ປີຜ່ານມາລາວກວດພົບຜົນເສຍຫາຍຈາກສໍ້ລາດບັງຫລວງຫລາຍກວ່າ 404 ຕື້ກີບ
ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ 10-12 ມັງກອນນີ້, ໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ໂດຍມີການເປີດເຜີຍວ່າ: ປີຜ່ານມາໄດ້ດຳເນີນການຕິດຕາມ-ກວດກາພຶດຕິກຳການສໍ້ລາດບັງຫລວງຂອງພະນັກງານ-ລັດຖະກອນຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ, ຊຶ່ງສາມາດດຳເນີນໄດ້ 80 ເລື່ອງ, ໃນນັ້ນໄດ້ສືບສວນ-ສອບສວນຄະດີສໍ້ລາດບັງຫລວງ 3 ກໍລະນີທີ່ກ່ຽວຂ້ອງກັບການຊຳລະໜີ້ສິນຂອງໂຄງການບໍ່ມີຕົວຕົນ ແລະ ຈ່າຍເງິນເກີນ-ຊ້ຳຊ້ອນຢູ່ 12 ແຂວງ, ນະຄອນຫລວງວຽງຈັນ ແລະ 1 ກະຊວງ, ລວມມີມູນຄ່າເສຍຫາຍເປັນເງິນ 404,33 ຕື້ກີບ, ໃນນັ້ນສາມາດກູ້ຄືນມາໄດ້ແລ້ວຫລາຍກວ່າ 317 ຕື້ກີບ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ພ້ອມກັນສະຫລຸບຕີລາຄາ ແລະ ປະກອບຄຳເຫັນຕໍ່ການເຄື່ອນໄຫວວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນປີຜ່ານມາ, ໂດຍສະເພາະສຸມໃສ່ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ ເພື່ອປັບປຸງແກ້ໄຂບັນຫາໃຫ້ຖືກຕ້ອງ ແລະ ເດັດຂາດເຂັ້ມງວດຕາມລະບຽບກົດໝາຍ.