ເວສແຮມ ຢູໄນເຕັດ ປະກາດແຕ່ງຕັ້ງ ມອຍ ຄຸມທີມຮຽບຮ້ອຍແລ້ວ
November 8, 2017 - 4:17 PM




ເວສແຮມ ຢູໄນເຕັດ ຫາກໍ ປະກາດປົດ ສະລາເວນ ບີລິດ ຜູ້ຈັດການທີມຄົນ ໂຄຣເອເຊຍ ອອກຈາກຕຳແໜ່ງຜູ້ຈັດການທີມ ຫຼັງຈົບເກມລີກທີ່ເປີດບ້ານ ເສຍໃຫ້ ລີເວີພູລ 1-4 ໃນວັນ ເສົາທີ 4 ພະຈິກຜ່ານມາ ເຊິ່ງ ເຮັດໃຫ້ທີມຕົກລົງໄປຢູ່ໃນເຂດຕົກຊັ້ນ ກ່ອນດຶງ ເດວິດ ມອຍ ມາຄຸມທີມແທນໃນສັນຍາ 6 ເດືອນຈົນຈົບລະດູການນີ້.
ມອຍ ອາຍຸ 54 ປີ ເຄີຍ ຄຸມທີມ ເອຟເວີຕັນ ດົນເຖິງ 11 ປີ ກ່ອນຍ້າຍໄປຄຸມ ແມນເຊສ ເຕີ ຢູໄນເຕັດ ໃນປີ 2013 ແຕ່ ບໍ່ປະສົບຄວາມສຳເລັດ ແລະ ຫາກໍຫວ່າງວຽກ ຫຼັງແຍກ ທາງກັບ ຊັນເດີແລນ ໃນໄລຍະ ຈົບລະດູການຜ່ານມາ.