ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ

ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ - 1546937635982 960x0 - ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ
ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ - kitchen vibe - ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ

     ລັດຖະມົນຕີ​ຕ່າງປະ​ເທດ​ມາ​ເລ​ເຊຍ ​ແລະ ສິງກະ​ໂປ ຖະ​ແຫລ​ງຮ່ວມ​ກັນ​ໃນ​ວັນ​ທີ 8 ມັງກອນ​ວ່າ: ທັງ​ສອງ​ປະ​ເທດ​ເຫັນ​ພ້ອມ​ເລື່ອງ​ຈະ​ຫາ​ທາງ​ຫລຸດຜ່ອນ​ຂໍ້​ຂັດ​ແຍ່ງ​ທາງ​ທະ​ເລ ​ແລະ ທາງ​ອາກາດ​ລະຫວ່າງ​ກັນ.

     ທ່ານ ວິ​ວຽນ ບາ​ລາ​ກິດ​ນັນ ລັດຖະມົນຕີ​ຕ່າງປະ​ເທດ​ສິງກະ​ໂປ ​ແລະ ທ່ານ ​ໄຊ​ຟຸດ​ດິນ ອັບ​ດຸນ​ລາ ລັດຖະມົນຕີ​ຕ່າງປະ​ເທດ​ມາ​ເລ​ເຊຍ ອອກ​ຖະ​ແຫລ​ງການ​ຮ່ວມ​ຫລັງ​ສຳ​ເລັດ​ການ​ຫາລື ຢູ່​ສິງກະ​ໂປ ​ໃນ​ວັນ​ທີ 8 ມັງກອນ​ວ່າ: ທັງ​ສອງ​ປະ​ເທດ​ເນັ້ນ​ເລື່ອງ​ຍຶດໝັ້ນຕໍ່​ການ​ຮັກສາການ​ພົວພັນ​ອັນ​ສຳຄັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປັບປຸງ​ການ​ພົວພັນ​ທະວີ​ພາຄີ​ໃຫ້​ດີ​ຂຶ້ນບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບ ​ແລະ ​ໃຫ້​ກຽດ​ກັນ, ​ເຫັນ​ພ້ອມ​ເລື່ອງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສະຖານະ​ການ​ໃຫ້​ສະຫງົບ​ຮຽບຮ້ອຍ ​ເພື່ອ​ເປີດ​ທາງ​ໃຫ້​ມີ​ການ​ຫາລື​ທ່າມກາງ​ບັນຍາກາດ​ທີ່ສ້າງສັນ.

      ລາຍ​ງານ​ລະບຸ​ວ່າ: ມາດ​ຕະການ​ທີ່​ທັງ​ສອງ​ຝ່າຍ​ເຫັນ​ພ້ອມ ປະກອບ​ມີ​ການ​ໃຫ້​ທັງ​ສອງ​ຝ່າຍ​ງົດ​ດຳ​ເນີນ​ການ​ໃດໆຊົ່ວຄາວພ້ອມ​ກັນ, ຫລັງ​ຈາກ​ມາ​ເລ​ເຊຍ​ຂະຫຍາຍ​ຂອບ​ເຂດ​ທ່າ​ເຮືອ​ຍະ​ໂຮ​ບາຣູ​ໄປ​ລ່ວງ​ລ້ຳນ່ານນ້ຳສິງກະ​ໂປ​ໃນ​ວັນ​ທີ 25 ຕຸລາ ​ເຮັດ​ໃຫ້​ສິງກະ​ໂປ​ຕອບ​ໂຕ້​ດ້ວຍ​ການ​ຂະຫຍາຍ​ຂອບ​ເຂດ​ທ່າ​ເຮືອ​ຂອງ​ຕົນ​ເອງ​ໃຫ້​ຄວບ​ຄຸມ​ນ່ານນ້ຳຂອງ​ປະ​ເທດ​ທັງ​ໝົດ​ນັບ​ແຕ່​ວັນ​ທີ 6 ທັນວາ ​ແລະ ງົດ​ໃຊ້​ຂະ​ບວນການ​ລົງ​ຈອດ​ແບບ​ໃໝ່​ຢູ່​ສະໜາມ​ບິນ​ເຊີ​ເລີ​ຕາ ທາງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສິງກະ​ໂປທີ່​ມາ​ເລ​ເຊຍ​ຄັດຄ້ານ​ວ່າ​ຈະ​ກະທົບ​ຕໍ່​ການ​ພັດທະນາ​ສິ່ງ​ປຸກ​ສ້າງ​ໃນ​ເມືອງ​ປາຊີ ກູ​ດັງ ລັດ​ຍະ​ໂຮ​ຂອງ​ມາ​ເລ​ເຊຍ ​ເພາະ​ຈຳກັດ​ຄວາມ​ສູງ​ຂອງ​ອາຄານ​ທີ່​ຈະ​ສ້າງ​ໃໝ່ ​ເຊິ່ງຢູ່​ໃນ​ເສັ້ນທາງ​ລົງ​ຈອດ​ເຮືອບິນ. ນອກຈາກ​ນີ້ ຍັງ​ເຫັນ​ພ້ອມ​ເລື່ອງ​ຈະຕັ້ງຄະນະ​ເຮັດ​ວຽກ​ຂຶ້ນມາ​ຫາລື​ເລື່ອງ​ຂອບ​ເຂດ​ທ່າ​ເຮືອ​ຂອງ​ທັງ​ສອງ​ຝ່າຍ.

      ການ​ພົບ​ກັນ​ໃນ​ຄັ້ງນີ້​ມີ​ຂຶ້ນຫລັງ​ຈາກ​ຮອງ​ນາຍົກລັດຖະມົນຕີ ຕຽວ ຊີ​ຮຽນ ​ແລະ ທ່ານ ​ເຮ​ງ ສະ​ວີ​ກິດ ລັດຖະມົນຕີ​ການ​ເງິນ​ສິງກະ​ໂປ ​ເຂົ້າພົບ​ນາຍົກລັດຖະມົນຕີ ມະຫາ​ເທ ​ໂມ​ຮຳ​ໝັດ ຂອງ​ມາ​ເລ​ເຊຍ ຢູ່​ນະຄອນຫລວງ​ປຸຕຣາຈາ​ຢາ ​ໃນ​ທ້າຍ​ປີຜ່ານມາ. ຈາກ​ນັ້ນ ນາຍົກລັດຖະມົນຕີ ລີ ຊຽນລຸງ ຂອງ​ສິງກະ​ໂປ ກ່າວ​ໃນ​ສານ​ວັນ​ຂຶ້ນປີ​ໃໝ່​ສາກົນ​ວ່າ: ບັນຫາ​ກ່ຽວ​ກັບ​ມາ​ເລ​ເຊຍ​ຈະ​ໄດ້​ຮັບ​ການ​ດຳ​ເນີນ​ການ​ຢ່າງ​ໃຈ​ເຢັນ ​ແລະ ສ້າງສັນ. ຂະນະ​ທີ່​ນາຍົກລັດຖະມົນຕີ ມະຫາ​ເທ ກ່າວ​ວ່າ: ໝັ້ນ​ໃຈ​ວ່າ​ບັນຫາ​ສອງ​ປະ​ເທດ​ຈະ​ແກ້​ໄຂ​ໄດ້​ດ້ວຍ​ການ​ເຈລະຈາ.

ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ - 5 - ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ
ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ - 4 - ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ
ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ - 3 - ມາເລເຊຍ-ສິງກະໂປ ເຫັນພ້ອມຫາທາງ ຫລຸດຜ່ອນຂໍ້ຂັດແຍ່ງ ທາງທະເລ-ທາງອາກາດ