ມາດຕະຖານຂອງໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກ

- 19732257 1269852096471608 8179090234743902884 n - ມາດຕະຖານຂອງໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກ
- kitchen vibe - ມາດຕະຖານຂອງໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ໃນຜ່ານມານີ້, ຫລາຍຄົນຈະໄດ້ເຫັນ ແລະ ຮັບຮູ້ຄວາມເປັນຈິງຂອງໂຮງ ຮຽນອະນຸບານ ແລະ ເຮືອນ ລ້ຽງເດັກ ຢູ່ບ້ານເຮົາເມືອງ ເຮົາ, ໂດຍສ່ວນໃຫຍ່ຄວາມມີ ມາດຕະຖານແມ່ນຍັງມີໜ້ອຍ ບາງບ່ອນມີຕຶກອາຄານດີ ແລະ ຮັບປະກັນດ້ານເຕັກນິກ ໃນສ່ວນໃດໜຶ່ງ, ແຕ່ພະນັກງານຜູ້ຄຸ້ມຄອງ ແລະ ຄູອາ ຈານຜູ້ສິດສອນພັດຍັງປະ ຖົມປະຖານຢູ່, ໂດຍສະເພາະ ແມ່ນໃນເຂດ ແຂວງນ້ອຍຍິ່ງ ຮ້າຍແຮງ, ແຕ່ຜູ້ປົກຄອງ, ຜູ້ ເປັນພໍ່ເປັນແມ່ກໍບໍ່ມີທາງອື່ນ ໃດເພື່ອຈະມາຄັດເລືອກໃຫ້ ລູກຫລານຂອງຕົນໄດ້ເຂົ້າ ສຶກສາຮ່ຳຮຽນໃນໂຮງຮຽນ ທີ່ດີກວ່າ ໃນຂະນະທີ່ພໍ່ແມ່ ຜູ້ປົກຄອງພັດມີວຽກມີງານ ເພື່ອຫາລ້ຽງຊີບຕົນເອງ ແລະ ຄອບຄົວຈຳເປັນກໍຕ້ອງໄດ້ ນຳລູກຫລານໄປຝາກໂຮງ ຮຽນດັ່ງກ່າວ, ເພື່ອຫວັງໃຫ້ ມີຜູ້ເບິ່ງແຍງລ້ຽງດູໃນເວລາ ພໍ່ແມ່ບໍ່ຢູ່, ເຊິ່ງຍັງບໍ່ທັນໄດ້ ເວົ້າເຖິງຄຸນນະພາບການສິດ ສອນຮ່ຳຮຽນ ແລະ ຄວາມ ປອດໄພຕ່າງໆ ຂອງບັນດາ ໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກດັ່ງກ່າວ, ເມື່ອ ຫລາຍປີມານີ້, ໄດ້ມີຂ່າວສະ ເທືອນໃຈຢູ່ໂຮງຮຽນອະນຸ ບານແຫ່ງໜຶ່ງໃນນະຄອນ ຫລວງວຽງຈັນ, ໃນເວລາ ເລີກຮຽນ ໄດ້ມີເດັກຄົນໜຶ່ງ ປ່າຍປີນຂຶ້ນຕູ້ ເພື່ອດຶງເອົາຖົງ ປຶ້ມຂອງຕົນ ແລະ ໃນຂະນະ ນັ້ນຕູ້ເຄື່ອງດັ່ງກ່າວໄດ້ລົ້ມລົງ ທັບເອົາເດັກຜູ້ນັ້ນ ຈົນເສຍຊີ ວິດ, ເຫດການເສົ້າສະລົດໃຈ ນີ້ກໍເນື່ອງມາຈາກຜູ້ເປັນເຈົ້າ ຂອງຖືເບົາຕໍ່ການຮັກສາ ຄວາມປອດໄພຂອງໂຮງ ຮຽນ ແລະ ຍັງມີອີກ ຫລາຍໆ ກໍລະນີບາງຄັ້ງຄູອາຈານ ສອນໄດ້ມີການປະພືດບໍ່ດີຕໍ່ ເດັກກໍມີ ແລະ ອື່ນໆ. ເອົາລະ ນີ້ເປັນພຽງຕົວຢ່າງນ້ອຍໆ ເພື່ອຂະແໜງການກ່ຽວຂ້ອງ ຈະຕ້ອງໄດ້ເອົາ ເປັນບົດຮຽນ, ເພື່ອ ກວດກາ ຄວາມປອດໄພ ແລະ ຄຸນນະພາບຂອງໂຮງ ຮຽນອະນະບານ ແລະ ເຮືອນ ລ້ຽງເດັກໃຫ້ມີມາດຕະຖານ ຄື: ໂດຍພື້ນຖານແລ້ວບັນດາ ໂຮງຮຽນ ດັ່ງກ່າວຕ້ອງຮັບ ປະກັນ 6 ມາດຕະຖານຄື: 1 ຕ້ອງຮັບປະກັນຄວາມປອດ ໄພ ແລະ ການອອກແບບ ແທດເໝາະກັບຄວາມຮຽກ ຮ້ອງຕ້ອງການຂອງຂະແໜງ ການສຶກສາ, 2 ແຕ່ລະຫ້ອງ ຮຽນມີຂະໜາດກວ້າງຂວາງ ພໍດີກັບ ຈຳນວນນັກຮຽນ, ມີ ແສງສະຫວ່າງພຽງພໍ, ຮັບ ປະກັນຄວາມອຸ່ນໃນຍາມ ໜາວ ແລະ ຍາມຮ້ອນໃຫ້ມີ ລະບົບເຮັດຄວາມເຢັນ, ໂດຍ ລວມຕ້ອງມີອາກາດປອດ ໂປ່ງ, 3. ມີ ຫ້ອງຈັດກິດຈະ ກຳ, ເດີນກິລາກາຍະກຳ, ສະ ໂມສອນ, 4. ຕ້ອງມີຫ້ອງ ສຳລັບຜູ້ບໍລິຫານ ແລະ ຫ້ອງ ເຮັດວຽກຂອງຄູອາຈານເພື່ອ ປຶກສາຫາລືວຽກ ງານຕ່າງໆ, 5. ຕ້ອງມີເດີ່ນຫລິ້ນທີ່ກວ້າງ ຂວາງ ແລະ ເໝາະສົມກັບຈຳ ນວນນັກຮຽນເພື່ອສາມາດ ນຳໃຊ້ເຮັດພິທີ ແລະ ມິດຕິງ ຕ່າງໆ, 6. ຕ້ອງມີລະບົບ ຫ້ອງນ້ຳໃຫ້ຖືກຫລັກອະນາ ໄມ ແລະ ເໝາະສົມກັບເດັກ ແຕ່ລະອາຍຸ, ຫ້ອງນ້ຳຕ້ອງ ແບ່ງເປັນຫ້ອງສຳລັບເດັກ ຍິງ, ເດັກຊາຍແຕກຕ່າງກັນ.

ສ່ວນຄູອາຈານ ແລະ ຜູ້ ຄຸມຄອງບໍລິຫານກໍຕ້ອງມີມາດຕະຖານຂອງມັນຄື: 1. ຕ້ອງເປັນຜູ້ມີລະດັບຄວາມຮູ້ ຄວາມສາມາດດ້ານວິຊາສະ ເພາະ, ມີຄຸນທາດການເມືອງ ໜັກແໜ້ນ ແລະ ມີຈັນຍາບັນ, 2. ຄວາມອາດສາມາດທາງ ດ້ານວິຊາການຕ້ອງໜັກ ແໜ້ນ, ຮັກອາຊີບ, ແພງເດັກ, ມີການພົວພັນທີ່ກວ້າງຂວາງ ກັບເພື່ອນຮ່ວມງານ, ອຳນາດ ການປົກຄອງ ແລະ ພໍ່ແມ່ຜູ້ ປົກຄອງເດັກເປັນຢ່າງດີ, 3. ມີຄວາມອາດສາມາດໃນການຄຸ້ມຄອງບໍລິຫານໂຮງຮຽນ ຂອງຕົນ, ເອົາໃຈໃສ່ເບິ່ງແຍງດູແລ ແລະ ສົ່ງຄວາມຮູ້ໃຫ້ ເດັກຢ່າງຖືກວິທີ, 4. ຄວາມສາມາດສ້າງສະພາບແວດ ລ້ອມຂອງການສຶກສາທີ່ດີ ໃນ ໂຮງຮຽນ ແລະ ຮັບປະກັນ ຄວາມສະຫງົບປອດໄພ ແລະ 5. ຄວາມອາດສາມາດເສີມ ຂະຫຍາຍການພົວພັນໃນ ສັງຄົມ ແລະ ຮູ້ເອົາໃຈໃສ່ເບິ່ງ ແຍງດູແລ ແລະ ສຶກສາອົບ ຮົມເດັກ, ຮູ້ພັດທະນາໂຮງຮຽນຂອງຕົນໃຫ້ກ້າວໜ້າຂະ ຫຍາຍຕົວ ແລະ ທັນຍຸກທັນສະໄໝ./.

ບ້ານນ້ຳຫງາດເມືອງໝອກ ໄດ້ໂຮງຮຽນອະນຸບານຫລັງໃໝ່

ເປັນຫວ່ງໂຮງຮຽນພາກເອກະຊົນສວຍໂອກາດພັກຍາວໃນວັນບຸນຕ່າງໆ

- 19732257 1269852096471608 8179090234743902884 n - ມາດຕະຖານຂອງໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກ
(ພາບປະກອບ)

- 3 - ມາດຕະຖານຂອງໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກ
- 4 - ມາດຕະຖານຂອງໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກ
- 5 - ມາດຕະຖານຂອງໂຮງຮຽນອະນຸບານ ແລະ ເຮືອນລ້ຽງເດັກ