ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້

ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້ - kitchen vibe - ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້

ຂ່າວ ແມ່ນການຂຽນປະເພດໜຶ່ງ ຫລື ການລາຍງານເຫດການທີ່ເກີດຂຶ້ນກ່ອນໝູ່ໃນວົງການສື່ມວນຊົນ.

ເນື່ອງຈາກຂ່າວເກີດຂຶ້ນມາໄດ້ຫລາຍປີ ຈຶ່ງສາມາດແບ່ງອອກເປັນຫລາຍປະເພດ, ຫລາຍລັກສະນະຮູບສີ ເຊັ່ນຂ່າວກ້ອມ, ຂ່າວສັ້ນ, ຂ່າວວິຈານ, ຂ່າວບັນທຶກ, ຂ່າວສໍາພາດ ແລະ ອື່ນໆ ອາດເວົ້າໄດ້ວ່າ ຂ່າວ ແມ່ນການຂຽນປະເພດໜຶ່ງທີ່ເປັນພື້ນຖານໃນວົງການສື່ມວນຊົນ, ໂດຍສະເພາະແມ່ນສື່ສິ່ງພີມ ຫລື ໜັງສືພີມ. ສະນັ້ນຈຶ່ງເຫັນວ່າປະລິມານຂ່າວໃນໜ້າໜັງສືພີມ, ໂດຍສະເພາະໜັງສືພີມລາຍວັນ ແມ່ນມີຈໍານວນຫລາຍສົມຄວນ. ສໍາລັບຜູ້ອ່ານແລ້ວ ກໍນິຍົມອ່ານຂ່າວຈາກໜັງສືພີມລາຍວັນຫລາຍກວ່າປະເພດອື່ນໆ.

ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້ - Visit Laos Visit SALANA BOUTIQUE HOTEL - ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້

ຈາກຄວາມຮຽກຮ້ອງຕ້ອງການດັ່ງກ່າວ, ຈຶ່ງຕ້ອງໄດ້ເຮັດໃຫ້ຂ່າວມີການພັດທະນາດີຂຶ້ນເລື້ອຍໆ ໃນດ້ານເນື້ອໃນ, ມີຄວາມວ່ອງໄວ ແລະ ສ່ອງແສງເຫດການຢ່າງຖືກຕ້ອງ. ແຕ່ການທີ່ຈະເລືອກລາຍງານຂ່າວ ຫລື ເຫດການໃດໜຶ່ງນັ້ນ ຈະຕ້ອງມີຫລັກການນໍາສະເໜີອົງປະກອບຂອງຂ່າວຄັກແນ່ ເຊັ່ນ: ຄວາມໄວຂອງການລາຍງານເຫດການທີ່ເກີດ, ຄວາມໃກ້ຊີດກັບຜູ້ອ່ານ, ຄວາມໂດດເດັ່ນຂອງບຸກຄົນ ຫລື ສະຖານທີ່, ຜົນກະທົບຕໍ່ສັງຄົມໜ້ອຍ ຫລື ຫລາຍ ແລະ ບັນຫາທີ່ສັງຄົມສົນໃຈໜ້ອຍ ຫລື ຫລາຍ.

ຈາກຄວາມສໍາຄັນດັ່ງກ່າວ, ສະນັ້ນປະເທດເຮົາ ຊຶ່ງເປັນລະບອບສັງຄົມນິຍົມ, ຈຶ່ງໄດ້ມີຫລັກການພື້ນຖານໃນການຂຽນຂ່າວທີ່ແຕກຕ່າງຈາກລະບອບທຶນນິຍົມ ເພາະພວກເຮົາຖືວ່າຂ່າວ ແມ່ນເຄື່ອງມືທາງດ້ານການເມືອງແນວຄິດ ເພື່ອສຶກສາອົບຮົມມະຫາຊົນ, ຮັບໃຊ້ພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ດັ່ງນັ້ນ, ຄຸນລັກສະນະຂອງຂ່າວພວກເຮົາຕ້ອງມີຄວາມຖືກຕ້ອງ, ດຸ່ນດ່ຽງ, ເປັນກາງ ແລະ ຈະແຈ້ງ, ເຊິ່ງຖ້າເຮັດໄດ້ແນວນີ້ ຂ່າວຈຶ່ງສາມາດສ່ອງແສງໄດ້ທັງຕົວຈິງໃນການເຄື່ອນໄຫວຂອງມະຫາຊົນ, ທັງຊຸກຍູ້ການເຄື່ອນໄຫວຕ່າງໆນັ້ນດີຂຶ້ນກວ່າເກົ່າ, ພ້ອມທັງສາມາດແກ້ໄຂບັນຫາຕ່າງໆໄດ້ຢ່າງທັນການ. ນີ້ໝາຍວ່າຂ່າວແມ່ນສາຍໄຍຜູກພັນລະຫວ່າງພັກກັບມະຫາຊົນ.

ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້ - 5 - ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້
ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້ - 3 - ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້
ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້ - 4 - ບັນດາຫລັກການພື້ນຖານຂອງຂ່າວທີ່ຄວນຮູ້