ສຕລ ລົງສອເຕະບານພຶ້ຖານໃຫ້ໂຮງຮຽນປະຖົມໃນນະຄອນຫຼວງ
October 4, 2017 - 3:47 PM




ທ່ານ ສົມສັກ ແກ້ວດາລາ ໄດ້ໃຫ້ສໍາພາດວ່າ: ການລົງ ສອນເຜີຍແຜ່ກິລາຄັ້ງນີ້ແມ່ນມີຫລາຍເປົ້າໝາຍຄື: ເພື່ອເຜີຍ ແຜ່ ແລະ ຮັບຮູ້ເຂົ້າເຖິງກິດຈະ ກຳບານເຕະຂັ້ນພື້ນຖານລົງສູ່ບັນດາໂຮງຮຽນ ລະດັບຊັ້ນປະ ຖົມ ໃນນະຄອນຫລວງວຽງ ຈັນ ໂດຍສະເພາະແມ່ນ 4 ເມືອງໃນນະຄອນຫລວງວຽງຈັນ ເພື່ອສົ່ງເສີມ ແລະ ເຂົ້າເຖິງ ບານດານ້ອງໆນັກຮຽນທີ່ມັກກິລາບານເຕະ ແຕ່ຂາດໂອ ກາດ ແລະ ອຸປະກອນກິລາ. ທັງນີ້ເພື່ອເປັນຈຸດເລີ່ມຕົ້ນ ແລະ ການພັດທະນາກິລາບານເຕະຂອງນ້ອງໆນັກຮຽນ ໃຫ້ມີ ຄວາມມັກໃນກີລາບານເຕະ ເພື່ອຈະເປັນບາດກ້າວໃນການພັດທະນາຕໍ່ໆໄປ ນອກຈາກ ນັ້ນ, ຍັງເປັນການເສີມສ້າງສຸ ຂະພາບ ໃຫ້ມີຄວາມເຂັ້ມແຂງ ໃຫ້ແກ່ນ້ອງໆນັກຮຽນເພື່ອ ເຮັດໃຫ້ເຂົາເຈົ້າຫ່າງໄກຈາກສິ່ງເສບຕິດ ແລະ ປາກົດການ ຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ພ້ອມທັງສ້າງສິ່ງທີ່ດີໆເຊິ່ງເປັນຈຸດເລີ່ມສິ່ງນ້ອຍໆເພື່ອກ້າວໄປພັດທະນາໃນອະນາຄົດໄດ້.