ຮອນດ້າ HR-V ໃໝ່ລາຄາບໍ່ແພງ

- New Honda - ຮອນດ້າ HR-V ໃໝ່ລາຄາບໍ່ແພງ
- kitchen vibe - ຮອນດ້າ HR-V ໃໝ່ລາຄາບໍ່ແພງ

- New Honda - ຮອນດ້າ HR-V ໃໝ່ລາຄາບໍ່ແພງ          ບໍລິສັດ ນິວຈິບເຊັງ ຈຳກັດ, ໄດ້ຈັດພິທີນຳສະເໜີລົດ HR-V ໃໝ່ລ່າສຸດ, ຂຶ້ນໃນວັນທີ 26 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ, ເພື່ອໃຫ້ມວນຊົນຜູ້ທີ່ສົນໃຈໄດ້ເຂົ້າໄປສຳພັດກັບລົດດ້ວຍຕົນເອງ ແລະ ສາມາດຈັບຈອງໄດ້ ເພື່ອຮັບສ່ວນຫລຸດຕ່າງໆ.

ທ່ານ ສະເໜີ ຈຸນລະມະນີ ຮອງປະທານບໍລິສັດ ນິວຈິບເຊັງ ຈຳກັດ ກ່າວວ່າ: ລົດຮອນດ້າ ຮຸ່ນ HR-V ເປັນລົດຮຸ່ນໃໝ່ ທີ່ຖືກອອກແບບມາເໝາະກັບທຸກສະພາບບໍ່ວ່າຈະນໍາໃຊ້ແບບຄອບຄົວ ແລະ ດ້ວຍຕົວເອງໄດ້ຢ່າງສະດວກສະບາຍ, ຊຶ່ງລົດຮຸ່ນນີ້ ເປັນລົດອະເນກປະສົງທີ່ມີຄວາມສູງ ແລະ ຂັບຂີ່ນີ້ມນວນມີລະບົບຊ່ວງລ່າງແຂງແຮງ ເຮັດໃຫ້ການຊົງຕົວດີເລີດ. ລາຄາຂາຍຢູ່ທີ່ 255.163.000 ກີບ.

- Visit Laos Visit SALANA BOUTIQUE HOTEL - ຮອນດ້າ HR-V ໃໝ່ລາຄາບໍ່ແພງ

ຂະນະດຽວກັນ ລົດຮອນດາ Civic ກໍເປັນລົດຮຸ່ນໃໝ່ເຊັນກັນ, ທີ່ມາພ້ອມກັບຄວາມງົດງາມຫລູຫລາ, ລ້ຳໜ້າທັນສະໄໝໃນທຸກໆດ້ານ, ໂດຍຖືກອອກແບບໃຫ້ເປັນລົດຫລູຫລາ ແຂງແກ່ນ, ໄຟຕາທ້າຍເປັນ LED ຮູບໂຕ C, ໄຟໜ້າມາພ້ອມຊຸດໄຟທີ່ລ້ຳເລີດ, ສ່ວນ ກຸນແຈລົດ ແມ່ນນຳໃຊ້ລະບົບອັດສະລິຍະ, ສາມາດສະຕາດລົດໄດ້ ໂດຍບໍ່ຈຳເປັນຕ້ອງຂຶ້ນໄປນັ່ງຢູ່ລົດ, ພ້ອມນີ້ ຍັງສາມາດປ່ຽນເກຍ Paddle Shift ທີ່ພວງມະໄລໄດ້ເລີຍ, ລາຄາຂາຍຢູ່ທີ່ 305.359.000 ກີບ.

- 3 - ຮອນດ້າ HR-V ໃໝ່ລາຄາບໍ່ແພງ
- 5 - ຮອນດ້າ HR-V ໃໝ່ລາຄາບໍ່ແພງ
- 4 - ຮອນດ້າ HR-V ໃໝ່ລາຄາບໍ່ແພງ