ສະຖານ​ນີລົດຂົນ​ສົ່ງ​ສາຍ​ເໜືອ​ຢືນຢັນ​ປີ​ໃໝ່​ຈະບໍ່ສວຍໂອກາດຂຶ້ນລາຄາໂດຍສານຢ່າງເດັດຂາດ

          ປີ​ໃໝ່​ລາວ​ປີ​ນີ້ເຫັນ​ວ່າ​ມີ​ວັນພັກ​​ແກ່ຍາວຫລາຍວັນ, ​ໂດຍ​ເລີ່​ມ​ແຕ່​ວັນ​ທີ 13-17 ​ເມສາ​, ຊຶ່ງ​ຫລາຍ​ຄົນ​ອາດຖື​ໂອກາດ​ດັ່ງກ່າວເດີນທາງ​ໄປ​ຢ້ຽມຢາມ​ພໍ່​ແມ່​ພີ່ນ້ອງ ​ແລະ ສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່​​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ໃຜລາວ, ​ໃນ​ການ​ເດີນທາງ ກໍອາດຈະແມ່ນລົດ​ໂດຍສານເປັນສ່ວນຫລາຍ, ​ແຕ່​ສັງຄົມ​ກໍ​ຍັງ​ມີ​ຄວາມ​ເປັນ​ຫວ່ງ​ຢ້ານ ສະພາບ​​ເຕັກນິກ​ຂອງ​ລົດທີ່​ບໍ່​ຮັບປະກັນ ​ແລະ ບັນຫາ​ສຸຂະພາບ​ຂອງ​ຄົນ​ຂັບ​ລົດ​ໂດ​ຍສານ​ບໍ່ພ້ອມ. ຕໍ່ບັນຫາທ່າ​ນນາງ ຈິດ​ປະສົງ ຫລວງ​ເດດ​ມີ​ໄຊ ປະທານສະຖານີລົດ​ຂົນ​ສົ່ງ​ໂດ​ຍສານ​ສາຍ​ເໜືອ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ລາວ​ພັດທະນາ ໃນ​ວັນ​ທີ…

ນ້ຳປະປາຮຽກຮ້ອງ​ສະຫລອງປີ​ໃໝ່​​ຈົ່ງໃຊ້​ນໍ້າ​ຢ່າງ​ປະຢັດ

ຜູ້ອຳນວຍການລັດວິສາຫະກິດນ້ຳປະປານະຄອນຫລວງວຽງຈັນ ​ໄດ້​ຮຽກຮ້ອງ​ມາ​ຍັງ​ສັງຄົມ​ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ​ໃນ​ການສະ​ເຫລີ​ມສະຫລອງ​ປີ​ໃໝ່​ລາວ​ໃຫ້​​ໃຊ້​ນໍ້າ​ຢ່າງ​ປະ​ຢັດ, ພາຍຫລັງເຫັນ​ວ່າຄວາມຕ້ອງການຊົມ​ໃຊ້​ນໍ້າ​ໃນ​ໄລຍະ​ນີ້​ອາດ​ເພີ່ມຂຶ້ນ​ເທົ່າ​ຕົວ.​ ທ່ານ​ອໍານວຍ​ການ ກ່າວ​ວ່າ: ລັດ​ວິ​ສາ​ຫະກິດນ້ຳປະປານະຄອນຫລວງເປັນໜ່ວຍງານສຳຄັນໃນການບໍລິການນ້ຳສະອາດໃຫ້ສັງຄົມໄດ້ຊົມໃຊ້ເຂົ້າໃນຊີວິດປະຈຳວັນຢ່າງ​ທົ່ວ​ເຖິງ ​ແລະ ມາ​ຮອດ​ປັດຈຸບັນຄວາມ​ຕ້ອງການ​ນໍ້າ​ຢູ່​ນະຄອນຫລວງ​ວຽງ​ຈັນ​ມີຫລາຍ​ກວ່າ 3 ​ແສນ​ແມັດ​ກ້ອນຕໍ່​ມື້, ​ແຕ່​ສາມາດ​ສະໜອງ​ໄດ້​ພຽງ​ແຕ່ 280.000 ​ແມັ​ດກ້ອນ​ຕໍ່​ມື້, ​ໂດຍ​ໄດ້​ແຍກ​ຜູ້​ຊົມ​ໃຊ້ນໍ້າ​ອອກ​ເປັນ 3 ປະ​ເພດ​ຄື: ຜູ້ຊົມໃຊ້ທົ່ວໄປ​ແຕ່ 1-10 ແມັດກ້ອນຈະ​ຄິດ​ໄລ່​ຄ່າ​ນໍ້າ 1.434…

ເປີດແລ້ວງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 2

ງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 2 ປະຈຳປີ 2017 (2nd VIENTIANE FURNITURE FAIR 2017), ໄດ້ມີຂຶ້ນຢ່າງເປັນທາງການໃນວັນທີ 3-9 ເມສານີ້, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ພາຍຫລັງໄດ້ມີການວາງ ສະແດງ ແລະ ຈຳໜ່າຍສິນຄ້າເຟີນີເຈີໄປກ່ອນແລ້ວແຕ່ວັນທີ 1…

ທະນາຄານຫວຽດຕີນລາວສະຫລອງວັນສ້າງຕັ້ງຄົບຮອບ 5 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງທະນາຄານຫວຽດຕີນລາວ (Vietin Bank) ຄົບຮອບ 5 ປີໄດ້ຈັດຂຶ້ນໃນວັນທີ 31 ມີນານີ້ທີ່ໂຮງແຮມເມືອງແທງນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມເປັນຈໍານວນຫລາຍ….

  ເຟີ​ສ ​ແຄ​ປີ​ໂຕລາວ ຈະປັບປຸງ​ໄມ້​ເກດສະໜາ​ໃນ​ລາວ​​ໃຫ້​ມີຄຸນ​ຄ່າສູງ

  ວັນ​ທີ 31 ມີນາ​ຜ່ານ​ມາ​ນີ້, ບໍລິສັດ ​ເຟີ​ສ ​ແຄ​ປີ​ໂຕລາວ​ ຈຳກັດ (FCL) ​ແລະ ​ບໍລິສັດ ​ໄບຣ ອາ​ກາ​ວູດ ຈຳກັດ ​ແຫ່ງປະ​ເທດ​ສິງກະ​ໂປ, ​ໄດ້ຕົກລົງ​ຮ່ວມ​ມື ເພື່ອປັບປຸງ​ຄຸນ​ນະພາ​ບ ​ແລະ ​ພັດທະນາ​ໂຄງການ​​ໄມ້​​ເກດສະໜາ​​ໃນ​ ສປປ…

ເປີດໂຕບໍລິສັດຈໍາປາຈີແອລເອັມລາວ

  ພິທີເປີດໂຕບໍລິສັດ ຈໍາປາ ຈີແອລເອັມລາວ (CHAMPA GLM LAO), ໄດ້ມີຂຶ້ນໃນວັນທີ 31 ມີນາຜ່ານມາທີ່ນະຄອນຫລວງວຽງຈັນ, ໂດຍມີຜູ້ຕາງໜ້າຈາກພາກລັດ, ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນັກງານເຂົ້າຮ່ວມເປັນຈໍານວນຫລາຍ. ທ່ານ ຈາຄູບ ຊາການ (Jakub Sagan) ຜູ້ອໍານວຍການບໍລິສັດອີຊີໄອ…

ພະນັກງານໂຮງໄຟຟ້າຫົງສາເກືອບຮ້ອຍຂໍລາອອກການຍ້ອນເງິນເດືອນຕໍ່າ

ຕາມແຫລງຂ່າວສໍານັກຂ່າວສານປະເທດລາວລາຍງານວ່າ: ໃນວັນທີ 28 ມີນາຜ່ານມາ, ພະນັກງານຈຳນວນ 97 ຄົນຂອງບໍລິສັດຣາຊ-ລາວບໍລິການ ຈຳກັດທີ່ຮັບຜິດຊອບເດີນເຄື່ອງ ແລະ ບຳລຸງຮັກສາໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງຫົງສາແຂວງໄຊຍະບູລີໄດ້ລາອອກການ, ຫລັງຈາກໄດ້ສະເໜີບໍລິສັດຂໍພິຈາລະນາຂຶ້ນເງິນເດືອນ ແລະ ສະຫວັດດີການຕ່າງໆໃຫ້ມີຄວາມເໝາະສົມແຕ່ບໍ່ໄດ້ຮັບການແກ້ໄຂ. ພະນັກງານຄົນໜຶ່ງທີ່ລາອອກຈາກໂຮງໄຟຟ້າດັ່ງກ່າວ ບອກວ່າ: ພາຍຫລັງພວກຕົນໄດ້ສະເໜີຂໍຂຶ້ນເງິນເດືອນ, ຄ່າອາຫານ, ຄ່າລົດກັບບ້ານ, ຄ່າບຸກເບີກ, ຄ່າວຽກ,…

​​ກໍລະກົດ​ນີ້​ຈະ​ຮູ້​ຜົນ​​ໂຄງການ​ປະ​ກວດ​ແຕ້ມຮູບລົດ​ໂຕ​ໂຍຕາ​ໃນ​ຝັນ​ທີ່​ປະ​ເທດ​ຍີ່ປຸ່ນ

           ວັນ​ທີ 1 ​​ເມສາ​ນີ້, ບໍ​ລິ​ສັດ ​ໂຕ​ໂຍຕາ ມໍ​ເຕີ້ ປະ​ເທດ​ໄທ ຈຳກັດ, ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ລະດັບ​ປະ​ເທດຈາກ​ໂຄງການ​ປະ​ກວດ​ແຕ້ມ​ຮູບ​ໃນ​ຫົວ​ຂໍ້ ລົດ​ໂຕ​ໂຍຕາ ​ໃນ​ຝັນ​ຂອງ​ຂ້ອຍ ຄັ້ງ​ທີ 7 ປະຈຳ​ປີ 2017, ຂຶ້ນ​ທີ່​ນະຄອນຫລວງວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ  ຄຳ​ຜ່ານ ສີສະ​ຫວັນ…

ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່

ຄືດັ່ງຮູ້ນໍາກັນວ່າ, ເມື່ອຮອດໄລຍະບຸນປີໃໝ່ລາວມັກຈະມີສະພາບການສວຍໂອກາດຂອງຜູ້ປະກອບການ ຫລື ຊາວຄ້າຂາຍຈໍານວນໜຶ່ງທີ່ສະແຫວງຫາຜົນກໍາໄລໂດຍການຂຶ້ນຄ່າບໍລິການ ແລະ ລາຄາສີນຄ້າຕາມລໍາພັງໃຈ ແລະ ບັນຫາໜຶ່ງທີ່ສັງຄົມມີຄວາມເປັນຫວ່ງກໍແມ່ນຄ່າລົດໂດຍສານກໍມັກມີສະພາບດັ່ງກ່າວເຊັ່ນກັນໃນໄລຍະປີໃໝ່ນີ້. ພາຍຫລັງລັດຖະບານໄດ້ມີແຈ້ງການກ່ຽວກັບການສະຫລອງບຸນປີໃໝ່ລາວ ພສ 2560 ອອກມາເມື່ອບໍ່ດົນນີ້ວ່າ: ປີໃໝ່ລາວປີນີ້ແມ່ນເລີ່ມແຕ່ວັນທີ 14-16 ເມສາກົງກັບວັນສຸກ, ວັນເສົາ ແລະ ວັນອາທິດ, ແຕ່ເນື່ອງຈາກວັນທີ 15-16…

ກອງທຶນປະກັນສັງຄົມ ແລະ ໂຮງໝໍຕ່າງໆທົ່ວປະເທດເປັນເອກະພາບຍົກສູງຄຸນນະພາບການປິ່ນປົວ

  ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ຮ່ວມກັບ ໂຮງໝໍທົ່ວປະເທດ, ຈັດກອງ ປະຊຸມຖອດຖອນບົດຮຽນ ແລະ ເຊັນສັນຍາການບໍລິການປິ່ນປົວສຸຂະພາບ, ພາຍໃຕ້ ລະບົບປະກັນສັງຄົມ, ຂື້ນໃນວັນທີ 29 ມີນານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!