ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ

- IMG 0954 - ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ
- kitchen vibe - ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ

ເມື່ອບໍ່ດົນມານີ້, ແຂວງ ສາລະວັນ ໄດ້ຈັດກອງປະຊຸມ ປະເມີນຄວາມຕ້ອງການ ດ້ານການຝຶກອົບຮົມຂອງ ພາກສ່ວນທຸລະກິດທີ່ປະ ກອບການດ້ານການທ່ອງ ທ່ຽວ ເພື່ອໃຫ້ການບໍລິການ ທຸກດ້ານພາຍໃນແຂວງສາ ລະວັນຍົກລະດັບໃຫ້ດີຂຶ້ນ ກວ່າເກົ່າ ແລະ ເປັນການປະ ເມີນຄວາມຕ້ອງການຂອງ ຜູ້ປະກອບການໃນດ້ານການບໍລິການ, ເຊິ່ງມີຫລາຍດ້ານ ທີ່ຕ້ອງໄດ້ຍົກລະດັບເພື່ອ ເຮັດໃຫ້ການບໍລິການນັກ ທ່ອງທ່ຽວນັບມື້ດີຂຶ້ນ ເລື້ອຍໆ.

 

- Visit Laos Visit SALANA BOUTIQUE HOTEL - ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ

ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ

ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ

ໃນກອງປະຊຸມໄດ້ຮັບ ຟັງການລາຍງານຂອງທ່ານ ນາງ ວັນນິດາ ຮັບໄຊທອງ ຜູ້ຮັບຜິດຊອບໂຄງການຂັ້ນແຂວງ ອົງການສະວິດຄອນ ແທັກ(Swiss contact) ກ່ຽວກັບສະພາບ ແລະ ການ ບໍລິການການທ່ອງທ່ຽວພາຍ ໃນແຂວງສາລະວັນ ວ່າ: ຈຳ ນວນນັກທ່ອງທ່ຽວນັບມື້ນັບມີທ່າອ່ຽງເພີ່ມຂຶ້ນ, ເຊິ່ງມັນ ສະແດງອອກໃນປີ 2017 ມີ ຈຳນວນນັກທ່ອງທ່ຽວເກືອບ 1 ແສນຄົນ, ສາມາດສ້າງ ລາຍຮັບໄດ້ 12 ລ້ານໂດລາ ສະຫາລັດ, ມີທັງນັກທ່ອງ ທ່ຽວພາຍໃນ, ນັກທ່ອງທ່ຽວ ຕາມຊາຍແດນ ແລະ ສາກົນ ທີ່ມາຈາກປະເທດຝຣັ່ງ, ອັງ ກິດ ແລະ ເຢຍລະມັນ. ສ່ວນ ດ້ານການບໍລິການພາຍໃນ ແຂວງສາລະວັນ ແມ່ນຍັງມີ ຄວາມຫຍຸ້ງຍາກ ແລະ ມີສິ່ງ ທ້າທາຍຫລາຍຢ່າງຄື: ການ ຊອກແຮງງານທີ່ມີສີມື, ການ ເຂົ້າເຖິງການເຝິກອົບຮົມຍັງ ມີຈຳກັດໃນດ້ານຂໍ້ມູນຂ່າວ ສານ, ອັດຕາການເຂົ້າອອກ ວຽກສູງຍ້ອນ: ເປັນແຮງ ງານຊົ່ວຄາວ.

ກອງປະຊຸມຍັງໃຫ້ຮູ້ຕື່ມອີກວ່າ: ແຂວງສາລະວັນ ຍັງ ຕ້ອງການເຝິກອົບຮົມຍົກລະດັບໃຫ້ຜູ້ປະກອບການດ້ານ ການທ່ອງທ່ຽວເປັນຕົ້ນ: ທັກ ສະທາງດ້ານວິຊາສະເພາະ, ທັກສະບໍລິການໄຄແກ່ ມາລະ ຍາດ,ການສື່ສານ,ຄວາມ ໝັ້ນໃຈ,ບຸກຄະລິກກະພາບ, ທັກສະດ້ານພາສາແລະອື່ນໆ.

- IMG 0954 - ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ

- 4 - ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ
- 3 - ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ
- 5 - ສາລະວັນຍັງຕ້ອງການເຝິກທັກສະການບໍລິການດ້ານການທ່ອງທ່ຽວຫລາຍຂຶ້ນ