ເອົາລະບຽບກົດໝາຍເປັນສາຍທາງເດີນ

ເອົາລະບຽບກົດໝາຍເປັນສາຍທາງເດີນ - download - ເອົາລະບຽບກົດໝາຍເປັນສາຍທາງເດີນ
ເອົາລະບຽບກົດໝາຍເປັນສາຍທາງເດີນ - kitchen vibe - ເອົາລະບຽບກົດໝາຍເປັນສາຍທາງເດີນ

​ໂດຍ : ມຶກ​ບໍ່​ແຫ້ງ

ໃຜໆກໍວ່າພວກເຮົາມີລະບຽບກົດໝາຍທີ່ດີມີຄວາມຫຼາກຫຼາຍແຕ່ຍັງຄ້າງຄາແຕ່ເບື້ອງຈັດຕັ້ງປະຕິບັດ, ມາຮອດດຽວນີ້ລັດຖະບານໄດ້ເຂັ້ມງວດກວດຂັນໃນການຈັດຕັ້ງ ປະຕິບັດບັນດານິຕິກຳຕ່າງໆແລ້ວໄດ໋.

ເອົາລະບຽບກົດໝາຍເປັນສາຍທາງເດີນ - Visit Laos Visit SALANA BOUTIQUE HOTEL - ເອົາລະບຽບກົດໝາຍເປັນສາຍທາງເດີນ
ເອົາລະບຽບກົດໝາຍເປັນສາຍທາງເດີນ - download - ເອົາລະບຽບກົດໝາຍເປັນສາຍທາງເດີນ

ມາຮອດປັດຈຸບັນພວກເຮົາມີ 138 ກົດໝາຍ (ຂໍ້ມູນຈາກເວບໄຊ໌ ຂອງສະພາແຫ່ງຊາດ 2018) ແລະບັນດານິຕິກຳລຸ່ມກົດໝາຍເປັນຈຳນວນຫຼວງຫຼາຍໃນຂະແໜງການຕ່າງໆ ແຕ່ເຖິງປານນັ້ນການຈັດຕັ້ງປະຕິບັດລະບຽບແລະກົດໝາຍໃຫ້ປະກົດຜົນເປັນຈິງນັ້ນຍັງເປັນສິ່ງທ້າທາຍຫຼາຍດ້ານ.

ນັບແຕ່ການສໍ້ຫຼາດບັງຫຼວງຈົນໄປຮອດເລື່ອງການປ່ອຍສານເຄມີຮົ່ວໄຫຼລົງສູ່ແມ່ນໍ້າແລະດິນນັ້ນຄວາມຈິງເຮົາກໍມີນິກຳຈຳນວນໜຶ່ງແລ້ວເພື່ອໃຫ້ພະນັກງານລັດປະຕິບັດໜ້າທີ່ຂອງຕົນຢ່າງມີກຽດຫຼີກລ່ຽງການເອົາຊັບສິນແຜ່ນດິນປີ້ນມາເປັນຂອງໂຕ, ພ້ອມນັ້ນພວກເຮົາກໍມີລະບຽບຫຼືນິຕິກຳຄຸ້ມຄອງການລົງທຶນ, ການປົກປັກຮັກສາສິ່ງແວດລ້ອມ, ຍິ່ງກວ່ານັ້ນພວກເຮົາກໍໄດ້ເວົ້າເລື່ອງການພັດທະນາສີຂຽວຕາມທິດຍືນຍົງທີ່ນັບມື້ ນັບລຶ້ງຫູແຕ່ເຖິງປານນັ້ນການປ່ອຍທາດເຄມີທີ່ເປັນພິດຈາກການປູກກ້ວຍຫຼືພືດອຸດສາຫະກຳອື່ນກໍຍັງມີໃຫ້ເຫັນເປັນໄລຍະ.

ສິ່ງດັ່ງກ່າວກໍເນື່ອງຈາກການຈັດຕັ້ງປະຕິບັດລະບຽບແລະກົດໝາຍບາງຂະແໜງການຍັງບໍ່ໄດ້ດີເທົ່າທີ່ຄວນ. ແຕ່ຖ້າຫາກພວກເຮົາຕ້ອງການພັດທະນາເສດຖະກິດ-ສັງຄົມໄປໃນຖ່ວງທ່າທີ່ດີມີຄວາມໝັ້ນທ່ຽງ, ບ້ານເມືອງມີຄວາມສະຫງົບສຸກນັ້ນການຈັດຕັ້ງປະຕິບັດກົດລະບຽບແລະກົດໝາຍກໍຕ້ອງຖືເປັນວຽກງານບູລິມະສິດທີ່ສຳຄັນຍິ່ງ.

ຍ້ອນແນວນັ້ນ, ລັດຖະບານຈຶ່ງໄດ້ເອົາການຕິດຕາມກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດນັ້ນແມ່ນໜຶ່ງໃນ 8 ມາດຕະການຊຸກຍູ້ເສດຖະກິດຕາມຄຳສັ່ງເລກທີ 12/ນຍ.

ພວກເຮົາເຫັນປະຈັກຕາວ່າການຕິດຕາມກວດກາການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍໄດ້ເຮັດໃຫ້ ການຂຸດຄົ້ນໄມ້ ແລະການເຄື່ອນຍ້າຍໄມ້ ແບບຜິດກົດໝາຍໄດ້ຫຼຸດລົງຢ່າງຈະແຈ້ງ. ອີງຕາມການລາຍງານຂອງທ່ານທອງລຸນສີສຸລິດນາຍົກລັດຖະມົນຕີເມື່ອວັນທີ 20 ພະຈິກ 2018 ຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ VIII ວ່າ“ໄດ້ກວດກາການປະຕິບັດຄຳສັ່ງເລກທີ 15/ນຍຢ່າງເຂັ້ມງວດ”.

“ມາຮອດປັດຈຸບັນລັດຖະບານສາມາດປະມູນຂາຍໄມ້ຢຶດເອົາງົບປະມານເຂົ້າລັດໄດ້ 1,94 ລ້ານກວ່າໂດລາແລະ 34 ຕື້ກວ່າກີບ. ພ້ອມນັ້ນເພິ່ນກໍຍັງສືບຕໍ່ແກ້ໄຂໄມ້ຢຶດທີ່ບໍ່ທັນໄດ້ຈັດຕັ້ງການປະມູນ; ກ່ອນຄຳສັ່ງເລກທີ 15/ນຍມີໂຮງງານອຸດສາຫະກຳໄມ້ ທັງໝົດ 2.102 ໂຮງງານພາຍຫຼັງປະກາດໃຊ້ຄຳສັ່ງດັ່ງກ່າວລັດຖະບານໄດ້ກວດກາຄືນແລະຍຸບເລີກໂຮງງານໄມ້ ທີ່ບໍ່ໄດ້ມາດຖານເປັນຈຳນວນຫຼາຍເຊິ່ງປັດຈຸບັນທົ່ວປະເທດຍັງມີຈຳນວນ 1.150 ໂຮງງານແລະຍັງຈະສືບຕໍ່ປັບປຸງດັດສົມຕື່ມ”.

ນັ້ນເປັນແບບຢ່າງທີ່ດີໃນການຈັດຕັ້ງປະຕິບັດລະບຽບກົດໝາຍຫຼືນິຕິກຳຂອງພວກເຮົາເຊິ່ງຕໍ່ຈາກນີ້ ພວກເຮົາກໍຄວນນຳເອົາບົດຮຽນທີ່ຖອດຖອນໄດ້ຈາກການຕິດຕາມກວດກາການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍດັ່ງກ່າວສູ່ການຈັດຕັ້ງປະຕິບັດນິຕິກຳຂອງຂະແໜງການອື່ນໆ ເພື່ອຫັນເອົາລະບຽບກົດໝາຍໃຫ້ກາຍເປັນສາຍທາງທີ່ພວກເຮົາເດີນທາງໄປພ້ອມກັນ, ທຸກຄົນກໍຕ້ອງປະຕິບັດດັ່ງດຽວກັນຈຶ່ງຫັນໄປສູ່ ລັດແຫ່ງກົດໝາຍໄດ້.

ເອົາລະບຽບກົດໝາຍເປັນສາຍທາງເດີນ - 4 - ເອົາລະບຽບກົດໝາຍເປັນສາຍທາງເດີນ
ເອົາລະບຽບກົດໝາຍເປັນສາຍທາງເດີນ - 3 - ເອົາລະບຽບກົດໝາຍເປັນສາຍທາງເດີນ
ເອົາລະບຽບກົດໝາຍເປັນສາຍທາງເດີນ - 5 - ເອົາລະບຽບກົດໝາຍເປັນສາຍທາງເດີນ