ປົກປັກຮັກສາສິ່ງຍອດຍິ່ງໃຫ້ກາຍເປັນມໍລະດົກຂອງຊາດ

- advert banner 728 90 728x90 - ປົກປັກຮັກສາສິ່ງຍອດຍິ່ງໃຫ້ກາຍເປັນມໍລະດົກຂອງຊາດ

- Untitled 1 4 - ປົກປັກຮັກສາສິ່ງຍອດຍິ່ງໃຫ້ກາຍເປັນມໍລະດົກຂອງຊາດໂດຍ: ທິດ​ກໍ່າ

- lattana 1 - ປົກປັກຮັກສາສິ່ງຍອດຍິ່ງໃຫ້ກາຍເປັນມໍລະດົກຂອງຊາດ

ໃນປະໂຫຍກທີ່ທິດກໍ່າໄດ້ຕັ້ງຂຶ້ນນີ້ມີຄວາມໝາຍຢູ່ວ່າ: ໃຫ້ພວກເຮົາພ້ອມກັນປົກປັກຮັກສາວັດທະນະທໍາຮີດ ຄອງປະເພນີອັນດີງາມຂອງຊາດໃຫ້ກາຍເປັນມູນມໍລະດົກຕົກທອດອັນລ້ຳຄ່າຂອງຊາດ. ໜຶ່ງໃນຮີດສິບສອງຄອງ ສິບສີ່ກໍແມ່ນບຸນປີໃໝ່ຂອງລາວເຮົານີ້ເອງ. ແຕ່ກ່ອນເຮົາເຄີຍເອີ້ນຕາມຕໍານານວ່າ: ເປັນບຸນຕຸດສົງການ ຫລື ກຸດສົງການ. ໃນຄວາມໝາຍວ່າ ຕຸດ ຫລື ກຸດ ມັນໝາຍເຖິງຄວາມຊິ້ນສຸດ ຫລື ໝົດສ້ຽງໄປ. ສ່ວນວ່າສົງການ ນັ້ນກໍມີສອງຄວາມໝາຍ ຄືການເວລາ ຫລື ການຫົດການສົງດ້ວຍນ້ຳໃນເທດສະການຂອງມື້ສິ້ນສຸດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ໂດຍມີກິດຈະກໍາທາງສາສະໜາພາມ ແລະ ສາສະໜາພຸດ.

ບຸນປີໃໝ່ລາວຍັງເຊື່ອມໂຍງໄປຮອດຕໍານານນິທານອັນເກົ່າແກ່ເລົ່າລືສືບທອດກັນມາແຕ່ບູຮານນະການ ຫລື ຖ້າຈະເວົ້າອີກແບບໜຶ່ງກໍແມ່ນນັບແຕ່ມື້ມີສາເຫດທີ່ພາໃຫ້ເກີດມີບຸນປີໃໝ່ ຄືລະຫວ່າງພະຍາກະບິນລະພົມກັບ ທ້າວທໍາມະບານກຸມມານທ້າທາຍແຂ່ງຂັນກັນດ້ວຍວິຊາຄວາມຮູ້ ໂດຍເອົາຊີວິດເປັນເດີມພັນ. ຝ່າຍພະຍາກະບິນ ລະພົມໄດ້ເວົ້າທ້າຖາມກັບທ້າວທໍາມະບານກຸມມານວ່າ: ໃນເວລາເຊົ້າ, ສວາຍ ແລະ ກາງຄືນ ລາສີຂອງຄົນເຮົາຢູ່ ໃສ ? ຖ້າທ້າວທໍາມະບານກຸມມານຕອບໄດ້ຂໍໃຫ້ຕັດຫົວພະຍາກະບິນລະພົມ, ແຕ່ກົງກັນຂ້າມຖ້າທ້າວທໍາມະບານ ກຸມມານຕອບບໍ່ໄດ້ພະຍາກະບິນລະພົມກໍຈະຕັດຄໍທ້າວທໍາມະບານກຸມມານເຊັ່ນກັນ. ຈາກນັ້ນກໍນັດກັນໃນວັນ ຖ້ວນເຈັດໃຫ້ມາຕອບ, ນັບແຕ່ມື້ນັດກັນຈົນມາຮອດມື້ທີຫົກທາງເບື້ອງທ້າວທໍາມະບານກຸມມານຍັງບໍ່ສາມາດ ຊອກຫາຄໍາຕອບໄດ້ຈຶ່ງມີຄວາມກັງວົນໃຈຄິດຫງໍາຖ້າເຮົາຕອບບໍ່ໄດ້ກໍຕ້ອງຖືກຕັດຄໍແນ່ນອນຈຶ່ງໄດ້ໄປລີ້ນອນ ຢູ່ຮົ່ມກົກຕານໃຫຍ່ ບັງເອີນໄດ້ຍິນສອງຜົວເມຍແຮ້ງເຖົ້າລົມກັນ. ຝ່າຍຜູ້ເປັນເມຍໄດ້ຖາມຜົວວ່າ: ມື້ອື່ນເຮົາຈະ ໄປກິນຊາກສົບຄົນຕາຍຢູ່ໃສ ? ຝ່າຍຜູ້ເປັນຜົວແຮ້ງເຖົ້າກໍຫົວຂຶ້ນກາກໆວ່າ: ມື້ອື່ນເຮົາຊິໄດ້ໄປກິນຄົນຕາຍທີ່ຖືກ ຕັດຄໍຍ້ອນພະຍາກະບິນລະພົມກັບທ້າວທໍາມະບານກຸມມານໄດ້ພະນັນກັນ. ທັງຝ່າຍຜົວແຮ້ງເຖົ້າທັງເວົ້າທັງຫົວ ເພາະດີໃຈຈະໄດ້ໄປກິນຊາກສົບຂອງຜູ້ໃດຜູ້ໜຶ່ງຕ້ອງຕາຍໄປໃນທີ່ສຸດ. ຈາກນັ້ນທາງຝ່າຍເມຍແຮ້ງເຖົ້າກໍໄດ້ຖາມ ຜົວຕື່ມວ່າ: ພະຍາກະບິນລະພົມກັບທ້າວທໍາມະບານກຸມມານໄດ້ພະນັນກັນເລື່ອງໃດຈຶ່ງເຖິງຂັ້ນເອົາຊີວິດແລກ ? ຝ່າຍຜູ້ເປັນຜົວຈຶ່ງຕອບວ່າ: ອ້າວ ! ກໍຖາມເລື່ອງລາສີທັງສາມຍາມຂອງຄົນເຮົາ ຄືຍາມເຊົ້າ, ຍາມທ່ຽງ ແລະ ຍາມ ແລງແມ່ນຢູ່ໃສ ? ຝ່າຍເມຍຖາມຢ້ຳຊັ້ນເຈົ້າວ່າຢູ່ໃສ ? ໂອ່ ! ເຈົ້າຍັງບໍ່ຮູ້ຊັ້ນເບາະ ? ບໍ່ຂ້ອຍກະບໍ່ຮູ້. ເອີ ! ຊັ້ນເຈົ້າກໍ ແມ່ນນາງຄໍາປຶກຜູ້ໜຶ່ງອີກ ວ່າແລ້ວຜົວກໍຕອບໃຫ້ຟັງທັນທີວ່າ: ມັນຊິຍາກອີ່ສັງ ! ລາສີຂອງຄົນຍາມເຊົ້າມັນກໍຢູ່ ທີ່ໜ້າ, ຍາມທ່ຽງກໍຢູ່ທີ່ເອິກ, ສ່ວນວ່າຍາມຄໍ່າກໍຢູ່ທີ່ຕີນ. ເປັນຫຍັງຈຶ່ງວ່າແນວນັ້ນ ? ເພາະຍາມເຊົ້າຄົນເຮົາຕື່ນ ນອນມາກໍມີການສ່ວຍໜ້າສ່ວຍຕາ, ຍາມສວາຍມາກໍອາບນ້ຳເອົານ້ຳລູບໜ້າເອິກໃຫ້ຊຸມເຢັນເສາະໃສ, ພໍເຖິງ ຍາມຄໍ່າມາຄົນເຮົາກ່ອນນອນກໍເອົານ້ຳລ້າງຕີນໃຫ້ມັນສະອາດສະອາງຈົບງາມ ເວົ້າແລ້ວກໍແມ່ນເຮັດອະນາໄມສາມ ສະອາດນັ້ນນາເຖົ້າ. ເອີ່ ! ຊັ້ນເບາະເຖົ້າ ! ຝ່າຍແຮ້ງເຖົ້າຜູ້ເປັນເມຍຂານຕອບຮັບ. ສ່ວນວ່າທາງຝ່າຍທ້າວທໍາມະ ບານກຸມມານທີ່ນອນເອົາມືກ່າຍໜ້າຜາກໄດ້ຍິນສອງຜົວເມຍແຮ້ງເຖົ້າລົມກັນຕົງເປະກັບປະເດັນຂອງບັນຫາ ກໍທັງດີໃຈເຕັ້ນເດາະເຕັ້ນດ່ອງລຸກຂຶ້ນມາແລ້ວກໍຟ້າວກັບ.

ພໍຕົກມາຮອດມື້ນັດໝາຍ ທ້າວທໍາມະບານກຸມມານກໍສາມາດຕອບໄດ້ທຸກຢ່າງ ທັງຕົງປະເດັນ ພະຍາກະບິນ ລະພົມຈຶ່ງຍອມໃຫ້ທ້າວທໍາມະບານກຸມມານຕັດຄໍຕາມຄໍາສັນຍາ. ກ່ອນຖືກຕັດຄໍ ພະຍາກະບິນລະພົມກໍຮ້ອງເອົາ ເມຍ, ເອົາລູກມາສັ່ງກ່ອນຕາຍວ່າ: ລູກເມຍເອີຍ ! ດຽວນີ້ຂ້ອຍກຽມຈະຕາຍແລ້ວ, ຖ້າຂ້ອຍຖືກຕັດຄໍຕາຍໄປ ແລ້ວຫົວຂອງຂ້ອຍໃຫ້ເອົາໄປໄວ້ຢູ່ໃນຖ້ຳພູເຂົາໄກລາດ, ຖ້າປະໄວ້ບ່ອນທົ່ວທີບຈະເກີດມະຫັນຕະໄພຄືຖ້າຝັງດິນ ຫລື ຈູດກໍຈະເກີດແຜ່ນດິນຍະ, ແຜ່ນດິນໄຫວ ຫລື ແຜ່ນດິນຖະຫລົ່ມ, ຖ້າເອົາຖິ້ມລົງນ້ຳມະຫາສະມຸດ ຫລື ທະເລ ກໍຈະເຫືອດແຫ້ງເປັນໄພອັນຕະລາຍ. ນອກຈາກນັ້ນ ໃນແຕ່ລະປີກໍໃຫ້ລູກສາວທັງເຈັດເອົານ້ຳອົບນ້ຳຫອມໄປຫົດ ໄປສົງໃຫ້ພໍ່ມີຄວາມຮົ່ມເຢັນເປັນສຸກ, ຖ້າພວກລູກບໍ່ປະຕິບັດກໍຈະເກີດມະຫັນຕະໄພຢູ່ພູເຂົາໄກລາດ. ສະນັ້ນ ນັບ ແຕ່ມື້ນັ້ນມາລູກສາວທັງເຈັດຂອງພະຍາກະບິນລະພົມກໍໄດ້ສືບຕໍ່ຜັດປ່ຽນ-ຜັດຕາມຄຳສອນຂອງພໍ່ມາຈົນກາຍ ເປັນພື້ນແຜ່ນເລົ່າ ແລະ ປະຕິບັດກັນມາເທົ່າຜອງທຸກວັນນີ້.

ເຖິງຢ່າງໃດກໍດີ, ຕາມທິດກໍ່າວ່າ ການສືບທອດມູນເຊື້ອຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງ ຊາດນັ້ນ ມັນກໍມີການພັດທະນາໄປຕາມຍຸກຕາມສະໄໝ, ສິ່ງສໍາຄັນພວກເຮົາຕ້ອງມີການປັບປຸງ ແລະ ພັດທະນາ ໃຫ້ດີຂຶ້ນເລື້ອຍໆກາຍເປັນຮີດຄອງປະເພນີວັດທະນະທໍາ, ສິ່ງຍອດຍິ່ງ ແລະ ມູນມໍລະດົກຕົກທອດຂອງຊາດຢ່າງ ແທ້ຈິງ.