ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ

- 1425490571 Hawking210 o - ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ
- kitchen vibe - ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ

ວັນທີ 14 ມີນານີ້, ສື່ຕ່າງປະເທດລາຍງານວ່າ ຄອບຄົວ ຮໍວ໌ດິງ ໄດ້ປະກາດວ່າ ສາສະດາຈານ ສຕີເຟນ ຮໍວ໌ດິງ ນັກຟີຊິກສາດທິດສະດີ ແລະ ນັກຈັກກະວານວິທະຍາ ຜູ້ມີຊື່ສຽງໂດ່ງດັງ ຊາວອັງກິດ ໄດ້ເສຍຊີວິດແລ້ວ ດ້ວຍອາຍຸ 76 ປີ.

- 1521002388 92393 004 1 - ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ

- Visit Laos Visit SALANA BOUTIQUE HOTEL - ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ

            ການປະກາດຄອບຄົວຂອງ ສຕີເຟນ ຮໍວ໌ດິງ ລູຊີ ໂຣເບີດ ໄດ້ກ່າວວ່າ “ເສຍໃຈຢ່າງຊຸດຊຶ້ງທີ່ໄດ້ສູນເສຍພໍ່ອັນເປັນທີ່ຮັກຂອງເຮົາໄປໃນມື້ນີ້”.

“ທ່ານເປັນນັກວິທະຍາສາດທີ່ຍິ່ງໃຫຍ່ ແລະ ເປັນຊາຍທີ່ບໍ່ທໍາມະດາ ຊຶ່ງຜົນງານຂອງທ່ານຈະຍັງຄົງຢູ່ຕໍ່ໄປ ຄວາມກ້າຫານ ພ້ອມກັບຄວາມຫຼັກແຫຼມ ແລະ ຄວາມຕາ​ຫລົກ​ຂອງທ່ານເປັນແຮງບັນດານໃຈໃຫ້ກັບຄົນທົ່ວໂລກ”

“ຄັ້ງໜຶ່ງທ່ານເຄີຍກ່າວໄວ້ວ່າ ຈັກກະວານມັນກໍເທົ່ານັ້ນ ຫາກມັນບໍ່ແມ່ນບ້ານຂອງຄົນທີ່ເຮົາຮັກ ເຮົາຈະຄິດເຖິງເຂົາຕະຫຼອດໄປ”

ໂດຍ ສ ຮໍວ໌ດິງ ເປັນທີ່ຮູ້ຈັກຈາກຜົນງານທິດສະດີເລື່ອງຂຸມດໍາ ແລະ ຕົ້ນກໍາເນີດຂອງຈັກກະວານ ອີກທັງງານວິໄຈ ແລະ ງານຕີພິມຕ່າງໆ ຂອງທ່ານຍັງເຮັດໃຫ້ສາມາດອະທິບາຍການເກີດຂຶ້ນຂອງອະວະກາດໄດ້ ນອກຈາກນີ້ ຮໍວ໌ດິງ ຍັງເປັນເຈົ້າຂອງງານຂຽນວິທະຍາສາດຫຼາຍເລື່ອງ ເປັນຕົ້ນແມ່ນ “ປະຫວັດຫຍໍ້ຂອງການເວລາ”.

- 5 - ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ
- 4 - ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ
- 3 - ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ