ອັນຕະລາຍສຳລັບຄົນຫລິ້ນກ້າມ ແລະ ດື່ມເຫລົ້າ

- 051412 2018 - ອັນຕະລາຍສຳລັບຄົນຫລິ້ນກ້າມ ແລະ ດື່ມເຫລົ້າ
- kitchen vibe - ອັນຕະລາຍສຳລັບຄົນຫລິ້ນກ້າມ ແລະ ດື່ມເຫລົ້າ


      ສຳລັບໃຜທີ່ກຳລັງເຂົ້າຟິດເນດຫລືອອກກຳລັງກາຍກັນສຸດໆຢູ່, ແຕ່ກໍຍັງຢາກສັງສັນເຂົ້າສັງຄົມໄປນຳຄົງຕ້ອງຄິດໜັກແລ້ວ ດັ່ງທີ່ຮູ້ໆກັນ ຖ້າຢາກກ້າມໃຫຍ່ກໍຕ້ອງກິນອາຫານທີ່ມີໂປຣຕິນເຂົ້າໄປຫລາຍໆ ບໍ່ວ່າຈະແມ່ນຊີ້ນສັດ ຫລື ຈະເປັນໂປຣຕິນສັງເຄາະດັ່ງ ເວໂປຣຕິນ, ແຕ່ຮູ້ຫລືບໍ່ວ່າໂປຣຕິນເຫລົ່ານີ້ບໍ່ຖືກກັນກັບເຄື່ອງດື່ມທີ່ມີອານກໍຮໍທັງຫລາຍ ເພາະວ່າຜົນການທົດລອງກັບທັງໃນຄົນ ແລະ ສັດ ພົບວ່າ : ອານກໍຮໍເປັນສັດຕູໂຕສຳຄັນຂອງການພັດທະນາກ້າມຊີ້ນ ເພາະອານກໍຮໍມີຜົນເຮັດໃຫ້ລະດັບການສັງເຄາະໂປຣຕິນໃນກ້າມຊີ້ນຂອງທ່ານຫລຸດປະສິດທິພາບລົງໄປນຳ.

- Visit Laos Visit SALANA BOUTIQUE HOTEL - ອັນຕະລາຍສຳລັບຄົນຫລິ້ນກ້າມ ແລະ ດື່ມເຫລົ້າ

    ນອກຈາກຈະຫລຸດການສັງເຄາະໂປຣຕິນໄປແລ້ວຍັງບໍ່ພໍ ມັນຍັງສະຫລາຍໂປຣຕິນໃນກ້າມຊີ້ນກັບໂປຣຕິນທີ່ເຮົາກິນເຂົ້າໄປນຳອີກ ທັງຍັງເຮັດໃຫ້ຮໍໂມນເທສໂທສະເຕີໂຣນທີ່ມີຄວາມສຳຄັນໃນການເຕີບໃຫຍ່ຂອງກ້າມຊີ້ນເສື່ອມ  ແລະ ດ້ອຍສະມັດຕະພາບໄປນຳ.

    ດັ່ງນັ້ນ, ດົນໆຈຶ່ງດື່ມສັງສັນເທື່ອໜຶ່ງກໍພໍ ແຕ່ຖ້າເປັນນັກດື່ມສາຍແຂງ, ຢາກດື່ມເຫລົ້າ ແລະ ຢາກມີກ້າມໃຫຍ່ໄປນຳ ມັນເປັນ ໄປບໍ່ໄດ້ແນ່ນອນ.

    ການອອກກຳລັງກາຍເປັນປະຈຳຊ່ວຍໃຫ້ສຸຂະພາບແຂງແຮງສົມບູນ ແລະ ມີຮູບຮ່າງງາມສົມສ່ວນໄດ້, ແຕ່ທ່ານຕ້ອງບໍ່ດື່ມເມົາ.

- 3 - ອັນຕະລາຍສຳລັບຄົນຫລິ້ນກ້າມ ແລະ ດື່ມເຫລົ້າ
- 5 - ອັນຕະລາຍສຳລັບຄົນຫລິ້ນກ້າມ ແລະ ດື່ມເຫລົ້າ
- 4 - ອັນຕະລາຍສຳລັບຄົນຫລິ້ນກ້າມ ແລະ ດື່ມເຫລົ້າ