ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ

- 17022412 1568629709833523 3696728428234517289 n - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ
- kitchen vibe - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ

 ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງທັງຫລາຍ, ບໍ່ວ່າ ປີໃດ ເມື່ອຮອດຍາມຝົນມາ, ສຳລັບການເກັບມ້ຽນຂີ້ ເຫຍື້ອກໍມັກຈະມີບັນຫາຄື ເກົ່າ, ເນື່ອງຈາກ ວ່າຜູ້ຮັບຜິດ ຊອບຈັດເກັບຂີ້ເຫຍື້ອໂດຍສະ ເພາະຢູ່ໃນນະຄອນຫລວງ ວຽງຈັນສ່ວນຫລາຍແມ່ນຍັງ ປະຕິບັດຄືເກົ່າ ໃນທຸກໆ ສາຍ ທາງ, ໝາຍວ່າ ລົດເກັບມ້ຽນ ຂີ້ເຫຍື້ອຈະມາເກັບເອົາຢູ່ແຕ່ ລະຈຸດທີ່ໄດ້ກຳນົດໄວ້ນັ້ນ ພຽງອາທິດລະຄັ້ງເທົ່ານັ້ນ ອັນເປັນຕົ້ນເຫດໃຫ້ຂີ້ເຫຍື້ອ ໃນຍາມຝົນນີ້ຈະເປື່ອຍເໜົ່າ ແລະ ມີກິ່ນເໝັນເກີດຂຶ້ນໃນ ຫລາຍບໍລິເວນ, ສົ່ງຜົນໃຫ້ ພາບພົດອັນງົດງາມຂອງ ຕົວເມືອງຫລວງໄດ້ຮັບຜົນ ກະທົບ, ເຮັດໃຫ້ການຈັດ ຕັ້ງປະຕິບັດຄຳຂວັນ ສ ສະ ອາດເປັນໄປໄດ້ຍາກ.
ດັ່ງນັ້ນສົມຄວນແລ້ວ ໜ່ວຍງານເກັບມ້ຽນຂີ້ເຫຍື້ອ ຈະຕ້ອງໄດ້ປັບປຸງຕົນເອງ ໃຫ້ແທດເໝາະກັບສະພາບ ແລະ ຄວາມເປັນຈິງຂອງ ຕົວເມືອງ, ເພາະປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ເຮົານັບມື້ມີການພັດທະນາ, ຈຳນວນປະຊາກອນກໍນັບ ມື້ເພີ່ມຂຶ້ນ, ການຜະລິດຂີ້ ເຫຍື້ອອອກມາກໍເພີ່ມຂຶ້ນ ເຊັ່ນກັນ, ດັ່ງນັ້ນຖ້າໜ່ວຍ ງານເກັບມ້ຽນຂີ້ເຫຍື້ອບໍ່ ເພີ່ມຖ້ຽວເກັບມ້ຽນກໍຈະ ເຮັດໃຫ້ສະພາບອັງອໍຂອງ ຂີ້ເຫຍື້ອກໍຈະເກີດຂຶ້ນ ແລະ ຮ້າຍແຮງໄປກວ່ານັ້ນກໍ ຈະເຮັດໃຫ້ມີປະກົດການ ຖິ້ມຂີ້ເຫຍື້ອຊະຊາຍຢູ່ເຂດ ສາທາລະນະຕ່າງໆ ເກີດ ຂຶ້ນເປັນພາລະກິດໃຫ້ແກ່ ລວມໝູ່ ແລະ ສັງຄົມ.

- Visit Laos Visit SALANA BOUTIQUE HOTEL - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ

ເອົາລະເວົ້າມາກໍຫລາຍ ໃນສະພາບແບບນີ້ເບື້ອງມະ ຫາພາກກໍຈະຕ້ອງໄດ້ລົງມາ ຊ່ວຍຜູ້ປະຕິບັດວຽກງານ ດັ່ງກ່າວຕື່ມອີກໃນການ ສະໜອງງົບປະມານ ແລະ ພາຫະນະຕ່າງໆໃຫ້ພຽງພໍ./.

 

- 11986520 1642829639326238 4168982081958637559 n - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ
(ພາບປະກອບ)

 

+ ຂີ້ເຫຍື້ອປຣາສະຕິກໃນທະເລໂລກ ເຄິ່ງໜຶ່ງມາຈາກ 5 ປະເທດອາຊີ

ຍ້ອນຫຍັງ? ຈິ່ງມີປາກົດການຖິ້ມຂີ້ເຫຍື້ອຊະຊາຍໃນຕົວເມືອງ

- 17022412 1568629709833523 3696728428234517289 n - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ
(ພາບປະກອບ)

- 5 - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ
- 4 - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ
- 3 - ການຈັດເກັບຂີ້ເຫຍື້ອໃນຍາມຝົນຍັງແກ້ບໍ່ຕົກ