ນິວຄາສເຊິນ ໃກ້ໄດ້ເຈົ້າຂອງຄົນໃໝ່ແລ້ວ
November 14, 2017 - 4:25 PM




ເປັນທີ່ເຂົ້າໃຈວ່າ ສະເຕຟ ລີ ໄດ້ເຊັນຂໍ້ຕົກລົງຮັກສາ ຄວາມລັບຕັ້ງແຕ່ເດືອນຜ່ານ ມາ ເພື່ອໃຫ້ຂະບວນການເປັນ ໄປຢ່າງລາບລື່ນ ແລະ ຄາດ ກັນວ່າການຊື້ຂາຍກຳລັງຈະ ສຳເລັດໃນອີກບໍ່ດົນນີ້. ຂະນະ ທີ່ ຣາຟາເອລ ເບນິເຕດ ຜູ້ຈັດ ການທີມຄົນ ສະເປນ ກໍຕັ້ງ ຄວາມຫວັງວ່າເຈົ້າຂອງຄົນ ໃໝ່ຈະໃຫ້ງົບປະມານການຊື້ ນັກເຕະໃນຕະຫຼາດຮອບ 2 ເດືອນມັງກອນນີ້.
ທັງນີ້ມູນຄ່າຂໍ້ຕົກລົງຄາດຢູ່ທີ່ປະມານ 300 ລ້ານປອນ ສ່ວນ ສະເຕຟລີ ມີສັບສິນສ່ວນ ໂຕມູນຄ່າປະມານ 100 ລ້ານ ປອນ.