ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້
ທ່ານ ແກ້ວ ເຊືອຍສົມບັດ ຮອງຫົວໜ້າພະແນກສຶກສາ ແລະ ກິລາ ແຂວງຫລວງນ້ຳທາ ໃຫ້ຮູ້ໃນວັນທີ 30 ສິງຫາ 2021 ວ່າ: ແຂວງຫລວງນ້ຳທາບໍ່ສາມາດໄຂສົກຮຽນໃໝ່ 2021-2022 ໄດ້ຕາມກຳນົດເວລາວັນທີ 6 ກັນຍານີ້, ເນື່ອງຈາກວ່າທາງແຂວງຫລວງນ້ຳທາໄດ້ພົບຜູ້ຕິດເຊື້ອໃນຊຸມຊົນ ເຊິ່ງມີຄວາມສ່ຽງສູງໃນການລະບາດເຊື້ອໄປເປັນວົງກວ້າງ ໂດຍອີງຕາມຄວາມຫຍຸ້ງຍາກດັ່ງນີ້:…


