ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​

ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​ - 37942471 2160157547563858 233045750114680832 n - ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​
ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​ - kitchen vibe - ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​
ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​ - 39821221 1131978743645723 5840886013362176000 n - ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​

ກະຊວງ​ແຜນການ​ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ​​ໃນປີ 2019 ນີ້, ລັດຖະບານ​ໄດ້​ອະນຸມັດງົບປະມານ 500 ຕື້​ກີບ ເພື່ອ​ຟື້ນ​ຟູ​ໄພພິບັດ​ຫລັງ​ນ້ຳ​ຖ້ວມ, ​ໂດຍ​ໄດ້​ແບ່ງ​ຈາກ​ງົບປະມານ​ບ້ວງ​ລົງທຶນ​ສະ​ເພາະ 850 ຕື້​ກີບ, ຊຶ່ງງົບດັ່ງກ່າວຈະນໍາໃຊ້ເຂົ້າໃນການ​ສ້ອມ​ແປງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ຮັບ​ໃຊ້​ການ​ຜະລິດ, ການ​ບໍລິການ​ພາກ​ລັດ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ທີ່​ໄດ້​ຮັບ​ຜົນ​​ເສຍ​ຫາຍ​ຈາກ​ໄພພິບັດໃນ​ປີ 2018 ​ໃຫ້​ຄືນ​ສູ່​ສະພາບ​ປົກກະຕິ, ​ເພື່ອ​ຮັບປະກັນ​ໃນ​ການ​ສ້າງ​ແຜນ​ໂຄງການ​ຟື້ນ​ຟູ​ຫລັງ​ໄພພິບັດ​ໃຫ້​ທັນ​ກຳນົດ​ເວລາ ​ແລະ ນຳ​ສະ​ເໜີສະພາ​ແຫ່ງ​ຊາດ​ຮັບຮອງ​ໃນ​ເງື່ອນ​ໄຂ​ງົບປະມານ​ຈຳກັດດັ່ງນັ້ນ ​ໃຫ້​ແຕ່​ລະ​ພາກສ່ວນ​ຄົ້ນຄວ້າ​ສັງ​ລວມ ​ແລະ ຈັດ​ລຽງ​ບູລິ​ມະ​ສິດໂຄງການ​ທີ່​ຈຳ​ເປັນ​ແທ້ໆ ​ແລະ ​ໃຫ້​ປະຕິບັດ​ເງື່ອນ​ໄຂ​ຂອງ​ໂຄງການ​ທີ່​ສະ​ເໜີ​​ ໃໝ່ ທີ່​ກຳນົດ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງລັດ ສະບັບ​ເລກທີ 72/ສພຊ ​ໂດ​ຍສະ​ເພາະ​ມາດຕາ 22 ​ເອກະສານ​ການ​ລົງທຶນ​ຂອງ​ລັດ ​ແລະ ມາດຕາ 34 ການ​ປະ​ເມີນ ​ແລະ ອົງການ​ປະ​ເມີນ​ໂຄງການ​ລົງທຶນ​ຂອງ​ລັດ; ການ​ຢັ້ງຢືນ​ບັນດາ​ໂຄງການ​ທີ່​​ເປັນ​ໂຄງການ​ຟື້ນ​ຟູ ​ໂດຍ​ສະ​ເພາະ​ໂຄງ ການ​ພື້ນຖານ​ໂຄງ​ລ່າງ ຕ້ອງ​ເປັນ​ໂຄງການ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ທຳ​ມະ​ຊາດ ​ໃນ​ປີ 2018 ​ເທົ່າ​ນັ້ນ ​ໂດຍ​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ທີ່​ກ່ຽວຂ້ອງຢັ້ງຢືນ; ບັນດາ​ໂຄງການ​ທີ່​ນຳ​ສະ​ເໜີ ​ເພື່ອ​ຟື້ນ​ຟູ​ຕ້ອງ​ເປັນ​ໂຄງການ​ທີ່​ໄດ້​ນຳ​ໃຊ້ ​ແລະ ກໍ່ສ້າງ​ສຳ​ເລັດ​ຜ່ານ​ມາ​ແລ້ວ, ມີ​ການ​ຢັ້ງຢືນ​ຈາກ​ຄະນະກຳມະການ​ຈາກ​ພາກສ່ວນ​ກ່ຽວຂ້ອງ ສຳ​ເລັດ​ການ​ມອບ​ຮັບ​ແລ້ວ ​ແລະ ​ໄດ້​ນຳ​ໃຊ້​ແລ້ວ, ​ແຕ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ທີ່​ເກີດ​ຂຶ້ນ​ໃນ​ປີ 2018; ສຳລັບ​ໂຄງການ​ຟື້ນ​ຟູ​ໄພພິບັດ ທີ່​ໄດ້​ກວດກາ​ຄວາມ​ຖືກຕ້ອງ​ຊັດ​ເຈນ ​ແລະ ຢັ້ງຢືນ​ວ່າ ​ເປັນ​ໂຄງການ​ຟື້ນ​ຟູ​ໄພພິບັດ​ໃນ​ປີ 2018 ​ແລະ ​ເປັນ​ໂຄງການ​ທີ່​ມີ​ມູນ​ຄ່າ​ເສຍ​ຫາຍ​ໜ້ອຍ​ກວ່າ ຫລື ​ເທົ່າ​ກັບ 50 ລ້ານ​ກີບ ​ໃຫ້​ແກ້​ໄຂ​ຂາດ​ຕົວ.   ພ້​ອມນີ້, ​ໃຫ້​ຫ້ອງການ ຫລື ກົມ​ກອງ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ແຜນການ​ຂອງ​ບັນດາ​ກະຊວງ ​ແລະ ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ຮອງບັນດາ​ແຂວງ, ນະຄອນຫລວງ ​ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ກົມ​ກອງ ​ແລະ ພະ​ແນ​ກການ​ຕ່າງໆ​ອ້ອມ​ຂ້າງ ​ເພື່ອ​ຄົ້ນ​ຄວ້າ​ສັງ​ລວມ ​ແລະ ຈັດ​ລຽງ​ບູລິ​ມະ​ສິດ, ພ້ອມທັງ​ຄົ້ນຄວ້າ​ຈັດ​ສັນ​ທຶນ ​ໃສ່​ບັນດາ​ໂຄງ ການ​ດັ່ງກ່າວ ​ໃຫ້ສອດຄ່ອງກັບ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ​ແລ້ວ​ນຳ​ສະ​ເໜີ​ຄະ ນະ​ນຳ​ຂອງ​ຕົນ​ພິຈາລະນາ​ຮັບຮອງ ​ແລະ ຢັ້ງຢືນ​ເປັນ​ທາງ​ການ ​ແລ້ວນຳ​ສົ່ງ​ເຖິງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເພື່ອ​ຄົ້ນຄວ້າ​ນຳ​ສະ​ເໜີ ລັດຖະບານ​ພິຈາລະນາ ​ແລະ ສະພາ​ແຫ່ງ​ຊາດ​ຮັບຮ​ອງ. 

ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​ - 4 - ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​
ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​ - 5 - ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​
ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​ - 3 - ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​
ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​ - Visit Laos Visit SALANA BOUTIQUE HOTEL - ປີ 2019 ລັດ​ອະນຸມັດ​​ງົບປະມານ 500 ຕື້​ກີບ​ຟື້ນ​ຟູ​ໄພພິບັດຫລັງນໍ້າຖ້ວມ​​