ເປີດສາຍການບິນໂດຍກົງຈາກປັກກິ່ງ ຫາ ນະຄອນຫລວງວຽງຈັນ

ເປີດສາຍການບິນໂດຍກົງຈາກປັກກິ່ງ ຫາ ນະຄອນຫລວງວຽງຈັນ -                                                                        - ເປີດສາຍການບິນໂດຍກົງຈາກປັກກິ່ງ ຫາ ນະຄອນຫລວງວຽງຈັນ
ເປີດສາຍການບິນໂດຍກົງຈາກປັກກິ່ງ ຫາ ນະຄອນຫລວງວຽງຈັນ - kitchen vibe - ເປີດສາຍການບິນໂດຍກົງຈາກປັກກິ່ງ ຫາ ນະຄອນຫລວງວຽງຈັນ

ຂ່າວ CMG ລາຍງານວ່າ: ສາຍການບິນ China United Airlines ເປີດເສັ້ນທາງການບິນສາກົນຈາກສະໜາມບິນສາກົນຕ້າຊິງນະຄອນຫລວງປັກກິ່ງ ຫາ ສະໜາມບິນສາກົນວັນໄຕນະຄອນຫລວງວຽງຈັນ ເລີ່ມແຕ່ 10 ທັນວາ 2024 ເຊິ່ງຈັດຖ້ຽວບິນໄປກັບ 4 ຖ້ຽວລະຫວ່າງເມືອງຕ້າຊິງນະຄອນຫລວງປັກກິ່ງ ຫາ ນະຄອນຫລວງວຽງຈັນ ໃນທຸກໆວັນຈັນ, ວັນອັງຄານ, ວັນພະຫັດ ແລະ ວັນເສົາ.

ສໍາລັບຖ້ຽວບິນຂາອອກແມ່ນອອກຈາກສະໜາມບິນສາກົນຕ້າຊິງນະຄອນຫລວງປັກກິ່ງ ໃນເວລາ 9:45 ເວລາປັກກິ່ງ ແລະ ເຖິງນະຄອນຫລວງວຽງຈັນ ເວລາ 13:20 ຕາມ ເວລາ ປະເທດລາວ; ຖ້ຽວບິນຂາກັບແມ່ນອອກເວລາ 14:20 ໂມງ ຕາມເວລາວຽງຈັນ ແລະໄປຮອດສະໜາມບິນສາກົນຕ້າຊິງນະຄອນຫລວງປັກກິ່ງໃນເວລາ 19:45 ຕາມເວລາປັກກິ່ງ.

ທີ່ມາ: CMG FM93

ເປີດສາຍການບິນໂດຍກົງຈາກປັກກິ່ງ ຫາ ນະຄອນຫລວງວຽງຈັນ - 5 - ເປີດສາຍການບິນໂດຍກົງຈາກປັກກິ່ງ ຫາ ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!