UN ຂະຫຍາຍເວລາຈັດສົ່ງການຊ່ວຍເຫລືອ ດ້ານມະນຸດສະທຳໄປຊີຣີອີກ 1 ປີ

- 1544755712006 960x0 - UN ຂະຫຍາຍເວລາຈັດສົ່ງການຊ່ວຍເຫລືອ ດ້ານມະນຸດສະທຳໄປຊີຣີອີກ 1 ປີ
- kitchen vibe - UN ຂະຫຍາຍເວລາຈັດສົ່ງການຊ່ວຍເຫລືອ ດ້ານມະນຸດສະທຳໄປຊີຣີອີກ 1 ປີ

     ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ ລົງມະຕິ​ໃຫ້​ຂະຫຍາຍ​ເວລາ​ໃນ​ການຈັດ​ສົ່ງ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ຂ້າມ​ຊາຍ​ແດນ​ຊີຣີອອກ​ໄປ​ອີກ 1 ປີ, ຂະນະ​ທີ່ຣັດ​ເຊຍ​ຮຽກຮ້ອງ​ໃຫ້​ຂະຫຍາຍ​ເວລາ​ອອກ​ໄປ​ພຽງ 6 ​ເດືອນ.

      ອາ​ເມ​ລິ​ກາ ​ແລະ ສະມາຊິກ​ສ່ວນ​ຫລາຍ​ໃນ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ເຫັນ​ພ້ອມ​ໃຫ້​ຂະຫຍາຍ​ເວລາ​ດັ່ງກ່າວ ​ໂດຍ​ລະບຸ​ວ່າ: ຊີຣີຍັງ​ຕ້ອງການ​ຄວາມ​ຊ່ວຍ​​ເຫລືອ​ດ້ານ​ມະນຸດສະທຳ​ຈຳນວນ​ຫລາຍ. ລາຍ​ງານ​ຂອງ​ສະຫະ​ປະຊາ​ຊາດ ລະບຸ​ວ່າ: ມີ​ປະຊາຊົນ​ໃນ​ພື້ນທີ່​ທີ່​ບໍ່​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດຖະບານ​ກຳລັງ​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ​ຫລາຍ​ກວ່າ 4,3 ລ້ານ​ຄົນ. ທັງ​ນີ້ ຣັດ​ເຊຍ​ຂັດ​ແຍ່ງ​ວ່າ: ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ຖືກ​ກຸ່ມ​ຕິດ​ອາວຸດ​ຢຶດ​ໄປ ​ແລະ ສ້າງ​ລາຍ​ໄດ້​ໃຫ້​ແກ່​ກຸ່ມ​ກະບົດ​ເດືອນ​ລະ​ຫລາຍ​ລ້ານ​ໂດ​ລາ​ສະຫະລັດ.

      ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຕິບັດ​ການ​ຊ່ວຍ​ເຫລືອ​ໃນ​ຊີຣີ ​ເຊິ່ງຖື​ເປັນຄວາມ​ພະຍາຍາມ​ບັນ​ເທົາ​ທຸກ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ສະຫະ​ປະຊາ​ຊາດ ຈະ​ຍັງດ​ຳ​ເນີນ​ຕໍ່​ໄປ ທັງ​ທີ່​ຄວາມ​ພະຍາຍາມ​ໃນ​ການ​ຢຸດຕິ​ສົງຄາມ​ມີ​ຄວາມ​ຄືບ​ໜ້າ​ໜ້ອຍ, ສົງຄາມ​ໃນ​ຊີຣີຂ້າ​ຊີວິດ​ຄົນ​ໄປ​ແລ້ວ​ຫລາຍ​ກວ່າ 360.000 ຄົນ ​ແລະ ​ເຮັດ​ໃຫ້​ມີ​ຜູ້​ບໍ່​ມີ​ບ່ອນຢູ່​ອາ​ໄສ​ອີກ​ຫລາຍ​ລ້ານ​ຄົນ.

- 5 - UN ຂະຫຍາຍເວລາຈັດສົ່ງການຊ່ວຍເຫລືອ ດ້ານມະນຸດສະທຳໄປຊີຣີອີກ 1 ປີ
- 3 - UN ຂະຫຍາຍເວລາຈັດສົ່ງການຊ່ວຍເຫລືອ ດ້ານມະນຸດສະທຳໄປຊີຣີອີກ 1 ປີ
- 4 - UN ຂະຫຍາຍເວລາຈັດສົ່ງການຊ່ວຍເຫລືອ ດ້ານມະນຸດສະທຳໄປຊີຣີອີກ 1 ປີ