ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ

ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ - 022201 2018 -  ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ
ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ - kitchen vibe -  ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ

ທ່ານອາດເປັນຄົນໜຶ່ງທີ່ຕ້ອງເຮັດວຽກເກີນມື້ລະ 10 ຊົ່ວໂມງ, ນອນເດິກຕື່ນເຊົ້າ, ດື່ມກາເຟມື້ລະຫລາຍຈອກ, ກິນອາຫານຈານດ່ວນເປັນປະຈຳ, ບໍ່ມີເວລາອອກກຳລັງກາຍ, ບວກກັບການໃຊ້ຊີວິດໃນສະພາບແວດລ້ອມທີ່ເຕັມໄປດ້ວຍມົນລະພິດຕ່າງໆ, ພະເຊີນກັບຄວາມເຄັ່ງຄຽດທຸກມື້ ລ້ວນແຕ່ບັ່ນທອນພະລັງກາຍ, ພະລັງສະໝອງ ແລະ ຈິດໃຈທີ່ສັບສົນວຸ້ນວາຍຢູ່ຕະຫລອດ ເຮັດໃຫ້ຮູ້ສຶກອິດເມື່ອຍອ່ອນເພຍຢູ່ຕະຫລອດເວລາ ສະໝອງຕັນ, ບໍ່ມີສະມາທິ, ຄວາມຈື່ຈຳບໍ່ດີ ຖ້າປ່ອຍໄວ້ດົນຈະສົ່ງຜົນໃຫ້ຮ່າງກາຍເກີດການເຈັບປ່ວຍຕາມມາໄດ້.

ໃນໄລຍະທີ່ທ່ານຮູ້ສຶກວ່າສະຖານະການຕ່າງໆກົດດັນຫລາຍກ່ວາປົກກະຕິ ທັງຈາກການເຮັດວຽກ, ບັນຫາເສດຖະກິດ ແລະ ບັນຫາອື່ນໆ, ພາວະທາງໂພຊະນາການທີ່ດີຖືເປັນສິ່ງສຳຄັນ ເພື່ອຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ສະໝອງເຮັດວຽກໄດ້ຢ່າງມີປະສິດທິພາບ. ດັ່ງນັ້ນ, ທ່ານຈຶ່ງຄວນກິນອາຫານໃຫ້ຄົບ 5 ໝວດ ໂດຍສະເພາະອາຫານປະເພດຄາໂບໄຮເດຣດເຊີງຊ້ອນທີ່ມີກາກໄຍອາຫານ, ໂປຣຕິນທີ່ຍ່ອຍງ່າຍ, ໄຂມັນບໍ່ອີ່ມ, ທາດເຫລັກ, ນຳ້ມັນປາ, ສານຕ້ານອະນຸມູນອິດສະລະ, ວິຕາມິນ ແລະ ແຮ່ທາດຕ່າງໆ ເຊິ່ງເປັນອາຫານທີ່ໃຫ້ພະລັງງານແກ່ຮ່າງກາຍ ແລະ ສະໝອງຢ່າງດຸ່ນດ່ຽງ ແລະ ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ.

ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ - Visit Laos Visit SALANA BOUTIQUE HOTEL -  ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ

ມີການສຶກສາວິໄຈທາງວິທະຍາສາດສຸຂະພາບຫລາຍສະບັບ ພົບວ່າ : ອາຫານຫລາຍຮູບແບບຫລາຍຊະນິດໃນທ້ອງຕະຫລາດທີ່ຮູ້ຈັກກັນດີຢ່າງໜຶ່ງກໍແມ່ນຊຸບໄກ່ສະກັດ ປະກອບດ້ວຍສານອາຫານໃນຮູບແບບໄດເປບໄທທີ່ງ່າຍຕໍ່ການດູດຊຶມ ແລະ ເອົາໄປໃຊ້ໄດ້ຢ່າງໄວວາ ທັງຍັງມີສ່ວນຊ່ວຍເສີມສ້າງສະມາທິ, ການຮຽນຮູ້, ຫລຸດຄວາມເຄັ່ງຄຽດ, ຜ່ອນຄາຍຄວາມອ່ອນເພຍຂອງສະໝອງ ແລະ ຮ່າງກາຍ ເຊິ່ງການສຶກສາຫລາຍເທື່ອພົບວ່າ : ຊຸບໄກ່ສະກັດມີສ່ວນຊ່ວຍເພີ່ມສະມາທິ, ຄວາມສາມາດໃນການຮຽນຮູ້, ຄວາມຈື່ຈຳດີຂຶ້ນ ລວມເຖິງຊ່ວຍຫລຸດຄວາມອິດເມື່ອຍຈາກການເຮັດວຽກໜັກ, ຊ່ວຍກະຕຸ້ນປະສິດທິພາບໃນການເຜົາຜານອາຫານໃຫ້ເປັນພະລັງງານ, ກຸ່ມຄົນທີ່ດື່ມຊຸບໄກ່ສະກັດມີປະສິດທິພາບໃນການໃຊ້ສະໝອງເພີ່ມຂຶ້ນ, ມີຄວາມສົດຊື່ນຫ້າວຫັນ ແລະ ເຮັດໃຫ້ອາການມິດເມື່ອຍອ່ອນເພຍຈາກການເຮັດວຽກຫລຸດລົງເມື່ອປຽບທຽບກັບກຸ່ມທີ່ດື່ມຊຸບໄກ່ຫລອກໆ ນອກຈາກນີ້, ການດື່ມຊຸບໄກ່ສະກັດເປັນປະຈຳໃນຜູ້ເຖົ້າມີສ່ວນຊ່ວຍໃນການສົ່ງເສີມປະສິດທິພາບໃນການເຮັດວຽກຂອງສະໝອງ ພາກສ່ວນທີ່ກ່ຽວຂ້ອງກັບການຮຽນຮູ້ ແລະ ການຈື່ຈຳສິ່ງຕ່າງໆໃນຊີວິດປະຈຳວັນໄດ້. ບໍ່ພຽງເທົ່ານີ້, ຍັງມີວຽກງານວິໄຈພົບວ່າຊຸບໄກ່ສະກັດຊ່ວຍສົ່ງເສີມການເຮັດວຽກຂອງລະບົບພູມຕ້ານທານ ແລະ ຊ່ວຍການດູດຊຶມທາດເຫລັກໃຫ້ດີຂຶ້ນນຳ ຈຶ່ງສົ່ງຜົນໃຫ້ຫລາຍ ປີຜ່ານມາ ຊຸບໄກ່ສະກັດຍັງຄົງໄດ້ຮັບຄວາມນິຍົມໃນກຸ່ມຄົນຮັກສຸຂະພາບຢ່າງແຜ່ຫລາຍ ແລະ ກາຍມາເປັນໜຶ່ງໃນທາງເລືອກຂອງຜູ້ທີ່ຕ້ອງການມີສຸຂະພາບດີ.

ນອກຈາກເລື່ອງອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ແລະ ສະໝອງແລ້ວ.​ ຂະນະດຽວກັນ, ກໍຄວນຈັດສັນເວລາໃນການພັກ ຜ່ອນ ເພາະມະນຸດເຮົາບໍ່ແມ່ນເຄື່ອງຈັກ ເມື່ອຮ່າງກາຍມີສຸຂະພາບດີ ຈະສົ່ງຜົນໃຫ້ຈິດໃຈແຈ່ມໃສ, ມີກຳລັງໃນການດຳລົງຊີວິດ ຕໍ່ໄປ, ດ້ານຈິດໃຈຕ້ອງຮູ້ຈັກດູແລຮັກສາຕາມຫລັກສາດສະໜາເຊັ່ນດຽວກັນ ສິ່ງສຳຄັນຄືຄວນຕ້ອງແບ່ງເວລາໃຫ້ທັງຮ່າງກາຍ ແລະ ຈິດໃຈໄດ້ຢຸດພັກ ແລະ ຜ່ອນຄາຍແດ່ ທ່ານກໍຈະມີອາລົມທີ່ແຈ່ມໃສ ສະໝອງປອດໂປ່ງ ສາມາດຄິດອ່ານ ຫລື ຕັດສິນໃຈໄດ້ດີ ພ້ອມຮັບທຸກສະຖານະການ ແລະ ເຮັດວຽກໄດ້ຢ່າງເຕັມປະສິດທິພາບ.

ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ - 5 -  ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ
ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ - 4 -  ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ
ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ - 3 -  ເສີມສ້າງສຸຂະພາບເພື່ອເພີ່ມພະລັງສະໝອງໃຫ້ຄົນເຮັດວຽກ