເປັນສິ່ງທີ່ສະໜັບສະໜູນຢ່າງຍິ່ງທີ່ລັດຖະບານເຮົາ ກໍກຳລັງສຸມຄວາມພະຍາຍາມ ເພື່ອການຄວບຄຸມ ແລະເຂັ້ມງວດ ກັບຊາວຕ່າງປະເທດ ທີ່ເຂົ້າມາຍາດແຍ່ງວຽກ ຈາກຄົນລາວ ເຊິ່ງແນ່ນອນວ່າມັນເປັນວຽກທີ່ ພວກເຮົາຕ້ອງຮີບຮ້ອນເພື່ອຫຼີກລ່ຽງຄວາມຫຍຸ້ງຍາກໃນພາຍໜ້າ, ພ້ອມທັງເລັ່ງສ້າງຊັບພະຍາກອນມະນຸດ ເຮົາໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.