ໄຟໄໝ້ຢູ່ນະຄອນປາກເຊ ຍ້ອນໄຟຟ້າລັດວົງຈອນ ມູນຄ່າເສຍຫາຍ ເກືອບ 12 ຕື້ກວ່າກີບ

ທ່ານ ພັນໂທ​ ວິຊຽນ​ ພົມມະຈັນ​ ຫົວໜ້າ​ພະແນກ​ຕໍາ​ຫຼວດ​ສະກັດກັ້ນ​ ແລະ​ ຕ້ານອັກຄີໄພ ປກສ ແຂວງຈຳປາສັກ ລາຍງາຍວ່າ: ໃນຄໍ່າຄືນວັນທີ 05/07​/2025​ ທີ່ຜ່ານມາ ເກີດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານໂພນສະຫວັນ ນະຄອນປາກເຊ. ຜ່ານການສືບສວນ​ – ສອບສວນ ຜ່ານການເກັບກຳຂໍ້ມູນ…

ຈັບຕົວໄດ້ແລ້ວ ຜູ້ກໍ່ເຫດຄາຕະກຳ ຊີງຊັບແມ່ຕູ້ອາຍຸ 87 ປີ ຢູ່ບ້ານ ສີມຸງຄຸນ ເມືອງປາກຊັນ

ວັນທີ 5 ກໍລະກົດ 2025 ທ່ານ ພັທ ບຸນທະວີ ພົມມະໄຊ ຫົວໜ້າ ພະແນກສືບສວນ-ສອບສວນ, ຫ້ອງຕຳຫລວດ ປກສ ແຂວງ ບໍລິຄຳໄຊ ໄດ້ຖະແຫລງຂ່າວກ່ຽວກັບຄະດີຄາຕະກຳສະເທືອນຂັວນ ທີ່ເກີດຂຶ້ນຢູ່ບ້ານ ສີມຸງຄຸນ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ…

ກຳລັງທະຫານ 92 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສິດສອນຊັ້ນປະຖົມສຶກສາຢູ່ເຂດຫ່າງໄກສອກຫລີກ

ພິທີ ປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫລີກ ຊຸດທີ II ຢູ່ທີ່ ວິທະຍາໄລຄູຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ…

ທຳລາຍຊິງຊັ່ງອານາລັອກ 87 ໜ່ວຍ ທີ່ອາຍັດໄດ້ ຢູ່ເທສະບານແຂວງ ອຸດົມໄຊ

ວັນທີ4 ກໍລະກົດ 2025 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ທຳລາຍຊິງຊັ່ງ ແບບ ອານາລັອກທີ່ໃຊ້ຊັ່ງສິນຄ້າຂາຍໃຫ້ລູກຄ້າຢູ່ເທດສະບານແຂວງ ຈຳນວນ87ໜ່ວຍ. ຊິງຊັ່ງຈຳນວນນີ້ຮີບໂຮມອາຍັດໄດ້ຈາກການລົງເຄື່ອນໄຫວຂອງ ຂະແໜງຊັບສິນທາງປັນຍາ,ມາດຕະຖານແລະວັດແທກ ແຕ່ທ້າຍປີ 2024 ຮອດທ້າຍເດືອນ ມິຖຸນາ 2025 ສາມາດ ຍຶດອາຍັດໄດ້ຈາກຜູ້ປະກອບການຂາຍສິນຄ້າປະເພດລະບຽງອາຫານຢູ່ພາຍໃນເທດສະການແຂວງ…

ສະພາປະຊາຊົນ ນະຄອນຫລວງ ຈະເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ລະຫວ່າງ ວັນທີ 7 – 11 ກໍລະກົດ 2025

ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງ ໃນລະຫວ່າງ ວັນທີ 7 – 11 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ…

ຫຼັກການ 5 ປ. ຄືສິ່ງຈຳເປັນການກຳຈັດແຫຼ່ງແພ່ພັນຂອງຍຸງລາຍ ຕົວການນຳເຊື້ອພະຍາດ

ໂດຍ: ຜາຕຸງ ເຮົາເຄີຍໄດ້ຍິນ ແລະ ໄດ້ຟັງຈົນເກືອບລຶ້ງຫູແລ້ວ ກັບຄຳເວົ້ທີ່ວ່າ: “ຍຸງລາຍ ຮ້າຍກວ່າເສືອ ແຕ່ລະປີ ບໍ່ມີຄົນຕາຍຍ້ອນຖືກເສືອກັດ ແຕ່ຍຸງລາຍພັດກັດຄົນໃຫ້ຕາຍປີລະຫຼາຍຄົນ”  ເຊິ່ງປັດຈຸບັນ ຍັງບໍ່ທັນມີວັກຊີນຊະນິດໃດທີ່ຈະມາປິ່ນປົວໃຫ້ຫາຍຂາດຈາກພະຍາດນີ້ໄດ້ເທື່ອ ສ່ວນຫຼາຍແລ້ວກາານປິ່ນປົວຂອງແພດໝໍກໍຈະປິ່ນປົວໄປຕາມອາການເທົ່ານັ້ນ, ພະຍາດໄຂ້ຍຸງລາຍຈະລະບາດຫຼາຍໃນລະດູຝົນເຊິ່ງເປັນໄລຍະທີ່ມີນ້ຳຫົ້ງນ້ຳຄ້າງຕາມສິ່ງເສດເຫຼືອຕ່າງໆ ເຊັ່ນ ກະໂປະ ກະປ໋ອງ ຢາງຕີນລົດເກົ່າທີ່ບໍ່ໃຊ້ແລ້ວ ຖິ້ມປະຢູ່ຕາມກາງບ້ານຮ້ານຫຍ້າ…

ເຈົ້າໜ້າທີ່ ຊີ້ແຈງເຫດການຍົກຍ້າຍ ແລະ ຂົນເຄື່ອງອອກຈາກຮ້ານ ຂອງປະຊາຊົນ ຢູ່ບ້ານຈັນສະຫວ່າງ ເມືອງ ສີໂຄດຕະບອງ

ວັນທີ 4 ກໍລະກົດ 2025 ທ່ານ ລັດສະໝີ ເພັດລາວັນ ຫົວໜ້າກອງປະຕິບັດ ຄຳຕັດສິນຂອງສານ ປະຈຳ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງ ກ່ຽວກັບການລົງປະຕິບັດຄຳພິພາກສາຂອງສານ ຄັ້ງວັນທີ 2 ກໍລະກົດ 2025 ທີ່ບ້ານ ຈັນສະຫວ່າງ ເມືອງ…

ຍີ່ປຸ່ນປະດັບຫລຽນກຽດຕິຄຸນ ອາທິດອຸໄທ ຊັ້ນ 1 ໃຫ້ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ວັນທີ 3 ກໍລະກົດ 2025 ນີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ປະດັບຫລຽນກຽດຕິຄຸນ ອາທິດອຸໄທ ຊັ້ນ1 ທີ່ປະທານໂດຍ ສົມເດັດ ພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ໃຫ້ແກ່ ທ່ານ…

ຊີ້ແຈງ ການເກັບເງິນຄ່າຜ່ານປະຕູເຂົ້າສະຖານີລົດໄຟລາວ-ຈີນ ເພື່ອຄວາມເປັນລະບຽບຮຽບຮ້ອຍ

ທ່ານ ອານົງເດດ ເພັດໄກສອນ ຮອງອໍານວຍການບໍລິສັດທາງລົດໄຟລາວ-ຈີນ ໄດ້ຊີ້ແຈງ ກ່ຽວກັບການເກັບຄ່າຜ່ານເຂົ້າຈອດລົດຢູ່ສະຖານີລົດໄຟ ຜ່ານໜັງສືພິມປະຊາຊົນ ວັນທີ 2 ກໍລະກົດ 2025 ນີ້ວ່າ: ສະຖານີລົດໄຟລາວ-ຈີນ ມີທັງໝົດ 10 ສະຖານີ  ແຕ່ນະຄອນຫຼວງວຽງຈັນຫາບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫຍ່ກວ່າໝູ່ແມ່ນສະຖານີນະຄອນຫຼວງວຽງຈັນ ຊຶ່ງມີຜູ້ໂດຍສານມາໃຊ້ບໍລິການຫຼາຍ…

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ສືບຕໍ່ເອົາໃຈໃສ່ຫລາຍບັນຫາສໍາຄັນ

ວັນທີ 2 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ອົງການປົກຄອງ ແຂວງ ອັດຕະປືວ່າ: ໃນຕໍ່ໜ້າ ຕ້ອງສືບຕໍ່ເອົາໃຈໃສ່ການແກ້ໄຂບັນຫາຄົງຄ້າງ ເປັນຕົ້ນແມ່ນ: ທີ່ມາ: ກົມປະຊາສໍາພັນ ຫສນຍ

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!