ອາເມລິກາປະຕິເສດເພີ່ມງົບປະມານ ສະໜັບສະໜູນທະນາຄານໂລກ

- s2 - ອາເມລິກາປະຕິເສດເພີ່ມງົບປະມານ ສະໜັບສະໜູນທະນາຄານໂລກ
- kitchen vibe - ອາເມລິກາປະຕິເສດເພີ່ມງົບປະມານ ສະໜັບສະໜູນທະນາຄານໂລກ

ລັດຖະບານອາເມລິກາປະຕິເສດເພີ່ມງົບປະມານສະໜັບສະໜູນການເຮັດວຽກຂອງທະນາຄານໂລກ ໂດຍໃຫ້ເຫດຜົນວ່າເປັນອົງການທີ່ຍັງບໍ່ມີປະສິດທິພາບ ແລະ ກ່າວອີກວ່າ: “ປະເທດຕະຫລາດເກີດໃໝ່ທີ່ມີທຶນສຳຮອງມະຫາສານ” ບໍ່ຈຳເປັນຕ້ອງຮັບການຊ່ວຍເຫລືອອີກຕໍ່ໄປ.

- s4 - ອາເມລິກາປະຕິເສດເພີ່ມງົບປະມານ ສະໜັບສະໜູນທະນາຄານໂລກ

- Visit Laos Visit SALANA BOUTIQUE HOTEL - ອາເມລິກາປະຕິເສດເພີ່ມງົບປະມານ ສະໜັບສະໜູນທະນາຄານໂລກ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 14 ຕຸລາວ່າ: ທ່ານ ສຕີເວນ ມານູຊິນ ລັດຖະມົນຕີກະຊວງການເງິນອາເມລິກາ ກ່າວລະຫວ່າງກອງປະຊຸມໃຫຍ່ສາມັນປະຈຳປີຂອງທະນາຄານໂລກ (World Bank) ແລະ ກອງທຶນການເງິນສາກົນ (IMF) ຢູ່ນະຄອນຫລວງວໍຊິງຕັນ ໃນອາທິດຜ່ານມາວ່າ: ສ່ວນຂອງທະນາຄານໂລກຄວນຫລຸດງົບປະມານສະໜັບສະໜູນໃຫ້ແກ່ປະເທດຕະຫລາດເກີດໃໝ່ບາງແຫ່ງ ໃນຕອນນີ້ມີສະຖຽນລະພາບທາງເສດຖະກິດໝັ້ນຄົງຫລາຍຂຶ້ນ ແລະ ບໍ່ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຈາກທະນາຄານໂລກອີກຕໍ່ໄປ.

ຂະນະດຽວກັນ, ລັດຖະມົນຕີກະຊວງການເງິນອາເມລິກາເຫັນຄວນຍັງບໍ່ມີຄວາມຈຳເປັນໃນການເພີ່ມເງິນທຶນສະໜັບສະໜູນໃຫ້ແກ່ທະນາຄານໂລກໃນຕອນນີ້ ເນື່ອງຈາກອົງການຍັງຂາດປະສິດທິພາບ ໃນການຈັດສັນເງິນສະໜັບສະໜູນທີ່ລັດຖະບານວໍຊິງຕັນບໍລິຈາກໃຫ້ສູງເຖິງປີລະ 60.000 ລ້ານໂດລາສະຫະລັດ.

- 5 - ອາເມລິກາປະຕິເສດເພີ່ມງົບປະມານ ສະໜັບສະໜູນທະນາຄານໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!