ອິນເດຍເປີດໂຄງການ ປະກັນສຸຂະພາບໃຫຍ່ທີ່ສຸດໃນໂລກ

- wire 2202026 1517472506 231 634x426 - ອິນເດຍເປີດໂຄງການ ປະກັນສຸຂະພາບໃຫຍ່ທີ່ສຸດໃນໂລກ
- kitchen vibe - ອິນເດຍເປີດໂຄງການ ປະກັນສຸຂະພາບໃຫຍ່ທີ່ສຸດໃນໂລກ

ອິນ​ເດຍສ້າງ​ປະຫວັດສາດ​ໜ້າ​ໃໝ່​ເປີດ​ໂຄງການປະກັນ​ສຸຂະພາບ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຊ່ວຍ​ຄົນ​ທຸກ 500 ລ້ານ​ຊີວິດ.

ທ່ານ ນາ​ເຣນທຣາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ ມອບ​ຂອງຂວັນ​ອັນ​ໃຫຍ່​ຖື​ວ່າ​ເປັນ​ປະຫວັດສາດ​ໜ້າ​ໃໝ່​ຂອງ​ປະ​ເທດ​ອິນ​ເດຍ ດ້ວຍ​ການ​ເຮັດ​ໂຄງການ​ປະກັນ​ສຸຂະພາບ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຊ່ວຍ​ເຫລືອ​ປະຊາກອນ​ອິນ​ເດຍຫລາຍ​ກວ່າ 500 ລ້ານ​ຄົນ ​ເອີ້ນ​ວ່າ​ໂຄງການ ​ໂມ​ດີ​ແຄຣ ​ໂດຍ​ການ​ມອບ​ບັດ​ຄຳ​ໃຫ້​ຜູ້​ມີ​ລາຍ​ໄດ້​ໜ້ອຍ ສາມາດ​ນຳ​ໄປ​ໃຊ້​ກັບ​ໂຮງໝໍ ​ເຊິ່ງ​ໃຫ້​ຄອບຄົວ​ລະ 500.000 ຣູປີ ຈະ​ຄວບ​ຄຸມ​ສະ​ເພາະ​ຄົນ​ທີ່​ບໍ່​ສະບາຍ​ເປ​ັນພະຍາດ​ຮ້າຍ​ແຮງ​ເທົ່າ​ນັ້ນ​ເຊັ່ນ: ມະ​ເຮັງ, ​ເບົາຫວານ ​ເຊິ່ງອິນ​ເດຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ປະຊາຊົນ​ປະສົບ​ບັນຫາ​ທາງ​ດ້ານ​ສຸຂະພາບ ​ແລະ ບັນຫາ​ດ້ານ​ລະບົບ​ສາທາລະນະ​ສຸກ.

​ໂຄງການ ​ໂມ​ດີ​ແຄຣ ​ເປັນ​ໂຄງການ​ທີ່​ລັດຖະບານ​ທ່ານ ​ໂມ​ດີ ຊຸກຍູ້ ​ເຊິ່ງ​ຖື​ເປັນ​ການ​ຮຽກ​ຄະ​ແນນ​ໃຫ້​ແກ່​ພັກ ກ່ອນ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ກາງ​ປີໜ້າ.

- 3 - ອິນເດຍເປີດໂຄງການ ປະກັນສຸຂະພາບໃຫຍ່ທີ່ສຸດໃນໂລກ
- 5 - ອິນເດຍເປີດໂຄງການ ປະກັນສຸຂະພາບໃຫຍ່ທີ່ສຸດໃນໂລກ
- 4 - ອິນເດຍເປີດໂຄງການ ປະກັນສຸຂະພາບໃຫຍ່ທີ່ສຸດໃນໂລກ