ຂ່າວສານ ລາວ-ຫວຽດນາມ ເພີ່ມທະວີຮ່ວມມືສອງຝ່າຍ




ພິທີລົງນາມບົດບັນທຶກເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສຳນັກຂ່າວສານປະເທດລາວ ແລະ ສສ ຫວຽດນາມ ໄດ້ມີຂຶ້ນໃນແລງວັນທີ 5 ທັນວານີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ແລະ ທ່ນ ຫງວຽນ ດຶກ ເລີ້ຍ ກຳມະການສູນກາງພັກກອມມູນິດຫວຽດນາມ, ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ທີ່ໄດ້ນຳຄະນະຜູ້ແທນຂັ້ນສູງຂອງຂ່າວສານຫວຽດນາມເດີນທາງມາຢ້ຽມຢາມລາວໃນລະຫວ່າງວັນທີ 5-8 ທັນວານີ້, ພ້ອມຮ່ວມເປີດວາງສະແດງຮູບພາບ ເນື່ອງໃນໂອກາດສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ.
ໃນພິທີຮ່ວມລົງນາມດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນບົດບັນທຶກໄດ້ລະບຸວ່າ: ສອງຝ່າຍຈະເພີ່ມທະວີການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃຫ້ຫລາຍຂຶ້ນ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ, ຊ່ວຍກໍ່ສ້າງຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານນັກຂ່າວຂ່າວສານປະເທດລາວ, ພ້ອມສືບຕໍ່ສະໜັບສະໜູນຍົກລະດັບພື້ນຖານໂຄງລ່າງອັນຈຳເປັນຈຳນວນໜຶ່ງໃຫ້ແກ່ຝ່າຍລາວ ແລະ ພ້ອມນັ້ນ ສອງສຳນັກຂ່າວໄດ້ຕົກລົງຊ່ວຍເຫລືອເຊິ່ງກັນ ແລະ ກັນຢູ່ບົນເວທີພາກພື້ນ ແລະ ສາກົນອື່ນໆອີກ. ກ່ອນມີການຕົກລົງເພີ່ມທະວີການຮ່ວມມືດັ່ງກ່າວ, ສອງຝ່າຍໄດ້ພົບປະປຶກສາຫາລືນຳກັນມາແລ້ວ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ແລະ ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ສະຫວັນຄອນ ຣາຊະມົນຕີ ກໍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືຊ່ວຍເຫລືອສອງຝ່າຍໃນຜ່ານມາ ແລະ ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ຂ່າວສານຫວຽດນາມ ແລະ ຫວັງວ່າມູນເຊື້ອການພົວພັນຮ່ວມມືດັ່ງກ່າວນັບມື້ຈະໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.