ປິດຂົວຂ້າມນໍ້າຄານເກົ່າ ຊົ່ວຄາວ ເພື່ອສ້ອມແປງ 20 ວັນ ເລີ່ມ 22/4-1/5/2023

ວັນທີ 21 ເມສາ 2023 ນີ້ ເຈົ້ານະຄອນຫຼວງພະບາງ ແຈ້ງການໃຫ້ຊາບວ່າ: ປັດຈຸບັນ ຂົວນໍ້າຄານເກົ່າ (ຂົວເບເລ) ບ້ານໝື່ນນາ – ບ້ານເມືອງງາ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດຊ່ອງການສັນຈອນເທິງໜ້າຂົວຊົ່ວຄາວ ໃນລະຫວ່າງວັນທີ 22 ເມສາ- 10…

ມີຫລາຍປັດໄຈ ທີ່ຕ້ອງເອົາໃຈໃສ່ ເພື່ອໃຫ້ຜູ້ຂັບຂີ່ໄດ້ຮັບຄວາມປອດໄພເທິງທ້ອງຖະໜົນ

ໂດຍ: ມຶກບໍ່ແຫ້ງ ການເກີດອຸບັດເຫດເທິງທ້ອງຖະໜົນຂອງລາວຍັງມີອັດຕາສູງ ແລະເປັນສາເຫດທີ່ສຳຄັນຂອງການເສຍຊີວິດ ແລະເສຍອົງຄະຂອງຄົນຈຳນວນບໍ່ໜ້ອຍໃນແຕ່ລະປີ ເພາະສະນັ້ນ ຈະສາມາດເພີ່ມລະດັບຄວາມປອດໄພຂຶ້ນໄດ້ແນວໃດ? ການເສຍຊີວິດຂອງຜູ້ຂັບຂີ່ລົດຈັກທີ່ຈອດຖ້າໄຟແດງທີ່ນະຄອນຫຼວງວຽງຈັນເມື່ອບໍ່ດົນຜ່ານມານີ້ ເປັນໜ້າເສົ້າໃຈທີ່ສຸດ ເພາະຜ່ານມາສ່ວນຫຼາຍພວກເຮົາໄດ້ຍິນແຕ່ວ່າ ການລ່ວງໄຟແດງແມ່ນມີຄວາມສ່ຽງຕໍ່ອຸບັດເຫດ ແລະເກີດຂຶ້ນແລ້ວຫຼາຍກໍລະນີ ແຕ່ດຽວນີ້ ການຈອດຖ້າໄຟແດງກໍຕ້ອງໄດ້ລະມັດລະວັງມີສະຕິ ຄືກັນ ເພາະບໍ່ຮູ້ວ່າ ລົດບັນທຸກ ຫຼື ລົດຂະໜາດໃຫຍ່ຈະມາຊົນດ້ານຫຼັງໄດ້ເມື່ອໃດ ໂດຍສະເພາະຜູ້ຂັບຂີ່ລົດຈັກ….

ເສັ້ນທາງຂາດລາຍ ເລີຍເບິ່ງກົດຈະລາຈອນ ແລະ ເກີດອຸບັດເຫດ

ເວົ້າເລື່ອງ “ລາຍຂອງເສັ້ນທາງ”  ເປັນໜຶ່ງອົງປະກອບທີ່ດີຂອງເສັ້ນທາງ ທີ່ພວກເຮົາຄວນເວົ້າ ແລະ ເຄີຍເວົ້າກັນມາແລ້ວ. ເປັນຫຍັງຈຶ່ງເວົ້າຮອດລາຍເສັ້ນທາງ? ຫຼາຍຄົນອາດອອກປາກວ່າ ໂອຍຢ່າເວົ້າຮອດລາຍເລີຍ ທາງຫຼາຍເສັ້ນ ເປັນບວກເປັນຂຸມກໍຍັງບໍ່ແປງ, ບາງບ່ອນກໍຍັງເປັນດິນແດງແດບແດ້ຢູ່! ແຕ່ກໍມີຫຼາຍເຫດຜົນສຳຄັນແທ້ໆ ທີ່ລາຍເສັ້ນທາງເປັນເລື່ອງທີ່ໜ້າສົນໃຈ, ລາຍເສັ້ນທາງ ໃນນີ້ຜູ້ຂຽນໝາຍເຖິງ ເສັ້ນໝາຍຂອບເຂດຂອງຊ່ອງທາງ, ມາງມ້າລາຍ, ລູກສອນຊີ້ບອກທິດທາງຕ່າງໆຕາມເສັ້ນທາງ. ບັນດາເສັ້ນທີ່ຂີດລຽງລາຍເຫຼົ່ານັ້ນມັນສຳຄັນແທ້ໆທີ່ຈະຊ່ວຍໃຫ້ຜູ້ຂັບຂີ່ສາມາດກຳນົດທິດທາງໃນການສັນຈອນ…

ນະຄອນຫລວງວຽງຈັນ ຂຶ້ນແຜນງົບປະມານ 190 ຕື້ກວ່າກີບ ເພື່ອແກ້ໄຂບບັນຫາເສັ້ນທາງ ແລະ ນໍ້າຖ້ວມຂັງ

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ສຳພາດເນື່ອງໃນເວລະກອງປະຊຸມສະໄມສາມັນເທື່ອທີ 4 ຂອງສະພານະຄອນຫລວງວຽງຈັນສະໄໝທີ II ໃນວັນທີ 13 ມັງກອນ 2022 ຜ່ານມານີ້ວ່າ:  ກ່ຽວກັບກົນໄກໃນການສ້າງຖະໜົນຫົນທາງພາຍໃນນະຄອນຫລວງວຽງຈັນ ເພື່ອຮອງຮັບການຈັດກອງປະຊຸມສຸດຍອດອາຊຽນໃນປີ 2024 ປັດຈຸບັນໄດ້ວາງແຜນເກັບກຳຂໍ້ມູນບັນດາເສັ້ນທາງທີ່ນອນຢູ່ໃນເປົ້າໝາຍ…

ານລ້ຽງສັດ ຫລື ປ່ອຍສັດລ້ຽງຢູ່ຕາມທາງຫລວງ ເຊິ່ງຈະພາໃຫ້ມີຄວາມສ່ຽງຕໍ່ການເກີດອຸບັດເຫດ ເຈົ້າຂອງ ຫລື ຜູ້ດູແລສັດ ຈະຖືກປັບໃໝ 30.000 ກີບ

ໃນດໍາລັດ ເລກທີ 568/ລບ, ລົງວັນທີ 16/9/2021 ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດ ໝາຍ ແລະ ລະບຽບການຈະລາຈອນທາງບົກມາດຕາ 44 ລະບຸວ່າ: ໃນກໍລະນີມີການລ້ຽງສັດ ຫລື ປ່ອຍສັດລ້ຽງຢູ່ຕາມທາງຫລວງ ເຊິ່ງຈະພາໃຫ້ມີຄວາມສ່ຽງຕໍ່ການເກີດອຸບັດເຫດ ເຈົ້າຂອງ ຫລື…

ຈະລາຈອນ ອອກ 10 ຂໍ້ຫ້າມສຳລັບຜູ້ຂັບຂີ່ພາຫານະໃນໄລຍະປີໃໝ່ສາກົນ2023

ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນກະຊວງປ້ອງກັນຄວາມສະຫງົບໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນໃນວັນທີ 26 ທັນວາ 2022 ນີ້ ວ່າ: ເພື່ອຮັບປະກັນໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ສາກົນ 2023 ມີຄວາມສະຫງົບ, ຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພໃນການສັນຈອນ ໄປ –…

ຄວາມຈິງ! ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກໃໝ່ ເປ່ເພມາດົນແລ້ວ

ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກເກົ່າ ມີສະພາບເປ່ເພຫລາຍສົມຄວນ ສ້າງຄວາມລຳບາກແກ່ຜູ້ສັນຈອນໄປມາ ທັງຜູ້ໃຊ້ລົດ ແລະ ຜູ້ຍ່າງ ເນື່ອງຈາກສະພາບທາງເປັນບວກຂຸມ ຜູ້ໃຊ້ລົດບໍ່ຢາກລົງຂຸມຈຶ່ງໃຊ້ວິທີຫລີກແລ້ວກໍໄປສວານກັບຄົນຍ່າງ ເຮັດໃຫ້ຜູ້ຍ່າງກັບຜູ້ຂີ່ລົດ ບໍ່ເຂົ້າແລວກັນ ສ້າງຄວາມໜັກໃຈບໍ່ໜ້ອຍ ທັງສ່ຽງຕໍ່ການເກີດອຸບັດເຫດ. ຕະຫລອດໄລຍະຜ່ານມາ ປະຊາຊົນໄດ້ສ່ອງແສງມາຍັງໜັງສືພິມລາວພັດທະນາ ເພື່ອຫວັງວ່າຈະໄດ້ຮັບການແກ້ໄຂ ຫລື ສ້ອມແປງໃຫ້ເປັນແລນມາກທີ່ທຽວໄປມາສະດວກສະບາຍ ທັງເປັນໃບໜ້າໃບຕາຂອງປະເທດຊາດ ເນື່ອງຈາກດັ່ງກ່າວ…

ລໍຖ້າການສ້ອມແປງ ! ເສັ້ນທາງດົງປ່າແຫລບ-ສົ້ນຂົວດອນແດງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ

ຕະຫລອດໄລຍະຫລາຍເດືອນຜ່ານມາ ປະຊາຊົນໄດ້ສ່ອງແສງ ຜ່ານໜັງສືພິມລາວພັດທະນາວ່າ: ເສັ້ນທາງດົງປ່າແຫລບ-ສົ້ນຂົວດອນແດງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີສະພາບເປ່ເພໜັກ, ເຕັມໄປດ້ວຍຂຸມ ນ້ອຍ-ໃຫຍ່, ເລິກ-ຕື້ນ  ຢັງຢາຍຢູ່ຫລາຍຈຸດ ສ້າງຄວາມຫຍຸ້ງຍາກແກ່ຜູ້ສັນຈອນໄປມາ, ທັງສ່ຽງຕໍ່ອຸບັດເຫດ ແລະ ມີຂີ້ຝຸ່ນໃຫງ່ຟຸ້ງກະຈາຍ ອັນສ້າງຄວາມລຳບາກແກ່ການດຳລົງຊີວິດ. ວັນທີ 24 ຕຸລາ 2022…

ຊາຍໜຸ່ມນັກຂີ່ລົດຖີບອອກມາເຕືອນເຖິງສາຍປາຕີ້ ຫາກເມົາແລ້ວໃຫ້ນອນຢ່າພາກັນຂັບລົດ ສ້າງຄວາມເດືອດຮ້ອນຄົນອື່ນ

ວັນທີ 6 ຕຸລາ 2022 ນີ້ ຜູ້ໃຊ້ເຟສບຸກທ່ານໜຶ່ງ Kheiw Chanthvong ອອກມາໂພສເຕືອນບັນຫາສາຍປາຕີ້ທັງຫລາຍ ທີ່ມັກຂັບຂີ່ລົກເວລາເມົາວ່າ: ຢາກຝາກເຕືອນຄົນທີ່ໄປຫລິ້ນເດິກໆແລ້ວກັບແຈ້ງແນ່ເດີ້ ຖ້າບໍ່ສາມາດແບກສັງຂານໂຕເອງກັບບ້ານໃຫ້ປອດໄພໄດ້ກາຢ່າກັບ ຮັບຜິດຊອບໂຕເອງບໍ່ຫລ້ອນກາຢ່າມາເຮັດໃຫ້ຄົນອື່ນເດືອນຮ້ອນ ຄົນເຂົາມາອອກກຳລັງກາຍກາຍັງໄປຕຳເອົາເຂົາ ພ້ອມລະບຸເຖິງເຫດການອຸບັດເຫດທີ່ເກີດຂຶ້ນວ່າ: “ມື້ນີ້ 06 ຕຸລາ 2022 ເວລາ…

ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ພ້ອມທຳລາຍອຸປະກອນເສີມຜິດກົດຈະລາຈອນ

ປກສ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ວັນທີ 29 ກັນຍາ 2022 ຜ່ານມານີ້   ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍການເປັນປະທານຂອງທ່ານ ພັທ ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ມີພະນັກງານທີ່ກ່ຽວຂ້ອງ, ນັກຂັບຂີ່ທີ່ດັດແປງສະພາບເຕັກນິກຂອງລົດ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!