ເຊກອງສຸມໃສ່ແກ້ໄຂຄວາມທຸກຍາກ

      ວັນທີ 11 ທັນວານີ້, ກຳມະບານຮາກຖານພັດທະນາຊົນນະບົດ ແລະ ສະຫະກອນ ພະ​ແນ​ກກະສິກຳ-ປ່າ​ໄມ້​ແຂວງ​ເຊ​ກອງໄດ້ໄຂກອງປະຊຸມໃຫຍ່ຄັ້ງທຳ​ອິດ ຂອງຕົນຂຶ້ນ ທີ່​ເທສະບານ​ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫວາງ ຈັນທະວົງ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີຄະນະປະທານກຳມະບານຮາກຖານ​ແຂວງເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.       ​ໃນ​ກອງ​ປະຊຸມທ່ານ ປະທານກຳມະບານຮາກຖານພະ​ແນ​ກດັ່ງກ່າວ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນ ໄຫວວຽກງານຂອງ​ຕົນໃນໄລຍະ…

ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສຶກສາອົບຮົມ ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ

   ໃນວັນທີ 10 ທັນວານີ້, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ເຊີນອຳນາດການປົກຄອງບ້ານອຸດົມມີໄຊ ແລະ ບ້ານໄຊອຸດົມ ພ້ອມດ້ວຍພໍ່-ແມ່ຜູ້ປົກຄອງ ເຂົ້າຮ່ວມສຶກສາອົບຮົມ ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ (ເກມພະນັນອອນລາຍ) ຈຳນວນ 12 ຄົນ ທີ່ຖືກເຈົ້າໜ້າທີ່…

3 ປີ ປະຊາຊົນ 12 ບ້ານຢູ່ເມືອງທ່າແຕງໄດ້ມີຊີວິດການເປັນຢູ່ດີຂຶ້ນຈາກໂຄງການພັດທະນາກະສິກໍາຊຸມຊົນ

      ຈາກຜົນສຳເລັດໃນການປະຕິບັດກິດຈະກຳໄລຍະ II ຂອງໂຄງການພັດທະນາກະສິກຳຊຸມຊົນຢູ່ເມືອງທ່າແຕງ ແຂວງເຊກອງ ແຕ່ປີ 2017-2019 ໂດຍສົ່ງຜົນເຮັດໃຫ້ປະຊາຊົນ 12 ບ້ານເປົ້າໝາຍໄດ້ມີຊີວິດການເປັນຢູ່ດີຂຶ້ນ.      ທ່ານ ຈຳປາທອງ ຄຳມະນີວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າແຕງ ຕາງໜ້າຜູ້ປະສານງານໂຄງການຂັ້ນເມືອງ ກ່າວໃນໂອກາດເຂົ້າຮ່ວມພິທີປິດໂຄງການພັດທະນາກະສິກຳຊຸມຊົນໄລຍະ…

ເຈົ້າໜ້າທີ່ ໄຊຍະບູລີ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງບັນຊາການປກສເມືອງ ແລະ ແຂວງໄຊຍະບູລີ ເຊີນຜູ້ປົກຄອງຂອງນັກຂັບຂີ່ຈໍານວນໜຶ່ງເພື່ອມາຮັບຮູ້ການກ່າວເຕືອນສຶກສາອົບຮົມລູກຫລານຂອງເຂົາເຈົ້າຈາກເຈົ້າໜ້າທີ່, ຫລັງຈາກໄວລຸ້ນດັ່ງກ່າວມີພຶດຕິກໍາສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມດ້ວຍການດັດແປງສະພາບເຕັກນິກລົດແລະຂັບຂີ່ເປັນພຶງເປັນແພສ້າງສຽງດັງເນືອງນັນສັງຄົມແລະຖືກເຈົ້າໜ້າທີ່ກັກຕົວໄດ້ໃນເສັ້ນທາງຕ່າງໆໃນເທສະບານ,ເຊິ່ງຜິດລະບຽບກົດໝາຍບ້ານເມືອງແລະຖືກປັບໄໝຕາມດໍາລັດ 188/ນຍ, ໂດຍສະເພາະຂັບຂີ່ລົດເກີນກໍານົດ, ຂັບລົດແຂ່ງກັນໂດຍບໍ່ໄດ້ຮັບອະນຸຍາດ, ດັດແປງສະພາບເຕັກນິກລົດ, ເອກະສານບໍ່ຄົບຖ້ວນແລະລະເມີດລະບຽບຈະລາຈອນແມ່ນຈະຖືກປັບໄໝຕາມລະບຽບກົດໝາຍ. ໃນໂອກາດນີ້, ເຈົ້າໜ້າທີ່ໄດ້ເຕືອນໄວລຸ້ນທີ່ລະເມີດລະບຽບຄັ້ງນີ້, ໃຫ້ຢຸດເຊົາພຶດຕິກໍາທີ່ບໍ່ເໝາະສົມດັ່ງກ່າວແລະຕັ້ງໜ້າຝຶກຝົນຕົນເອງເປັນລູກທີ່ດີຂອງພໍ່ແມ່, ເປັນຄົນດີຂອງສັງຄົມແລະເອົາໃຈໃສ່ເຄົາລົບລະບຽບກົດໝາຍບ້ານເມືອງ, ພ້ອມທັງຮຽກຮ້ອງໃຫ້ຜູ້ປົກຄອງເອົາໃຈໃສ່ສຶກສາອົບຮົມລູກຫລານຂອງຕົນເລື້ອຍໆ ເພື່ອໃຫ້ເຂົາເຈົ້າເປັນຄົນດີແລະປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.

ທລຍ ດໍາເນີນ 284 ໂຄງການ ແກ້​ໄຂ​ຄວາມທຸກຍາກຢູ່ເຊກອງ

           ໃນໄລຍະຜ່ານມາກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການ​ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໂດຍສະເພາະປະຊາຊົນທີ່ຢູ່ເຂຊົນນະບົດຫ່າງໄກສອກຫຼີກ, ສໍາລັບແຂວງເຊກອງແມ່ນໄດ້ຈັດຕັ້ງປະຕິບັດ 284 ໂຄງການ​ໃນມູນຄ່າ 61 ຕື້ກວ່າກີບ ແລະທຶນຊຸມຊົນສົມທົບອີກຈໍານວນໜຶ່ງໃນນັ້ນໄດ້ສຸມໃສ່ຂະແໜງສຶກສາ, ສາທາລະນະສຸກ, ກະສິກໍາ, ໂຍທາທິການ ແລະຂົນສົ່ງ.           ໃນອາທິດຜ່ານມາ ຫ້ອງການປະສານງານ ທລຍ ປະຈໍາແຂວງເຊກອງໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍຈຸດສຸມພັດທະນາທີ່ເປັນບູລິມະສິດ,…

ຕໍາຫລວດສະຫວັນນະເຂດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງ 120 ພັນເມັດ

   ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ ຊື່ທ້າວ ອໍາພອນ (ຊຽງ) ອາຍຸ 24 ປີຢູ່ບ້ານໜອງແດງ, ເມືອງສອງຄອນແຂວງສະຫວັນນະເຂດ, ໃນຂະນະຜູ້ກ່ຽວລໍຖ້າສົ່ງຢາບ້າໃຫ້ຜູ້ສັ່ງຊື້ຢູ່ເຂດບ້ານໜອງນົກຂຽນ, ເມືອງສອງຄອນ, ພ້ອມຂອງກາງຢາບ້າ 120.000 ເມັດ, ລົດຈັກ…

ດ່ານພາສີສາກົນຂົວມິດຕະພາບ II ສູ້ຊົນເກັບລາຍຮັບໃຫ້ບັນລຸເປົ້າ

ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ດ່ານແຫ່ງນີ້ປະກອບມີ 4 ໜ່ວຍງານຄື: ໜ່ວຍງານຄຸ້ມຄອງການແຈ້ງ, ໜ່ວຍງານຄຸ້ມຄອງສາງ ແລະ ກວດກາສິນຄ້າ, ໜ່ວຍງານຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານວຽກງານພາສີ, ມີ 1 ດ່ານທ້ອງຖິ່ນ, 4…

ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ – ຈີນມອບເງິນຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃນງວດທີ 6

ຕອນເຊົ້າຂອງວັນທີ 4 ທັນວາ 2019 ຢູ່ທີ່ບ້ານ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ ໄດ້ຈັດພິທີເບິກຈ່າຍຄ່າຊົດເຊີຍສິ່ງກິດຂວາງໃຫ້ແກ່ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ແຕ່ງວດ 1 – ງວດ 6 ມີ 4…

ຕຳຫລວດໄຊຍະບູລີມອບລົດຈັກຄືນເຈົ້າຂອງເດີມ

ເມື່ອບໍ່ມານີ້, ເຈົ້າໜ້າທີ່ ປກສແຂວງໄຊຍະບູລີໄດ້ມອບລົດຈັກ 1 ຄັນຄືນໃຫ້ເຈົ້າຂອງເດີມ, ພາຍຫລັງເກັບກູ້ມາໄດ້ຖືກຄົນຮ້າຍລັກໄປແຕ່ກາງເດືອນກຸມພາ 2019 ຜ່ານມາ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງມີຄົນບໍ່ດີໄດ້ລັກລົດຈັກຍີ່ຫໍ້ຮອນດ້າເວັບ 110 ໄອສີດໍາແດງ, ໝາຍເລກທະບຽນ ຈຍ 3748 ໄຊຍະບູລີທີ່ຈອດໄວ້ປ່າເຂດຫ້ວຍຄາຍ, ບ້ານໂພນແກ້ວເມືອງແລະແຂວງໄຊຍະບູລີ, ຈຶ່ງໄດ້ຕິດຕາມກວດກາແລະຮູ້ວ່າຄົນຮ້າຍຊື່ທ້າວ ທອງ ຢ່າງ…

ຕຳຫລວດ​ສິ່ງ​ແວດ​ລ້ອມ​ແຂວງ​ຄຳ​ມ່ວນ​ທຳລາຍ​ໄກ່ 200 ກວ່າ​ໂຕ ທີ່​ລັກລອບ​ນຳ​ເຂົ້າບໍ່​ຖືກຕ້ອງ

ເຈົ້າໜ້າທີ່ ຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ນຳໄກ່ເກືອບ 200 ໂຕ ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຈາກປະເທດ​ໃກ້​ຄຽງມາຝັງຖິ້ມ​ເພື່ອ​ບໍ່​ໃຫ້​ພວກ​ມັນ​ຖືກ​ນຳ​ໄປ​ຂາຍໃນຕະຫລາດຕ່າງໆ ໃນເທບານເມືອງທ່າແຂກ ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງ ໄດ້ຮັບລາຍງານຈາກປະຊາຊົນວ່າ ມີຄົນລັກລອບນຳເຂົ້າ ແລະ ເຄື່ອນຍ້າຍສັດປິກ (ໄກ່) ຈາກປະເທດໄທ ເຂົ້າມາ ສປປ…

error: Alert: ເນື້ອຫາຂ່າວມີລິຂະສິດ !!