ດ່ານກວດກາຈັບຄວາມໄວ ບໍ່ແມ່ນມີໄວ້ໃຫ້ລະເມີດ ແລະ ສວຍໂອກາດ
ໂດຍ: ຜາຕຸງ ກ່ອນອື່ນຜູ້ຂຽນຕ້ອງຂໍອະໄພນຳແທ້ໆຫາກວ່າເລື່ອງທີ່ ຢິບຍົກມາເວົ້ານີ້ອາດໄປແຕະຕ້ອງເຖິງພາກສ່ວນໃດພາກສ່ວນໜຶ່ງ ຫຼື ອາດຫຼາຍພາກສ່ວນກໍ່ເປັນໄດ້, ເລື່ອງທີ່ເວົ້ານີ້ບໍ່ແມ່ນເປັນການທັບຖົມໂຈມຕີຜູ້ໃດ, ອົງກອນໃດ ຫຼື ພາກສ່ວນໃດໆທັງສິ້ນ ພຽງແຕ່ເປັນການຢິບຍົກມາເພື່ອແລກປ່ຽນນຳຜູ້ຮູ້ທັງຫຼາຍເພື່ອຄວາມແນ່ໃຈວ່າເໝາະສົມຫຼືບໍ? ເພື່ອເປັນບົດຮຽນໃຫ້ພາກສ່ວນອື່ນ ແຂວງອື່ນເຮັດນຳປະຕິບັດນຳ ເພື່ອນຳລາຍຮັບເຂົ້າພັດທະນາຂະແໜງການຂອງຕົນ ທ້ອງຖິ່ນຕົນ,ຖ້າຫາກບໍ່ເໝາະສົມກໍເພື່ອປັບປຸງປົວແປງແກ້ໄຂບໍ່ໃຫ້ເກີດຂຶ້ນ. ຜ່ານມາກໍ ເຫັັນແຕ່ຂ່າວທີ່ເຂົາໂພສອອກທາງສື່ສັງຄົມອອນລາຍ (ທາງເຟສບຸກ) ເລື້ອຍໆກ່ຽວກັບການຕັ້ງດ່ານກວດກາລົດລາງພາຫານະທີ່ແລ່ນຕາມຖະໜົນຫົນທາງ ຂອງເຈົ້າໜ້າທີ່…