ເກົາຫລີເຫນືອຍິງທົດສອບລູກສອນໄຟອີິກແຕ່ລົ້ມເຫລວ

- kitchen vibe - ເກົາຫລີເຫນືອຍິງທົດສອບລູກສອນໄຟອີິກແຕ່ລົ້ມເຫລວ

ສຳນັກຂ່າວຍອນອັບຂອງເກົາຫລີໃຕ້ ລາຍງານວ່າ ກອງທັບອາເມລິກາ ແລະ ກອງທັບເກົາຫລີໃຕ້ແຈ້ງວ່າ ເກົາຫລີເຫນືອໄດ້ທົດສອບຍິງ ລູກສອນໄຟບໍ່ຮູ້ຊະນິດ ໃນຊ່ວງຕອນເຊົ້າຂອງມື້ນີ້ 29 ເມສາ ແຕ່ລູກສອນໄຟດັ່ງກ່າວໄດ້ລະເບີດອອກພາຍຫລັງໄດ້ປ່ອຍໄປບໍ່ຮອດນາທີ ໃນຄວາມສູງປະມານ 71 ກມ ເສດລະເບີດໄດ້ຕົກລົງໃສ່ບໍລິເວນຫ່າງຈາກສະຫນາມບິນບັກຊາງ ປະມານ 35ກມ

ຄະນະເສນາທິການຮ່ວມຂອງກອງທັບເກົາຫລີໃຕ້ຖະແຫລງວ່າ ເກົາຫລີເຫນືອຍິງລູກສອນໄຟຈາກຈັງຫວັດບັກຊາງ ທາງຕອນເຫນືອຂອງນະຄອນຫລວງປຽງຢ້າງ. ຄະນະນະກອງບັນຊາການເປຊີຟີກຂອງອາເມລິກາກໍ່ລະບຸວ່າ ຂີປະນາວຸດດັ່ງກ່າວບໍໄດ້ອອກນອກເຂດແດນເກົາຫລີເຫນືອ ແລະ ບໍ່ເປັນອັນຕະລາຍຕໍ່ພູມມິພາກອາເມລິກາເຫນືອ.

- Visit Laos Visit SALANA BOUTIQUE HOTEL - ເກົາຫລີເຫນືອຍິງທົດສອບລູກສອນໄຟອີິກແຕ່ລົ້ມເຫລວ

ນີ້ເປັນການຍິງລູກສອນໄຟຄັ້ງທີ 9 ຂອງ ເກົາຫລີເຫນືອ ຕັ່ງແຕ່ປະທານາທີບໍດີ ໂດນັນ ທຮຳ ໄດ້ຮັບຕຳແຫນ່ງໃນຊ່ວງເດືອນ ມັງກອນ.

 

- 3 - ເກົາຫລີເຫນືອຍິງທົດສອບລູກສອນໄຟອີິກແຕ່ລົ້ມເຫລວ
- 4 - ເກົາຫລີເຫນືອຍິງທົດສອບລູກສອນໄຟອີິກແຕ່ລົ້ມເຫລວ
- 5 - ເກົາຫລີເຫນືອຍິງທົດສອບລູກສອນໄຟອີິກແຕ່ລົ້ມເຫລວ