ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ

ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - 53211 - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ
ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - kitchen vibe - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ

ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ປັດຈຸບັນແຂວງ ເຊກອງ ແລະ ແຂວງອັດຕະປື ຕ່າງກໍໄດ້ສຸມໃສ່ພັດທະນາແຫລ່ງທ່ອງທ່ຽວຕ່າງໆພາຍ ໃນແຂວງຂອງຕົນໃຫ້ມີຄວາມ ໂດດເດັ່ນ ເພື່ອສາມາດດຶງດູດ ນັກທ່ອງທ່ຽວໃຫ້ບັນລຸຕົວເລກ ຄາດໝາຍຂອງປີທ່ອງທ່ຽວ ລາວຄື: ແຂວງເຊກອງ ຈະໃຫ້ ໄດ້ຢ່າງໜ້ອຍ 50.000 ຄົນ ແລະ ແຂວງອັດຕະປືໄດ້ວາງ ເປົ້າໄວ້ 160.000 ຄົນ, ທົບ 3 ເທື່ອ ຂອງແຂວງເຊກອງແຕ່ ເພື່ອບັນລຸເປົ້າໝາຍດັ່ງກ່າວ ແຂວງເຊກອງໄດ້ຖືເອົາວຽກ ງານພັດທະນາການທ່ອງທ່ຽວ ເປັນບູລິມະສິດໜຶ່ງໃນການພັດ ທະນາເສດ ຖະກິດ-ສັງຄົມຂອງ ທ້ອງຖິ່ນ ແລະ ໄດ້ກຳນົດເອົາ ການທ່ອງທ່ຽວດ້ານປະຫວັດ ສາດ, ວັດທະນະທຳ, ທຳມະ ຊາດ ແລະ ການທ່ອງທ່ຽວ ດ້ານກະສິກຳ- ຫັດຖະກຳ ເປັນ ຕົ້ນຕໍ-ປັດຈຸບັນ ຢູ່ແຂວງເຊກອງ ມີແຫລ່ງທ່ອງທ່ຽວທີ່ໄດ້ຮັບ ການພັດທະນາແລ້ວ 37 ແຫ່ງ, ໃນນັ້ນມີແຫລ່ງທ່ອງທ່ຽວ ປະຫວັດສາດ 9 ແຫ່ງ, ວັດທະ ນະທຳ 6 ແຫ່ງ, ທຳມະຊາດ 19 ແຫ່ງ ແລະ ແຫລ່ງທ່ອງ ທ່ຽວກະສິກຳ 3 ແຫ່ງ ແລະ ມີ ໂຮງແຮມ, ເຮືອນພັກທີ່ສາ ມາດຮອງຮັບແຂກໄດ້ປະມານ 400 ຄົນຕໍ່ຄືນ, ສ່ວນແຫລ່ງ ທ່ອງທ່ຽວທີ່ພົ້ນເດັ່ນໃນ ແຂວງດັ່ງກ່າວແມ່ນນ້ຳຕົກ ຕາດແຝກ, ຕາດຫົວຄົນ, ຕາດ ເຮ້ຍ, ສ່ວນການທ່ອງທ່ຽວກະ ສິກຳ ເຊິ່ງພວມໄດ້ຮັບຄວາມ ນິຍົມໃນປັດຈຸບັນແມ່ນການ ປູກຜັກສະອາດຢູ່ບ້ານຫລັກ ຂາວ, ລີຊອດກາເຟສີໜຸກການ ປູກໜໍ່ໄມ້ຫວານຢູ່ເມືອງດາກ ຈຶງ ແລະ ການປູກໂສມທີ່່ມີ ຄຸນນະພາບຂອງທ້ອງຖິ່ນ ແລະ ອື່ນໆ.

ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - 584df - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ

ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - Visit Laos Visit SALANA BOUTIQUE HOTEL - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ

+ ບຸນກອງເຂົ້າໃຫຍ່ແຂວງໄຊຍະບູລີສ້າງຄວາມປະທັບໃຈ ໃຫ້ຜູ້ມາທ່ຽວຊົມເປັນຈຳນວນຫລາຍ

+ ສຳພັດແຂວງຄຳມ່ວນແຫລ່ງທ່ອງທ່ຽວຫລາກຫລາຍ

ທ່ານ ຮອງເຈົ້າແຂວງ ເຊ ກອງໃຫ້ຮູ້ວ່າ: ແຂວງຂອງຕົນ ຍັງມີທ່າແຮງເປັນວົງແຫວນ ຂອງການທ່ອງທ່ຽວພາກໃຕ້, ເຊິ່ງເປັນຈຸດໜຶ່ງທີ່ ສາມາດ ດຶງດູດນັກທ່ອງທ່ຽວເຂົ້າມາ ທ່ຽວຊົມຫລາຍຂຶ້ນຄື ປີ 2012 ມີນັກທ່ອງທ່ຽວເຂົ້າມາທ່ຽວ ແຂວງເຊກອງພຽງ 22.000 ກວ່າຄົນ ແລະ ມາຮອດປີ 2017 ເພີ່ມຂຶ້ນເປັນ 38.000 ຄົນນຳລາຍຮັບມາສູ່ທ້ອງຖິ່ນ ໄດ້ຫລາຍກວ່າ 7 ລ້ານໂດ ລາສະຫະລັດ ແລະ ປີ ທ່ອງ ທ່ຽວລາວນີ້ຄາດວ່າ ແຂວງ ຈະມີລາຍຮັບຈາກການທ່ອງ ທ່ຽວຢ່າງໜ້ອຍ 8 ລ້ານ ໂດລາ ຂຶ້ນໄປ.
ສ່ວນແຂວງອັດຕະປີ ເຖິງຈະມີທ່າແຮງດີກວ່າເພາະ ເປັນແຂວງສຸດຂອງປະເທດ ມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ລາຊະ ອາ ນາຈັກກຳປູເຈຍ ເຊິ່ງເປັນຈຸດ ຜ່ານສຳຄັນຂອງ ນັກທ່ອງ ທ່ຽວເຂົ້າມາລາວ.

ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - 19884364 285170918624577 6012423920410529267 n - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ

ດັ່ງນັ້ນອັດຕະປືກໍຈະ ຕ້ອງໄດ້ເລັ່ງພັດທະນາການ ທ່ອງທ່ຽວຂອງຕົນເພື່ອສາ ມາດຮອງຮັບກັບທ່າແຮງ ດັ່ງ ກ່າວເຊັ່ນ: ໂຮງແຮມ, ເຮືອນ ພັກ, ແຫລ່ງທ່ອງທ່ຽວ ແລະ ຂອດບໍລິການຂອງຜູ້ປະກອບ ການໃນດ້ານຕ່າງໆ ທີ່ຕິດພັນ ກັບການທ່ອງທ່ຽວ, ໂດຍ ສະເພາະຈະຕ້ອງໄດ້ສຸມໃສ່ ກໍ່ສ້າງປົວແປງເສັ້ນທາງ ຄົມມະນາຄົມເຂົ້າຫາແຫລ່ງ ທ່ອງທ່ຽວຕ່າງໆໃຫ້ດີຄື: ປີ 2012 ມີນັກທ່ອງທ່ຽວ ເຂົ້າມາແຂວງອັດຕະປື ຫລາຍກວ່າ 95.000 ຄົນ ປີ 2013 ເພີ່ມເປັນ 113 ພັນ ກວ່າຄົນ, ປີ 2014 ບັນລຸໄດ້ ຫລາຍກວ່າ154 ພັນຄົນ ແລະ ປີ 2015 ເພີ່ມເປັນ 160 ພັນກວ່າຄົນ, ສ່ວນປີ 2017 ມີອັດຕາສ່ວນຫລຸດ ລົງ, ຍ້ອນສະພາບການ ຕ່າງໆ ຂອງພາກພື້ນ ແລະ ສາກົນ, ແຕ່ເຖິງຢ່າງໃດກໍດີ ຄາດວ່າປີທ່ອງທ່ຽວລາວນີ້ ອັດຕະປືຈະສາມາດດຶງດູດ ນັກທ່ອງທ່ຽວໃຫ້ໄດ້ຢ່າງ ໜ້ອຍ 160 ພັນຄົນດັ່ງປີ 2015-2016 ຜ່ານມາ.

ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - 53211 - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ
(ພາບປະກອບ)

ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - 4 - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ
ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - 5 - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ
ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ - 3 - ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ