ສະຫວັນນະເຂດ ຈັດງານຕະຫຼາດນັດແຮງງານປະຈຳປີ 2022

ໃນລະຫວ່າງວັນທີ 12-14 ຕຸລາ ນີ້ ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງສະຫວັນນະເຂດ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ສົມທົບກັບ ກະຊວງ ຮສສ ໄດ້ຈັດງານຕະຫຼາດນັດແແຮງງານ ລະຫວ່າງຜູ້ໃຊ້ແຮງງານພາຍໃນແຂວງ ແລະ ຜູ້ອອກແຮງງານ, ການຂຶ້ນທະບຽນຜູ້ຊອກວຽກເຮັດງານທຳທົ່ວໄປ ແລະ…

ເສດຖະກິດ ອິນເດຍ ຫລຸດລົງເຫລືອ 6,8%

ອ້າງ​ຕາມ​ແຫ​ລ່ງຂ່າວຊິນ​ຮວາ​ຂອງຈີນ, ເມື່ອບໍ່ດົນມານີ້, ກອງ​ທຶນ​ເງິນຕາ ສາ​ກົນ(IMF) ໄດ້ປັບ​ຫລຸດ​ຕົວ​ເລກ​ຄາດ​ຄະເນ​ການເຕີບ​ໂຕທາງ​ດ້ານເສດຖະກິດຂອງອິນ​ເດຍໃນ​ປີ 2022 ລວມມີ 6,8%​ ເປັນ​ຄັ້ງ​ທີ 2 ​ໃນ​ປີ​ນີ້,  ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ IMF ໄດ້​ຄາດ​ຄະເນຕົວ​​ເລກການ​ເຕີບ​ໂຕຂອງລວມຍອດຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ຂອງອິນ​ເດຍກວມເອົາ 7,4% ສຳລັບ​ ປີ​ສົກງົບປະມານ​ທີ່​ເລີ່​ມຕົ້ນ​ໃນ​ເດືອນ​ເມສາ ​ປີ 2022, ​ໂດຍການຄາດການດັ່ງກ່າວຫລຸດລົງຕໍ່າ​ກວ່າ​ຕົວ​ເລກທ່ີກຳນົດໄວ້​ໃນ​ເດືອນມັງກອນຜ່ານມາຢູ່​ທີ 8,2%. ​ ເສດຖະກິດອິນ​ເດຍຈະເລີນ​ເຕີບ​ໂຕ 8,7% ​ໃນ​ປີ​ງົບປະມານ 2021-2022 (​ເດືອນ​ເມສາ 2021-​ມີນາ2022), ໃນຂະນະທ່ີ IMF ກ່າວໃນບົດ​​ລາຍ​ງານແນວໂນ້ມເສດຖະກິດ​​ໂລກ ( World Economic Outlook) ທ່ີເຜີຍ​​ແພ່ວ່າທ່າ​ອຽງ​ການ​ເຕີບ​ໂຕ​ຂອງອິນ​ເດຍກວມເອົາ…

ປາກິດສະຖານ ຮຽກຮ້ອງສາກົນໃຫ້ຄວາມຊ່ວຍເຫລືອ ທາງດ້ານເຕັກນິກ

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 12 ຕຸລາ, ທ່ານ ອັນຊຣາ ຟາຊາລ ເປຊູໂຮ ລັດຖະມົນຕີ ກະຊວງ ສາທາລະນະສຸກ ແຄວ້ນສິນ ທາງພາກໃຕ້ ຂອງ ປາກິດສະຖານ ລະບຸວ່າ: ປາກິດສະຖານ ຮຽກຮ້ອງໃຫ້ປະຊາຄົມ…

ນູແວນເຊລັງ ສະເໜີເກັບຄ່າປ່ອຍມົນລະພິດ ໃນຂົງເຂດກະສິກຳ

ຕາມ​ແຫ​ລ່ງຂ່າວ ຊິນ​ຮວາ​ຂອງ ຈີນ, ທ່ານ ຈາ​ຊິນ​ດາ ອາຣ​ເດຣີນ ນາຍົກ ລັດຖະມົນຕີ ນູ​ແວນ​ເຊ​ລັງ ລະບຸ​ວ່າ: ລັດຖະບານ ນູແວນເຊລັງ ​ໄດ້​ເຜີຍ​ແພ່​ ຂໍ້​ສະ​ເໜີ ​ເພື່ອແນໃສ່ ຫລຸດ​ຜ່ອນ ການ​ປ່ອຍ​ ມົນ​ລະ​ພິດ​ ທາງ​ກະສິກຳ ​ເພື່ອ​ສົ່ງ​ເສີມ​ ຂໍ້ໄດ້ປຽບ ໃນການ​ແຂ່ງຂັນ​ ຢູ່​ຕະຫລາດ​ໂລກ ທີ່​ເປັນມິດ ​ຕໍ່​ສິ່ງ​ແວດ​ລ້ອມ. ຂໍ້​ສະ​ເໜີ​ ດັ່ງກ່າວ ຈະ​ຊຸກຍູ້ ນູ​ແວນ​ເຊ​ລັງ​  ໃຫ້ມຸ່ງໄປສູ່ ເຂົ້າ​ເປົ້າ​ໝາຍ ​ການຫລຸດຜ່ອນ​​ແກັສມີ​ເທ​ນ ພາຍ​ໃຕ້ ​ກົດໝາຍ ການປ່ອຍ ​ກາກ​ບ​ອນ ໃຫ້​ເປັນ​ສູນ​ ​ໃນ​ປີ 2030 (Zero  Carbon Act 2030) . ​ໃນຂະນະດຽວກັນ, ​ລັດຖະບານ ​ໄດ້​ລວບ​ລວມ ຄຳ​ແນະ​ນໍາ​ ຈຳນວນ​ ຫລວງຫລາຍ​ ຈາກ​ກຸ່ມ​ພາກ​ກະສິກຳ ​ເພື່ອນຳ​ມາ​ ກຳນົດ​ລາຄາ ການ​ປ່ອຍ​ ມົນ​ລະ​ພິດ​…

ທ່ານ ກິມຈອງອຸນ ດີໃຈທົດລອງລູກສອນໄຟ ຕິດຫົວຮົບນິວເຄຼຍໄດ້ສຳເລັດ ກ່າວ ພ້ອມຮັບມືສັດຕູຢ່າງເຕັມທີ່

ທ່ານ ກິມຈອງອຸນ ດີໃຈທີ່ປະສົບຜົນສຳເລັດໃນການທົດລອງລູກສອນໄຟໄລຍະໄກທີ່ສາມາດຕິດຫົວຮົບນິວເຄຼຍໄດ້, ປະກາດພ້ອມຕອບສະໜອງການຍົ່ວຍຸຈາກໄພຄຸກຄາມດ້ວຍປະຕິບັດການນິວເຄຼຍທາງຍຸດທະວິທີ. ສຳນັກຂ່າວກາງເກົາຫລີ (KCNA) ສື່ລັດຖະບານ ສປປ ເກົາຫລີ ເຜີຍແພ່ພາບທ່ານ ກິມຈອງອຸນ ຜູ້ນຳ ສປປ ເກົາຫລີ ເດີນທາງໄປຮ່ວມສັງເກດການຍິງລູກສອນໄຟທາງຍຸດທະສາດໄລຍະໄກ 2 ລູກດ້ວຍຕົນເອງ ຢູ່ຖານຍິງໃນເມືອງແຄຊອນ ແຂວງພາຍອງອັນໃຕ້ ໃນວັນທີ…

ອິນເດຍສັ່ງ “ບໍລິສັດຢາ” ທ້ອງຖິ່ນຢຸດຜະລິດ ຫລັງພົບເດັກເສຍຊີວິດໃນແກມເບຍ

ວັນທີ 12 ຕຸລາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ອານິລ ວິຈ ລັດຖະມົນຕີວ່າການກະຊວງສາທາລະນະສຸກລັດຫໍຢານາທາງຕອນເໜືອຂອງອິນເດຍ ເປີດເຜີຍວ່າ: Maiden Pharmaceuticals ບໍລິສັດການຢາສັນຊາດອິນເດຍ ເຊິ່ງຜະລິດຢາແກ້ໄອທີ່ມີຂໍ້ບົກພ່ອງຈົນເຮັດໃຫ້ເດັກໃນແກມເບຍເສຍຊີວິດ 60 ກວ່າຄົນ ຖືກສັ່ງໃຫ້ຢຸດການຜະລິດຢາທັງໝົດ ໂດຍມີຜົນບັງຄັບໃຊ້ທັນທີ. ທ່ານ ວິຈ…

ແອັສປາຍສຳເລັດ “ປ່ຽນຖ່າຍລຳໄສ້ຈາກຜູ້ບໍລິຈາກທີ່ເສຍຊີວິດ” ໃຫ້ເດັກນ້ອຍ

ຄະນະແພດຂອງໂຮງໝໍແຫ່ງໜຶ່ງໃນແອັສປາຍ ປະສົບຜົນສຳເລັດເປັນກໍລະນີທຳອິດຂອງໂລກ ໃນການປ່ຽນຖ່າຍລຳໄສ້ຈາກຜູ້ບໍລິຈາກທີ່ເສຍຊີວິດແລ້ວ ໃຫ້ເດັກນ້ອຍອາຍຸ 13 ເດືອນ. ວັນທີ 13 ຕຸລາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທີມບຸກຄະລາກອນການແພດ ຂອງໂຮງໝໍລາປາ ໃນນະຄອນຫລວງມາດຣິດ ເຜີຍແພ່ຖະແຫລງການໃນອາທິດນີ້ ຢືນຢັນວ່າ: “ເອັມມາ” ເດັກຍິງອາຍຸ 13 ເດືອນ…

WHO ເຕືອນເອີຣົບຜະເຊີນການແພ່ລະບາດຮອບໃໝ່ ຂອງໂຄວິດ-19

ອົງການອະນາໄມໂລກ (WHO) ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງເອີຣົບ (ECDC) ອອກຖະແຫລງການຮ່ວມ ລະບຸວ່າ: ການແພ່ລະບາດຮອບໃໝ່ຂອງໂຄວິດ-19 ອາດເລີ່ມຂຶ້ນຢູ່ເອີຣົບແລ້ວ ເນື່ອງຈາກຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນທົ່ວພາກພື້ນ. “ເຖິງວ່າພວກເຮົາບໍ່ໄດ້ຢູ່ໃນສະຖານະການດຽວກັບເມື່ອປີຜ່ານມາ, ແຕ່ແນ່ນອນວ່າການແພ່ລະບາດຂອງໂຄວິດ-19 ຍັງບໍ່ສິ້ນສຸດລົງ” ທ່ານ ຮັນ ຄລູ ຜູ້ອຳນວຍການປະຈຳພາກພື້ນເອີຣົບຂອງ WHO…

ກອງປະຊຸມ UN ມີມະຕິ 143 ສຽງ ຮ່ວມປະນາມຣັດເຊຍລວມ 4 ດິນແດນອູແກຣນ

ວັນທີ 12 ຕຸລາ 2022, ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ມີມະຕິ ຜູ້ແທນຈາກ 143 ປະເທດສະມາຊິກ ຮ່ວມສະໜັບສະໜູນການປະນາມຣັດເຊຍ ກໍລະນີລວມ 4 ດິນແດນອູແກຣນ ບໍ່ວ່າຈະເປັນ ໂດເນສ, ລູຮັນ, ຊາປໍຣິຊເຊຍ ແລະ ເຄີຊອນ…

ວິກິດການໜີ້ສິນ ພວມແພ່ລາມອອກໃນວົງກວ້າງຢູ່ບັນດາປະເທດພວມພັດທະນາ

ຕາມ​ຂ່າວ​ຈາກ VOVWORLD,​ ເມື່ອ​ບໍ່​ດົນ​ມາ​ນີ້, ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ກ່າວເຕືອນວ່າ: ວິກິດການໜີ້ສິນພວມແພ່ລາມອອກໃນວົງກວ້າງຢູ່ຫລາຍພື້ນຖານເສດຖະກິດພວມພັດທະນາ ແລະ ມີຄວາມສ່ຽງຮ້າຍແຮງກວ່າອີກ, ນາບຂູ່ເຖິງເລື່ອງເຮັດໃຫ້ການຟື້ນຟູເສດຖະກິດທົ່ວໂລກອ່ອນແອລົງ. UNDP ຄາດວ່າ 54 ປະເທດ, ກວມກວ່າ ½ ຈຳນວນປະຊາກອນທຸກຍາກທີ່ສຸດໃນໂລກຕ້ອງການໄດ້ລົບລ້າງໜີ້ໂດຍທັນທີເພື່ອຫລີກລ່ຽງການຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກ…