ຂະແໜງທະນາຄານ ເພີ່ມທະວີການ​ຮ່ວມ​ມື​ກັບ​ສາ​ກົນ

- kitchen vibe - ຂະແໜງທະນາຄານ ເພີ່ມທະວີການ​ຮ່ວມ​ມື​ກັບ​ສາ​ກົນ

ເນື່ອງ​ໃນໂອ​ກາດວັນ​ສ້າງ​ຕັ້ງ ທ​ຫລ ຄົບ​ຮອບ 50 ປີ (07 ຕຸ​ລາ 1968-07 ຕຸ​ລາ 2018)

​ ​ປະ​ຕິ​ບັດ​ຕາມ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ​ຖະ​ບານ; ຄະ​ນະ​ພັກ-ຄະ​ນະ​ນຳ ທະນາຄານແຫ່ງ ສປປ ລາວ (ທ​ຫລ) ໄດ້​ເອົາ​ໃຈ​ໃສ່​ຊີ້​ນຳ ນຳ​ພາ ແລະ​ໄດ້​ມີ​ການ​ເຄື່ອນ​ໄຫວ​ໃນ​ວຽກ​ງານ​ການ​ພົວພັນຮ່ວມມືກັບ​ສາ​ກົນ​ໃນ​ກອບການຮ່ວມມືສອງຝ່າຍນັບແຕ່ປີ 1975-1986 ​​ຕົ້ນຕໍ ໄດ້​ພົວພັນຮ່ວມ​ມືກັບ ສ​ສ ຫວຽດນາມ ແລະກໍາປູເຈຍ ພິ​ເສດໃນ​​ຕົ້ນລະດູບານ​ໃໝ່ປີ 1979 ການນໍາຂອງທະນາຄານກາງລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທະນາຄານແຫ່ງລັດ ຫວຽດນາມ ໂດຍໄດ້ເຊັນສັນຍາເອກະສານຮ່ວມມືຂອງສອງທະນາຄານກາງ; ຈາກນັ້ນ ໄດ້ມີກອງປະຊຸມການນໍາ ຂັ້ນສູງຂອງທະນາຄານກາງຂອງ ລາວ-ຫວຽດນາມ-ກໍາປູເຈຍຢູ່ ສປປ ລາວ ໃນເດືອນພະຈິກ 1983.

- Visit Laos Visit SALANA BOUTIQUE HOTEL - ຂະແໜງທະນາຄານ ເພີ່ມທະວີການ​ຮ່ວມ​ມື​ກັບ​ສາ​ກົນ

​ປະ​ຕິ​ບັດ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ຮອບ​ດ້ານ​ທີ່​ມີຫຼັກ​ການ​ຂອງ​ພັກນັບແຕ່ປີ 1986 ເປັນ​ຕົ້ນ​ມາ , ທະນາຄານກາງຂອງລາວ ກໍ່ໄດ້ເສີມຂະຫຍາຍການຮ່ວມມືກັບທະນາຄານກາງບັນດາປະເທດເພື່ອນມິດ ແລະ ສາ​ກົນ ເຊິ່ງໄດ້ມີການເຊັນບົດບັນທຶກຄວາມ​ເຂົ້າ​ໃຈຮ່ວມມືກັບທະນາຄານກາງປະເທດຕ່າງໆ ຄື:(ສສ. ຫວຽດນາມ, ສປ ຈີນ, ໄທ, ກຳປູເຈຍ, ມຽນມາ, ສິງກະໂປ, ລັດເຊຍ, ສ.ເກົາຫຼີ, ເບລາລຸດ ແລະລຸກຊຳບວກ)  ເພື່ອຊ່ວຍເຫຼືອທາງດ້ານວິຊາການໃນການແລກປ່ຽນບົດຮຽນນໍາກັນ ແລະ ການກໍ່ສ້າງພະນັກງານທັງໄລຍະສັ້ນ ແລະ ໄລຍະຍາວ, ອັນພົ້ນເດັ່ນ ທຫລ ໄດ້ຮ່ວມມືຢ່າງໃກ້ສິດກັບທະນາຄານແຫ່ງລັດ ຫວຽດນາມ, ທະນາຄານກາງກໍາປູເຈຍ ແລະ ທະນາຄານແຫ່ງປະເທດໄທ; ມາຮອດປັດຈຸບັນ ທຫລ ໄດ້ຮັບທຶນການຊ່ວຍເຫຼືອຈາກທະນາຄານແຫ່ງລັດ ຫວຽດນາມ ແລະທະນາຄານກາງຂອງປະເທດເພື່ອນມິດຫຼາຍສົມຄວນ; ນອກຈາກຮ່ວມມືທາງດ້ານວິຊາການ ຍັງພັດປ່ຽນກັນຈັດການແຂ່ງຂັນກິລາມິດຕະພາບ ແລະ​ການ​ແລກ​ປ່ຽນວັດທະນາທໍາລະຫວ່າງ ທຫລ ກັບທະນາຄານແຫ່ງລັດຫວຽດນາມ ແລະທະນາຄານແຫ່ງປະເທດໄທ; ນອກນີ້ ທຫລ ຍັງໄດ້ຊຸກຍູ້ໃຫ້ມີການຮ່ວມມືທາງດ້ານການເງິນ ແລະ ວິຊາການ ລະຫວ່າງທະນາຄານທຸລະກິດພາຍໃນ ແລະ ຕ່າງປະເທດ.

ໃນຂອບການຮ່ວມມືຫຼາຍຝ່າຍ, ນັບແຕ່ປີ 1986 ເປັນຕົ້ນມາ ສປປ ລາວ, ທຫລ ໄດ້ເປັນເຈົ້າການໃນການຮ່ວມມືກັບກອງທຶນສາກົນ (IMF), ທະນາຄານໂລກ (WB) ແລະທະນາຄານພັດທະນາອາຊີ (ADB) ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຫຼາຍ​ດ້ານ ປະ​ກອບ​ສ່ວນ​ເຂົ້າ​ໃນ​ກາ​ນ​ພັດ​ທະ​ນາ​ປະ​ເທດ​ຊາດ; ທຫລ ເປັນໃຈກາງໃນການເຮັດວຽກກັບຄະນະຂອງກອງທຶນສາກົນທີ່ຕິດຕາມສະພາບເສດຖະກິດມະຫາພາກຂອງປະເທດເຮົາໃນແຕ່ລະປີ ໂດຍ​ໄດ້ເຮັດວຽກກັບຄະນະວິຊາການຂອງ WB ແລະADB; ​ນອກນີ້ ຍັງເຂົ້າຮ່ວມກອງປະຊຸມປະຈຳປີຂອງອົງການການເງິນສາກົນ; ທຫລ ​ໄດ້ຕອ້ນຮັບຜູ້ອໍານວຍການໃຫ່ຍຂອງ IMF ທີ່ມາຢ້ຽມຢາມ ສປປ ລາວ 2 ຄັ້ງໃນປີ 2016 ແລະ ​ຕົ້ນ​ປີ​ດຽວ​ກັນ ກໍ່ໄດ້ເປັນເຈົ້າການຮ່ວມມືທາງດ້ານການເງິນ-ທະນາຄານໃນຂອບອາຊຽນ, ອາຊຽນ + 3 ຕາມພັນທະຂອງປະ ເທດສະມາຊິກ; ພິເສດ ທຫລ ແລະ ກະຊວງການເງິນ ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບວິຊາການ, ກອງປະຊຸມລະດັບລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ; ຜູ້ວ່າການ ທຫລ ໄດ້ຕາງໜ້າຜູ້ວ່າການທະນາຄານກາງອາຊຽນ + 3  ເປັນປະທານຮ່ວມກັບປະທານທະນາຄານກາງສະຫະພາບເອີໂຣບໃນກອງປະຊຸມຜູ້ວ່າການອາຊຽນ ແລະ ຜູ້ວ່າການທະນາຄານກາງເອີຣົບ ທີ່ປະເທດເຢຍລະມັນໃນເດືອນພຶດສະພາ 2016 ຜ່ານມາ,  ນອກນີ້ ທຫລ ຍັງປະກອບສ່ວນໃນຂອບການຮ່ວມມືກັບອົງການການຄ້າໂລກ, ພົວພັນຮ່ວມມືກັບສູນຝຶກອົບຮົມ ແລະ ຄົ້ນຄວ້າວຽກງານທະນາຄານກາງຂອງອາຊີຕາເວັນອອກສ່ຽງໃຕ້ໃນການພັດທະນາຊັບພະຍາກອນມະນຸດ ເຊິ່ງ ທຫລ ໄດ້ຮັບທຶນຝຶກອົບຮົມ ແລະ ຮ່ວມມືກັບກຸ່ມອາຊີປາຊິຟິກ (APG) ໃນຖານະເປັນປະເທດສະມາຊິກໃນວຽກງານຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍ.

ຜ່ານການເຄື່ອນໄຫວວຽກງານພົວພັນສາກົນຢ່າງຕັ້ງໜ້າ, ຂະແໜງທະນາຄານ ໄດ້ເສີມຂະຫຍາຍການຮ່ວມມືກັບສາກົນຢ່າງເປັນເຈົ້າການ ສາມາດຍາດແຍ່ງການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ວິຊາການໄດ້ຈໍານວນຫຼາຍສົມຄວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງທະນາຄານ ແລະ ຖານະບົດບາດຂອງຂະແໜງການທະນາຄານຂອງລາວ ໄດ້ຮັບການຍົກສູງຂື້ນໃນເວທີພາກພື້ນແລະສາ ກົນ ປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍການຕ່າງປະເທດຂອງ ພັກ-ລັດໄດ້ເປັນຢ່າງດີ.

ໂດຍ: ຣັດສະໝີ ດວງສັດຈະ

- 4 - ຂະແໜງທະນາຄານ ເພີ່ມທະວີການ​ຮ່ວມ​ມື​ກັບ​ສາ​ກົນ
- 3 - ຂະແໜງທະນາຄານ ເພີ່ມທະວີການ​ຮ່ວມ​ມື​ກັບ​ສາ​ກົນ
- 5 - ຂະແໜງທະນາຄານ ເພີ່ມທະວີການ​ຮ່ວມ​ມື​ກັບ​ສາ​ກົນ