“ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”
ທ່ານ ສີຈິ້ນຜິງ ເຖິງວ່າຫຍຸ້ງຍາກວຽກງານ, ແຕ່ມີການພົວພັນກັບປະຊາຊົນຢ່າງໃກ້ຊິດ. ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ທ່ານໄດ້ຂີ່ລົດຖີບໄປທົ່ວເມືອງເພື່ອຮັບຟັງສຽງຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ໄດ້ນຳໜ້າເດີນທາງໄປບ່ອນຫ່າງໄກສອກຫລີກ ແລະ ທຸກຍາກທີ່ສຸດ ເພື່ອຮັບຮູ້ສະພາບການດຳລົງຊີວິດຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເມື່ອຢືນຢູ່ຕໍ່ໜ້າໄພພາຍຸທີ່ຮ້າຍແຮງ, ທ່ານ ສີຈິ້ນຜິງ ໄດ້ຊີ້ນຳວຽກງານຍົກຍ້າຍປະຊາຊົນທັງເວັນ ແລະຄືນໂດຍບໍ່ໄດ້ພັກຜ່ອນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ…