ການ​ຂາດ​ສານ​ອາຫານ​ແມ່ນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ

ການ​ຂາດ​ສານ​ອາຫານ​ແມ່ນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ - advert banner 728 90 728x90 - ການ​ຂາດ​ສານ​ອາຫານ​ແມ່ນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ

ລັດຖະບານຮັບ​ຮູ້​ວ່າການ​ຂາດ​ສານ​ອາຫານ​ແມ່ນ​ເປັນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ, ​ໃນ​ນັ້ນການ​ຂາດ​ວິຕາມິນ​ແຮ່​ທາດ ຫລື ຄວາມ​ອຶດຫິວ​ແບບ​ບົ່ມ​ຊ້ອນ​ເປັນຄວາມ​ທ້າ​ທາຍ​ທີ່​ກົດໜ່ວງຕໍ່ການ​ພັດທະນາ, ລວມ​ເຖິງ​ບັນຫາ​ການ​ເປັນ​ເລືອດ​ຈາງ​ໃນ​ເດັກນ້ອຍ​ລຸ່ມ 5 ປີ ​ແລະ ​ແມ່ຍິງ​ໄວ​ຈະ​ເລີ​ນພັນ. ນອກ​ນີ້ ຍັງ​ພົບ​ວ່າການ​ຂາດ​ວິຕາມິນ​ເບ1 ​ແມ່ນເປັນໜຶ່ງ​ໃນ​ສາ​ເຫດ​ທີ່​ເຮັດ​ໃຫ້​ມີ​ການ​ເຈັບ​ເປັນ ​ແລະ ເສຍ​ຊີວິດ​ໃນ​ເດັກນ້ອຍ, ພ້ອມ​ທັງ​ມີ​ການ​ຂາດ​ທາດ​ແຄວ​ຊຽມ ​ແລະ ບັນດາ​ວິຕາມິນອື່ນໆທີ່​ສຳຄັນ​ຕໍ່ຮ່າງກາຍ.

ການ​ຂາດ​ສານ​ອາຫານ​ແມ່ນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ - lattana 1 - ການ​ຂາດ​ສານ​ອາຫານ​ແມ່ນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ

ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ: ບັນຫາ​ຕ່າງໆທີ່​ພົວພັນ​ກັບ​ການ​ຂາດ​ສານ ​ອາຫານ​ແມ່ນ​ມີ​ອັດຕາ​ສ່ວນ​ສູງ​ຫລາຍ​ຢູ່​ໃນ​ລາວ, ອັດຕາ​ລວງ​ສູງ​ຕ່ຳ​ກ່ວາ​ມາດຕະຖານ​ກະທົບ​ໃສ່ 36% ຂອງ​ເດັກນ້ອຍ​ລຸ່ມ​ອາຍຸ 5 ປີ ​ແລະ 20% ຂອງ​ເດັກນ້ອຍ​ແມ່ນ​ເລີ່​ມມີ​ອັດຕາ​ລວງ​ສູງ​ຕ່ຳ​ກວ່າມາດຕະຖານ​ຕັ້ງ​ແຕ່​ອາຍຸ 6 ​ເດືອນ, ຊຶ່ງ​ສະພາ​ແຫ່ງ​ຊາດ​ໄດ້​ວາງ​ເປົ້າໝາຍ​ໃຫ້​ຫລຸດ​ອັດຕາ​ລວງ​ສູງ​ຕ່ຳ​ກວ່າ​ມາດຕະຖານ​ລົງ​ຮອດ 25% ​ໃນ​ປີ 2025. ອີງ​ຕາມ​ການຄ້ຳປະກັນ​ດ້ານ​ສະບຽງອາຫານ ​ແລະ ​ໂພຊະ​ນາ​ການ (ປີ 2015) ສະ​ແດງ​ໃຫ້​ເຫັນ​​ມີ 25% ຂອງ​ເດັກນ້ອຍ​ອາຍຸ​ລຸ່ມ 5 ປີ​ແມ່ນ​ເປັນ​ເລືອດ​ຈາງ, ຊຶ່ງ​ໂດຍ​ສ່ວນ​ຫລາຍ​ແມ່ນ​ເລືອດ​ຈາງ​ລະດັບ​ເບົາບາງ, ຫລາຍ​ກວ່າ 50% ຂອງ​ເດັກນ້ອຍ​ອາຍຸ 6-11 ​ເດືອນ​ແມ່ນ​ເປັນ​ເລືອດ​ຈາງ, ທຽບ​ໃສ່​ເດັກນ້ອຍ​ອາຍຸ 48-59 ​ເດືອນ​ແມ່ນ 15,4%. ປະມານ 40% ຂອງ​​ແມ່ຍິງ​ຖືພາ​ແມ່ນ​ເປັນ​ເລືອ​ດຈາງ, ​ໃນ​ຂະນະ​ທີ່ 36,5% ຂອງ​ແມ່​ທີ່​ກຳລັງ​ໃຫ້​ນົມ​ລູກ​ເປັນ​ເລືອດ​ຈາງ.

ກະຊວງ​ສາທາລະນະສຸກ ​ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ແຜນ​ປະຕິບັດ​ງານ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ເພີ່ມ​ວິຕາມິນ​ແຮ່​ທາດ​ໃສ່​ອາຫານ​ສຳລັບ ສປປ ລາວ ​ແມ່ນ​ຍຸດ​ທະ​ສາດ​ເພີ່ມ​ເຕີມ​ໃຫ້​ແກ່​ຍຸດ​ທະ​ສາດ​ແຫ່ງ​ຊາດ​ວ່າ​ດ້ວຍ​ໂພຊະ​ນາ​ການຮອດ​ປີ 2025 ​ແລະ ຍຸດ​ທະ​ສາດ​ສະບັບ​ນີ້ ຈະ​ລວບ​ລວມ​ເອົາ​ຄຳ​ແນະນຳ​ກ່ຽວກັບ​ອາຫານ​ຊະນິດ​ຕ່າງໆ ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເພີ່ມ​ວິຕາມິນ​ແຮ່​ທາດ​ໃສ່ ​ເປັນ​ຕົ້ນ:​ ​ເຂົ້າ, ນ້ຳມັນ, ນ້ຳປາ, ​ເສັ້ນໝີ່ ​ແລະ ນ້ຳສະອິວ. ນອກນີ້, ​ໃນ​ອານາ​ຄົດ​ອາດ​ພິຈາລະນາ​ອາຫານ​ທີ່​ເຮັດ​ດ້ວຍ​ນົມ​ສັດ ​ແລະ ​ແປ້ງ​ເຂົ້າ​, ທີ່​ຄວນ​ນຳ​ມາ​ພິຈາລະນາ​ສຳລັບ​ເພີ່ມ​ວິຕາມິນ​ແຮ່​ທາດຢູ່​ພາຍ​ໃນ​ປະ​ເທດ, ພ້ອມ​ດຽວກັນນີ້, ຍຸດ​ທະ​ສາດ​ຍັງ​ປະກອບ​ມີ​ຂັ້ນ​ຕອນ​ຕ່າງໆທີ່​ຕ້ອງ​ໄດ້​ປະຕິບັດ​ໃນ​ໄລຍະ​ສັ້ນ, ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ກ່ອນ​ທີ່ຈະ​ເລີ່​ມມີ​ຂະ​ບວນການ​ເພີ່ມ​ວິຕາມ​ມິນ ​ແລະ ​ແຮ່​ທາດ, ທັງ​ນີ້ກໍ​ເພື່ອ​ເຮັດ​ໃຫ້ການ​ເພີ່ມ​ວິຕາມິນ​ແຮ່​ທາດ​ມີ​ຜົນ​ໄດ້​ຮັບ​ສູງ​ຕໍ່ສຸຂະພາບ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ໃນ​ສັງຄົມ, ນອກ​ນີ້, ການ​ສ້າງລະບຽບການ​ໃຫ້​ມີ​ການ​ນຳ​ເຂົ້າ​ອາຫານ​ທີ່​ເພີ່ມດ້ວຍ​ວິຕາ​ມິນ​ແຮ່​ທາດ​ມີ​ຜົນ​ບັງຄັບ​ໃຊ້​ທາງ​ກົດໝາຍ ກໍ​ເປັນ​ອີກ​ຊ່ອງ​ທາງໜຶ່ງທີ່​ມີ​ຄວາມ​ສຳຄັນ, ຍ້ອນ​ວ່າ​ລາວ ຍັງ​ຂະ​ຫາຍ​ການ​ນຳ​ເຂົ້າ​ອາຫານ​ຈາກ​ປະ​ເທດ​ໃກ້​ຄຽງ, ຊຶ່ງ​ບາງ​ຄັ້ງ​ອາຫານ​ເຫລົ່າ​ນັ້ນ​ແມ່ນ​ຖືກ​ປະສົມ​ດ້ວຍ​ວິຕາມິນ​ແຮ່​ທາດ​ສຳລັບ​ການ​ບໍລິ​ໂພ​ກຂອງປະຊາຊົນ​ພາຍ​ໃນ​ປະ​ເທດ​ເຂົາ​ເຈົ້າ, ຖ້າ​ຫາກ​ວ່າ ນີ້​ແມ່ນ​ເປົ້າໝາຍທີ່​ປະ​ເທດ​ກຳລັງ​ຈະ​ພັດທະນາ​ດ້ານ​ການ​ເພີ່ມ​ວິຕາມິນ​ແຮ່​ທາດ​ໃສ່​ອາຫານ​ແມ່ນ​ຮຽກຮ້ອງ​ໃຫ້​ມີ​ມາດຕະຖານ ​ແລະ ການ​ຕິດຕາມ​ອາຫານ​ທີ່​ເພີ່ມ​ດ້ວຍ​ວິຕາມິນທີ່​ນຳ​ເຂົ້າ​ມາ​ໃນ​ປະ​ເທດ​ເຊັ່ນ​ດຽວກັນ.