ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າ

- Untitled 3 copy 5 - ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າ
- kitchen vibe - ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າ

- Untitled 3 copy 5 300x163 - ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າຈານລຸຍຈິ ບຸຟຟອນ ຜູ້ຮັກ ສາປະຕູຄົນເກັ່ງຂອງ ຢູເວນຕຸສ ອອກມາເຜີຍວ່າມີຄວາມເປັນໄປໄດ້ເຖິງ 99,99% ທີ່ລະດູການ ໜ້າຈະເປັນລະດູການສຸດທ້າຍໃນຊີວິດການເປັນນັກກິລາບານເຕະອາຊີບຂອງລາວ ຫຼັງເລີ່ມຕົ້ນອາ ຊີບກັບ ປາມາ ຕັ້ງແຕ່ປີ 1995 ກ່ອນຈະຍ້າຍມາຢູ່ກັບ ຢູເວນຕຸສ ໃນປີ 2001 ແລະ ລົງສະໜາມ ໄປແລ້ວລວມ 500 ນັດ.
ກ່ອນໜ້ານີ້ ບຸຟຟອນ ເຜີຍ ວ່າລາວກຽມປະກາດເລີກຫຼິ້ນ ໃຫ້ ທີມຊາດອິຕາລີ ຫຼັງຈົບບານ ໂລກປີໜ້າ ຫຼັງຈາກຮັບໃຊ້ ທີມ ຊາດອິຕາລີ ມາຕັ້ງແຕ່ປີ 1997 ແຕ່ຫຼ້າສຸດ ບຸຟຟອນ ອາດວ່າມີ ໂອກາດສູງທີ່ລາວຈະຕັດສິນໃຈ ເລີກຫຼິ້ນໄປເລີຍຫຼັງຈົບລະດູການໜ້າ ໂດຍກ່າວວ່າ: “ມີໂອກາດ 99,99% ທີ່ຂ້ອຍຈະເຊົາຫຼິ້ນຫຼັງ ຈົບລະດູການໜ້າ ຂ້ອຍຈະລົງຫຼິ້ນ ຢ່າງເຕັມທີ່ໃນລະດູາການສຸດ ທ້າຍ ເຊິ່ງຈະເປັນລະດູການທີ່ເຕັມ ໄປດ້ວຍໄລຍະເວລາສຳຄັນ ແລະ ຈາກນັ້ນມັນກໍເຖິງເວລາທີ່ຈະ ບອກວ່າຂ້ອຍຢຸດພຽງເທົ່ານີ້ ແຕ່ ຂ້ອຍ ກັບ ອັນເດຣຍ ອັນເຢລລີ ປະທານສະໂມສອນເຈະລະຈາ ກັນວ່າຫາກເຮົາໄດ້ແຊ໊ມ ຢູຟາ ແຊ໊ມ ປຽນລີກ ຂ້ອຍອາດຈະຫຼິ້ນ ຕໍ່ອີກປີເພື່ອຄວ້າແຊ໊ມເສິກຊີງ ແຊ໊ມສະໂມສອນໂລກ ແລະ ຂັນ ອື່ນໆຕໍ່ໄປ”.

- 5 - ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າ
- 4 - ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າ
- 3 - ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າ
- Visit Laos Visit SALANA BOUTIQUE HOTEL - ບຸຟຟອນ ອາດເຊົາຫຼິ້້ນຫຼັງຈົບລະດູການໜ້າ