ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ

ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ - 26907661 1703033139755503 1969675876272022636 n - ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ
ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ - kitchen vibe - ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ

ປັດຈຸບັນ, ສະພາບ​ການ​ເກີດ​ອຸປະຕິ​ເຫດ​ຢູ່ປະ​ເທດ​ເຮົາ​ແມ່ນ​ມີ​ໂຕ​ເລກ​ສູງ​ສົມຄວນ ອັນ​ໄດ້​ສ້າງ​ຄວາມ​ສູນ​ເສຍ​ຕໍ່​ຊີວິດ ແລະ ຊັບ​ສິນ​ບໍ່​ໜ້ອຍ​ໃນ​ແຕ່ລະ​ປີ ແລະ ສິ່ງ​ທີ່​ພົ້ນ​ເດັ່ນ​ແມ່ນ​ສະພາບ​​ຕຳ​ແລ້ວ​ໜີ, ອັນ​ໄດ້​ສະ​ແດງ​ເຖິງ​ການ​ໄຮ້​ມະ ນຸດ​ສະທຳ ​ແລະ ຄວາມ​ຮັບຜິດ​ຊອບ​ຕໍ່​ເຫດການ​ສູນ​ເສຍ​ເກີດ​ຂຶ້ນລະຫວ່າງ​ຄູ່​ກໍລະນີ​ດ້ວຍ​ກັນ, ເຊິ່ງ​ໃນ​ໄລຍະ​ຫລັງ​ມານີ້ ກໍ​ມັກ​ເຫັນ​ມີ​ຂ່າວ​ອອກ​ຕາມ​ສື່​ຕ່າງໆ​ວ່າ​ມີ​ອຸປະຕິ​ເຫດ​ຫລາຍ​ກໍລະນີ​ຕຳ​ແລ້ວ​ຫລົບໜີ, ​ໂດຍ​ສະ​ເພາະ​ແມ່ນ​ລົດ​ໃຫຍ່ ​ແລະ ສິ່ງ​ທີ່​ບໍ່​ເພິ່ງ​ປາດ​ຖະໜານີ້, ເຊິ່ງ​ກຳລັງເຈົ້າໜ້າທີ່​ກໍພວມຊອກ​ຫາ​ຊ່ອງ​ທາງ​ເພື່ອ​ແກ້​ໄຂ.

ກົມ​ຕຳຫລວດ​ຈະລາຈອນ ​ໃຫ້​ຮູ້​ວ່າ: ປັດຈຸບັນ, ສະພາບ​ການ​ເກີດ​ອຸປະຕິ​ເຫດ ຢູ່​ປະ​ເທດ​ເຮົາຍັງ​ເປັນ​ປາກົດການ​ຫຍໍ້​ທໍ້​ທີ່​ພົ້ນ​ເດັ່ນບໍ່ວ່າ​ຈະ​ຢູ່​ໃນຕົວ​ເມືອງ ຫລື ບັນດາ​ແຂວງໆ. ​ຄື​ປີຜ່ານມາສະ​ເລ່ຍ​ມື້ໜຶ່ງຈະ​ມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດບໍ່ຫລຸດ 3 ຄົນ, ​ຈາກຈຳນວນ​ອຸປະຕິ​ເຫດທີ່​ເກີດ​ຂຶ້ນທົ່ວ​ປະ​ເທດ 5.000 ກວ່າ​ກໍລະນີ, ຊຶ່ງ​ສາ​ເຫດ​ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ດື່ມ​ສິ່ງ​ມືນ​ເມົາ, ຂັບ​ຂີ່​ລົດ​ໄວ ​ແລະ ບໍ່ປະຕິບັດ​ລະບຽບຈະລາຈອນ. ຂະນະ​ດຽວກັນ​ຍັງ​ພົບ​ວ່າ: ມີ​ສະພາບ​​ຕຳ​ແລ້ວໜີ​ເກີດ​ຂຶ້ນຫລາຍ​ກໍລະນີ, ລ່າ​ສຸດ​ໃນ​ວັນ​ທີ 6 ກຸມພານີ້, ​ເກີດ​ອຸປະຕິ​ເຫດ​ລົດ​ເກງ​ຕຳ​ລົດຈັກ​​ແລ້ວ​ຫລົບໜີ ຢູ່​ເສັ້ນທາງ​ບ້ານ​ທ່າ​ເມືອງ​ເມືອງ​ໄກສອນ​ແຂວງ​ສະຫວັນ​ນະ​ເຂດ, ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ລົດຈັກ​ໄດ້​ຮັບ​ບາດ​ເຈັບໜັກສົມຄວນ, ​ໃນ​ຂະນະ​ດຽວກັນ​ໄດ້​ມີ​ພົນລະ​ເມືອງ​ດີ​ໄລ່​ຕາມ ​ແລະ ຖ່າຍ​ປ້າຍທະ​ບຽນລົດ​ຄັນ​​ດັ່ງກ່າວ​ໄວ້​ໄດ້ ​ແລະ ສົ່ງ​ເປັນ​ຫລັກ​ຖານ​ເພື່ອ​ໃຫ້​ເຈົ້າໜ້າທີ່​ຕິດຕາມ​ຕົວ​ມາ​ດຳ​ເນີນ​ຄະດີ.

ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ - Visit Laos Visit SALANA BOUTIQUE HOTEL - ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ

​​​ໃນ​ກົດໝາຍຈະລາຈອນ​ທາງບົກມາດຕາ 87 ວ່າ​ດ້ວຍ​ການ​ຫລົບໜີຈາກ​ອຸປະຕິ​ເຫດ​ລະບຸ​ວ່າ: ບຸກຄົນ​ໃດ​ຫາກ​ໄດ້​ເຮັດ​ໃຫ້​ອຸປະຕິ​ເຫດ​ເກີດ​ຂຶ້ນ​ແລ້ວ​ຫລົບໜີ ຈະ​ຖືກ​ລົງ​ໂທດ​ຕັດ​ອິດສະຫລະພາບ​ແຕ່ 6 ​ເດືອນຫາ 2 ​ປີ ​ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 2 ​ແສນຫາ 1 ລ້ານ​ກີບ ​ແລະ ຈະ​ຖືກ​ລົງ​ໂທດ​ໃນ​ຖານຄວາມ​ຜິດ​ກໍ່​ໃຫ້​ເກີດ​ອີກ​ດ້ວຍ.

 

 

ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ - 4 - ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ
ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ - 5 - ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ
ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ - 3 - ຕຳ​ແລ້ວໜີ​ໄດ້ກາຍ​ເປັນ​ບັນຫາ​ຊຳ​ເຮື້ອ