ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ

ອຸປະຕິເຫດເທິງທ້ອງຖະໜົນ ທີ່ມີໃຫ້ເຫັນສ່ວນຫລາຍ ແມ່ນຜູ້ຈັບຂີ່ບໍ່ປະຕິບັດກົດລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ພາໃຫ້ເສຍຊັບ ຫລື ບາງທີເຖິງຂັ້ນຊີວິດອິນຊີ ຍັງມີໃຫ້ເຫັນເປັນປະຈຳ ແມ່ນແຕ່ປະເທດທີ່ຈະເລີນທາງວັດຖຸ ແລະ ເຕັກໂນໂລຊີ ກໍໜີບໍ່ມົ້ມກົ້ມບໍ່ຫວິດບັນຫາຫຍຸ້ງເຫຍີງທີ່ກ່ຽວ ຂ້ອງກັບການຈະລາຈອນໂດຍເຫັນແຈ້ງສະຖິຕິການເສຍຊີວິດຍ້ອນອຸປະຕິເຫດທາງຖະໜົນທຽບໃສ່ການເສຍຊີວິດຍ້ອນພະຍາດຮ້າຍລຳດັບຕົ້ນໆຫລາຍກວ່າ. ສະພາບການຈະລາຈອນຢູ່ເສັ້ນໃນນະຄອນຫລວງວຽງຈັນ ຍ່ານຊານເມືອງທີ່ພວມພັດທະນາຄຶກຄັກ ຄຶກຄະນອງ ຂາດລະບຽບການ ແບບຂີ້ຄ້ານມັກງ່າຍ ເຖິງວ່າເຈົ້າໜ້າທີ່ຕໍາຫລວດຈະລາຈອນເຂດກ່ຽວຂ້ອງ ໄດ້ເອົາໃຈໃສ່ກວດກາເປັນປະຈໍາ,…

ກິດຈະກຳຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນຄົບ ຮອບ 139 ປີ

ວັນທີ 1 ພຶດສະພາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ເລັດ ໄຊຍະພອນ ປະທານສູນກາງສະ ຫະພັນກຳມະບານລາວ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາ ກົນຕ່າງໆ ປະຈຳລາວ,…

ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ເນື່ອງ​ໃນ​ໂອ​ກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບຄົບ​ຮອບ 50 ປີ (30/4/1975-30/4/2025), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະທານປະເທດ,ສະພາແຫ່ງຊາດ,ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໂດຍມີເນື້ອໃນດັ່ງນີ້:…

ຄົບຮອບ 50 ປີ​ ໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ ອັນເປັນບາດກ້າວແຫ່ງໄຊຊະນະປົດປ່ອຍ 3 ຊາດອິນດູຈີນ

ວັນທີ 30 ເມສາ ແມ່ນວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຫວຽດນາມເປັນໜຶ່ງດຽວ ເຊິ່ງມາຮອດປີນີ້ ຄົບຮອບ 50 ປີພໍດີ ​(30/4/1975-30/4/2025). ເມື່ອຫວນຄືນປະຫວັດສາດນັບແຕ່ທ້າຍສັດຕະວັດທີ XIX ຫາ ຕົ້ນສະຕະວັດທີ XX ທີ່ລັດທິລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດເອົາ 3…

ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້

ໂດຍ: ທິດກໍ່າ ໜຶ່ງໃນຜົນງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ກໍຄືໝາກຜົນການຮຽນການສອນຂອງຄູ-ອາຈານ ແລະ ນັກຮຽນໃນສົກສຶກສາ 2024-2025 ກໍແມ່ນຜົນສໍາເລັດບັ້ນສອບເສັງນັກຮຽນເກັ່ງລະດັບຊາດ ເຊິ່ງໄດ້ດໍາເນີນມາແຕ່ວັນທີ 8 ຈົນມາຮອດວັນທີ 10 ເມສາ 2025 ຈຶ່ງສາມາດສະຫລຸບຜົນການສອບເສັງຢ່າງເປັນທາງການ. ໃນການເປີດບັ້ນແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດຄັ້ງນີ້ ມີນັກສອບເສັງເຂົ້າຮ່ວມທັງໝົດ 288 ຄົນ ຍິງ…

ສະຫລຸບ 7 ສະຫລອງປີໃໝ່ລາວ ທົ່ວປະເທດມີອຸປະຕິເຫດ 313 ຄັ້ງ ເສຍຊີວິດ 26 ຄົນ

ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຕໍ່ສື່ມວນຊົນ ປກສ ລາຍງານວ່າ: ໄລຍະການສະເຫຼີມສະຫຼອງປີໃໝ່ລາວ 2568 ຂອງກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ໄລຍະ 7 ວັນອັນຕະລາຍ ລະຫວ່າງວັນທີ 11-17 ເມສາ 2025…

ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ

ໂດຍ: ຄຳພຸດ ການປະພຶດໂດຍການມີສະຕິ ບໍ່ຕ່າງຫຍັງກັບການເອົາຕົວລອດຈາກອຸປະຕິເຫດຕ່າງໆ ເຊິ່ງຜູ້ປົກຄອງທັງ ຫລາຍຕ່າງກໍເຕືອນໃຫ້ຕັ້ງສະຕິ ໂດຍສະເພາະການມ່ວນຊື່ນທີ່ຕ້ອງລະວັງບໍ່ໃຫ້ເກີດໄພ ການບອກແບບນີ້ງ່າຍ, ແຕ່ການຕັດສິນໃຈ ທີ່ຊະນະໃຈຕົນເອງບາງທີມັນກໍຍາກ ດັ່ງເວລາດື່ມນໍ້າມຶນເມົາແລ້ວເກີດການປະໝາດໝາຍຄວາມວ່າ ເຫລົ້າເຂົ້າປາກຄວາມຍາກບໍ່ມີ ສິ່ງທີ່ເວລາດຳລົງຊີວິດປົກກະຕິບໍ່ເຄີຍເຮັດກໍໄດ້ເຮັດ. ຄວາມຈິງນັ້ນ, ບຸນບ້ານເຮົາ ບໍ່ສາມາດແຍກຂາດຈາກນໍ້າມຶນເມົາ ເຊິ່ງເມື່ອເວົ້າເລື່ອງສະຕິ ບາງຄົນ ຈະຄວບຄຸມໃຫ້ເກີດຄວາມພໍດີພໍງາມກໍບໍ່ງ່າຍ. ກະຕິກາ,…

ບຸນປີໃໝ່ລາວ ມື້ສຸດທ້າຍທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 44 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ

ກົມຕຳຫລວດຈະລາຈອນ ລາຍງານວ່າ: ວັນທີ 16 ເມສາ 2025 ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 44 ຄັ້ງ, ພາຫະນະເປ່ເພ 75 ຄັນ, ມີຜູ້ໄດ້ຮັບບາດເຈັບ 89 ຄົນ, ໃນນັ້ນ, ເຈັບສາຫັດ 11 ຄົນ,…

ປີເກົ່າຜ່ານໄປ ປີໃໝ່ມາເຖິງ ທົບທວນຄືນອະດີດ ເພື່ອເບິ່ງອະນາຄົດທີ່ດີ

ໂດຍ: ທິດດີ ປີໃໝ່ລາວໄດ້ບບັນຈົບຄົບວາລະອີກຮອບໜຶ່ງ ການສະເຫລີມສະຫລອງ ໄດ້ຜ່ານໄປດ້ວຍດີ ບັນຍາກາດແຕ່ເໜືອຕະຫລອດໃຕ້ ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ຫລາຍຄົນໄດ້ເຮັດກິດຈະກຳກັບຄອບຄົວ, ໄດ້ສົມມາພໍ່ແມ່ ຂໍອະໂຫສິກຳໃນໜຶ່ງປີຜ່ານມາ ແລະ ໄດ້ເຮັດບຸນຮັກສາສິນ ຕາມກຳລັງສັດທາຂອງຕົນເອງ ນັບວ່າເປັນເລື່ອງທີ່ດີງາມ. ຢ່າງໃດກໍຕາມ ປີໃໝ່ ບໍ່ໄດ້ມີແຕ່ປີດຽວ ອີກບໍ່ດົນ…

ສະຫລອງປີໃໝ່ບົນຈິດໃຈປະຢັດ, ສະຫງົບປອດໄພ ໄດ້ຮີດຄອງປະເພນີ

ໂດຍ: ທິດກໍ່າ ບຸນປີໃໝ່ລາວປີນີ້ ພໍດີກົງກັບວັນທີ 14, 15 ແລະ 16 ເມສາ 2025 ໂດຍນັບແຕ່ມື້ວັນຈັນຫາວັນພຸດເປັນມື້ແຮມ 2 ຄໍ່າ 3 ຄໍ່າ ແລະ 4 ຄໍ່າເດືອນ 5 ລາວ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!